ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຕໍາຫຼວດ ຈັບຜູ້ປະທ້ວງ ທີ່ສະໜັບສະໜູນ ຊາວປາແລັສໄຕນ໌ ລຸນຫຼັງຍຶດຄອງອາຄານຂອງມະຫາວິທະຍາໄລ ໂຄລໍາເບຍ


ເຈົ້າໜ້າທີ່ຕໍາຫຼວດນະຄອນນິວຢອກ ຈັບເອົາຜູ້ຄົນໄປກັກໂຕ ໃກ້ກັບວິທະຍາເຂດມະຫາວິທະຍາໄລໂຄລໍາເບຍ ໃນລັດນິວຢອກ, ວັນທີ 30 ເມສາ 2024, ລຸນຫຼັງອາຄານຂອງມະຫາວິທະຍາໄລ ຖືກຍຶດຄອງໂດຍຜູ້ປະທ້ວງ ໃນຕອນເຊົ້າຂອງມື້ນັ້ນ ຖືກສະຫຼາຍໂຕໄປ, ພ້ອມກັນກັບບັນດາເຕັ້ນຄ້າຍພັກ.
ເຈົ້າໜ້າທີ່ຕໍາຫຼວດນະຄອນນິວຢອກ ຈັບເອົາຜູ້ຄົນໄປກັກໂຕ ໃກ້ກັບວິທະຍາເຂດມະຫາວິທະຍາໄລໂຄລໍາເບຍ ໃນລັດນິວຢອກ, ວັນທີ 30 ເມສາ 2024, ລຸນຫຼັງອາຄານຂອງມະຫາວິທະຍາໄລ ຖືກຍຶດຄອງໂດຍຜູ້ປະທ້ວງ ໃນຕອນເຊົ້າຂອງມື້ນັ້ນ ຖືກສະຫຼາຍໂຕໄປ, ພ້ອມກັນກັບບັນດາເຕັ້ນຄ້າຍພັກ.

ເຈົ້າໜ້າທີ່ຕຳຫຼວດ​ນະຄອນ​ນິວຢອກ ຫຼື NYPD ​ໄດ້​ໃສ່ໝວກກັນ​ກະທົບ ​ແລະ​ເຄື່ອງ​ປ້ອງ​ກັນ​ການ​ກໍ່​ຈະລາຈົນ ​ແລ້ວພາກັນ​ເຂົ້າ​ໄປ​ໃນ​ວິທະຍາ​ເຂດ​ຂອງ​ມະຫາ ວິທະຍາ​ໄລໂຄລໍາເບຍ ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ​ແລະ​ໄດ້​ຈັບ​ກຸມ​ຜູ້​ປະ​ທ້ວງທີ່ສະໜັບສະໜູນ​ຊາວ​ປາ​ແລັ​ສ​ໄຕນ໌ ຫຼາຍ​ສິບ​ຄົນທີ່​ພາກັນ​ຄວບຄຸມ​ຕຶກ​ອາຄານຂອງມະຫາວິທະຍາໄລ.

ໂຄສົກຂອງມະຫາວິທະຍາໄລຄົນນຶ່ງກ່າວຢູ່ໃນຖະແຫຼງການວ່າ ຄະນະບໍລິຫານ ຂອງມະຫາວິທະຍາໄລໄດ້ຕັດສິນໃຈໂທຫາເຈົ້າໜ້າທີ່ຕຫຼວດ ເພື່ອ “ເພີ້ມການ ຮັກສາຄວາມປອດໄພ ແລະຄວບຄຸມຄວາມເປັນລະບຽບຮຽບຮ້ອຍໃຫ້ກັບຊຸມຊົນ ຂອງພວກເຮົາ.”

ທ່ານໂຄສົກກ່າວວ່າ “ພວກເຮົາເສຍໃຈ ທີ່ບັນດາຜູ້ປະທ້ວງໄດ້ເລືອກທີ່ຈະເຮັດ ໃຫ້ສະຖານະການເຄັ່ງຕຶງຂຶ້ນໂດຍຜ່ານການກະທໍາຕ່າງໆຂອງພວກເຂົາເຈົ້າ, ຫຼັງຈາກທີ່ມະຫາວິທະຍາໄລໄດ້ຮຽນຮູ້ໃນຕອນກາງຄືນວ່າ ຫ້ອງປະຊຸມໃຫຍ່ ຮາມີລຕັນ ຫຼື Hamilton Hall ໄດ້ຖືກຍຶດຄອງ, ຖືກທໍາລາຍ ແລະປິດລ້ອມ, ພວກເຮົາຈຶ່ງບໍ່ມີທາງເລືອກອື່ນ.”

ອະທິການບໍດີຂອງມະຫາວິທະຍາໄລໂຄລໍາເບຍ ທ່ານນາງມີນຸຈ ຊາຟິກ (Minouche Shafik) ໄດ້ຮ້ອງຂໍໃນຈົດຫມາຍເຖິງ NYPD “ໃຫ້ເຂົ້າມາຊ່ວຍ ສະຫຼາຍບຸກຄົນທັງຫມົດເຫຼົ່ານັ້ນອອກຈາກຫ້ອງ​ປະ​ຊຸມ ຮາ​ມິ​ລ​ຕັນ ແລະສະ ຫຼາຍການຕັ້ງຄ້າຍຢູ່ໃນບໍລິເວນວິທະຍາເຂດຂອງມະຫາວິທະຍາໄລ ຈົນເຖິງ ຢ່າງຫນ້ອຍວັນທີ 17 ພຶດສະພາ. ​ນັ້ນ​ຈະ​ເຮັດ​ໃຫ້ມີການປາກົດໂຕຂອງເຈົ້າໜ້າ ທີ່​ຕຳຫຼວດ​ຜ່ານ​ໄລຍະ​ການ​ສອບ​ເສັງ ​ແລະການ​ຮຽນ​ຈົບ​ຂອງ​ມະຫາວິທະຍາ​ໄລ.

ກຸ່ມຄະນະພາກວິຊາມະຫາວິທະຍາໄລໂຄລໍາເບຍ ໄດ້ພາກັນອອກມາວິຈານຕໍ່ ການຕັດສິນໃຈຂອງຄະນະບໍລິຫານທີ່ເພິ່ງພາເຈົ້າໜ້າທີ່ຕຳຫຼວດ, ໂດຍກ່າວວ່າ ບັນດາສະມາຊິກຄະນະພາກວິຊາ ໄດ້ພະຍາຍາມມາແລ້ວເປັນເວລາສອງອາທິດ ເພື່ອເຂົ້າມາແຊກແຊງ ແລະຫຼຸດຜ່ອນຄວາມເຄັ່ງຕຶງຂອງສະຖານະການ ແຕ່ ຖືກປະຕິເສດຈາກບັນດາຜູ້ນຳຂອງມະຫາວິທະຍາໄລ.

“ການປະກົດໂຕຂອງ NYPD ຢູ່ໃນຂົງເຂດຂອງພວກເຮົາ ເປັນອັນຕະລາຍ ຕໍ່ຊຸມຊົນທັງໝົດຂອງພວກເຮົາ. ຕໍາຫຼວດປະກອບອາວຸດເຂົ້າໄປໃນວິທະຍາເຂດ ຂອງພວກເຮົາໄດ້ເຮັດໃຫ້ບັນດານັກສຶກສາຂອງພວກເຮົາ ແລະທຸກໆຄົນຢູ່ໃນວິ ທະຍາເຂດຂອງມະຫາວິທະຍາໄລມີຄວາມສ່ຽງ,” ອີງຕາມການກ່າວໃນຖະແຫຼງ ການ ຈາກຄະນະສະມາຄົມສາດສະດາຈານມະຫາວິທະຍາໄລອາເມຣິກັນ ແຫ່ງ ມະຫາວິທະຍາໄລໂຄລໍາເບຍ.

ຄະນະພາກວິຊາກ່າວຕື່ມອີກວ່າ ມັນຈະເຮັດໃຫ້ບັນດາຜູ້ນຳຂອງມະຫາວິທະຍາ ໄລຕ້ອງ “ຮັບຜິດຊອບຕໍ່ການຕັດສິນທີ່ຜິດພາດຮ້າຍແຮງ ອັນໄດ້ສົ່ງຜົນເຮັດໃຫ້ ພວກເຮົາມາຢູ່ໃນຈຸດນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG