ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດລາວຈັບ ແກ້ງຄ້າຢາເສບຕິດ


ສອງອ້າຍນ້ອງທີ່ເຂົ້າຮ່ວມແກ້ງຄ້າຢາເສບຕິດນໍາກັນ
ສອງອ້າຍນ້ອງທີ່ເຂົ້າຮ່ວມແກ້ງຄ້າຢາເສບຕິດນໍາກັນ
ທາງ​ການ​ຕໍາຫຼວດລາວ​ດໍາ​ເນີນ​ມາດ​ຕະການ​ກວດ​ລ້າງ​ແລະ​
ຈັບກຸມ​ບັນດາ​ນັກ​ຄ້າ​ຢາເສບ​ຕິດ​ທີ່​ເປັນ​ສະມາຊິກ​ຂອງ 20 ​
ແກ້ງ ທີ່​ມີ​ເຄືອ​ຂ່າຍ​ໃນ​ການ​ກໍ່​ອາດຊະຍາ​ກໍາຢ່າງ​ກວ້າງຂວາງ.

​ເຈົ້າໜ້າ​ທີ່​ປະ​ຈໍາ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ
​ເຂດ​ນະຄອນ​ວຽງ​ຈັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ດໍາ​ເນີນ​ມາດ​
ຕະການ​ປາບ​ປາມ​ການ​ຄ້າຢາ​ເສບ​ຕິດ​ໃນ​ເຂດນະຄອນ​ວຽງ​ຈັນ​
ໃນ​ຮອບ​ປີ 2012 ທີ່​ຜ່ານ​ມານີ້ ​ສາມາດ​ກວດລ້າງ​ແລະ​ຈັບ​ກຸມ
​ສະມາຊິກ​ຂອງ​ກຸ່ມ​ແກ້ງຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ໄດ້​ເຖິງ 20 ​
ແກ້ງ ​ແລະ​ທັງ​ໝົດ​ກໍ​ເປັນ​ແກ້ງຄ້າ​ຢາ​ເສບ​ຕິດ ​ທີ່​ຄຸມ​ພື້ນ​ທີ່​ສະ​
ເພາະໃນ​ເຂດ​ເມືອງ​ຈັນທະ​ບຸລີ ອັນ​ຖື​ເປັນ​ເຂດ​ທີ່​ມີ​ບັນຫາ​ຢາ
​ເສບ​ຕິດຮຸນ​ແຮງ​ທີ່​ສຸດ​ໃນ​ລາວ ​ໃນ​ປັດຈຸບັນ​ນີ້.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ລາວ ກໍຍອມຮັບວ່າການຄ້າຢາເສບຕິດໃນເຂດເມືອງຈັນ
ທະບຸລີ ຍັງຄົງເກີດຂຶ້ນຢູ່ເລື້ອຍມາຈົນເຖິງປັດຈຸບັນນີ້ ໂດຍເຊື່ອວ່າເປັນຍ້ອນມີກຸ່ມແກ້ງ
ຄ້າຢາເສບຕິດຈາກເຂດອື່ນເຂົ້າມາຄຸມພື້ນທີ່ແທນກຸ່ມແກ້ງທີ່ຖືກກວດລ້າງ ແລະຈັບກຸມ
ດັ່ງກ່າວ ຊຶ່ງໃນປັດຈຸບັນທາງການລາວ ກໍໄດ້ຈັດສົ່ງເຈົ້າໜ້າທີ່ຕໍາຫຼວດນອກເຄື່ອງແບບ
ລົງໄປສືບສວນໃນທາງລັບຢູ່ເລື້ອຍມາ ແລະເຊື່ອໝັ້ນວ່າຈະສາມາດສືບຮູ້ເຖິງເຄືອຂ່າຍ ຂອງຂະບວນການໄດ້ຢ່າງຊັດເຈນໃນໝໍ່ໆນີ້.

ຫາກແຕ່ວ່າ ອີກບັນຫານຶ່ງທີ່ໜ້າເປັນຫ່ວງຢ່າງຍິ່ງ ກໍຄືໃນຈໍານວນຜູ້ກະທໍາຄວາມຜິດທີ່
ຖືກຈັບກຸມຕົວໄດ້ນັ້ນ ສ່ວນໃຫຍ່ກໍແມ່ນເຍົາວະຊົນທີ່ມີອາຍຸສະເລ່ຍຕໍ່າກວ່າ 18 ປີ ທີ່ໄດ້
ພາກັນທໍາຄວາມຜິດກ່ຽວກັບຢາເສບຕິດໃນລັກສະນະຂອງການມົ້ວສຸມ ລວມຕົວກັນ
ຕັ້ງເປັນກຸ່ມແກ້ງ ທັງຍັງໄດ້ພາກັນກໍ່ອາດຊະຍາກຊາກໍາຕ່າງໆ ໂດຍບໍ່ຢ້ານກົວຕໍ່ກົດໝາຍ
ເນື່ອງຈາກວ່າ ໄດ້ຕົກເປັນທາດຂອງຢາເສບຕິດແລ້ວນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ລາວຄົນ ດັ່ງກ່າວໄດ້ໃຫ້ການອະທິບາຍເຖິງສະພາບການທີ່ເປັນຢູ່ໃນເວລານີ້ວ່າ:

ໄວລຸ້ນທີ່ເປັນພໍ່ຄ້າຢາເສບຕິດທີ່ຖືກຈັບ
ໄວລຸ້ນທີ່ເປັນພໍ່ຄ້າຢາເສບຕິດທີ່ຖືກຈັບ


ສິ່ງຍໍ້ທໍ້ໃນສັງຄົມປັດຈຸບັນຍັງສົ່ງຜົນກະທົບທາງລົບ
ໃຫ້ແກ່ເດັກນ້ອຍແລະໄວໜຸ່ມລາວ ເຊັ່ນວ່າຕົກເປັນ
ທາດຂອງຢາເສບຕິດ ກາຍເປັນນັກເລງອັນທະພານ
ຕິດເຊື້ອໂຣກເອດສ໌ ຖືກຂາຍແຮງງານ ຂີ້ຄ້ານຮໍ່າຮຽນ
ມົ້ວສຸມເສບຕິດ ເພີດເພີນເກີນຂອບເຂດ ຊຶ່ງຜູ້ກະທໍາ ຜິດສ່ວນໃຫຍ່ກະແມ່ນພວກໄວໜຸ່ມທີ່ມີອາຍຸຕໍ່າກວ່າ
18 ປີ.”


ທາງດ້ານຄະນະກໍາມະການກວດກາແລະຄວບຄຸມຢາເສບຕິດແຫ່ງຊາດລາວກໍລາຍ ງານວ່າການລັກລອບຂົນສົ່ງແລະການຄ້າຢາເສບຕິດໃນລາວໄດ້ກາຍເປັນບັນຫາທີ່ ຮຸນແຮງຫຼາຍຂຶ້ນນັບມື້ ເນື່ອງຈາກກຸ່ມແກ້ງຄ້າຢາເສບຕິດໃນລາວບໍ່ພຽງແຕ່ຈະມີການ
ຂະຫຍາຍພື້ນທີ່ການຄ້າຢາເສບຕິດຂອງພວກຕົນ ຈາກເຂດຕົວເມືອງໄປຍັງເຂດຊົນ ນະບົດຂອງລາວເທົ່ານັ້ນ ຫາກແຕ່ຍັງປາກົດວ່າກຸ່ມແກ້ງຄ້າຢາເສບຕິດໄດ້ເພີ່ມປະລິ ມານຢາເສບຕິດທັງທີ່ລັກລອບຂົນສົ່ງເພື່ອຂາຍພາຍໃນລາວ ແລະທີ່ສົ່ງອອກໄປຕ່າງ ປະເທດອີກດ້ວຍ.

ທັງນີ້ ທາງການລາວສາມາດຈັບກຸມ ແລະຍຶດຢາເສບຕິດໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງ
ກໍຈະເຫັນໄດ້ຈາກການຍຶດເຮໂຣອີນໄດ້ເພີ່ມຂຶ້ນຈາກ 17.5 ກິໂລກຣາມ ໃນປີ 2008
ເປັນ 84.34​ ກິໂລກຣາມ ໃນປີ 2010 ແລະກໍເພີ່ມຂຶ້ນອີກເຖິງ 4 ເທົ່າ ໃນປີ 2011.
ສ່ວນຢາບ້າກໍສາມາດຍຶດໄດ້ເພີ່ມຂຶ້ນຈາກ 1.23 ລ້ານເມັດ ໃນປີ 2008 ເປັນຫຼາຍ
ກວ່າ 24.5 ລ້ານເມັດ ໃນປີ 2010 ແລະເກືອບ 30 ລ້ານເມັດ ໃນປີ 2011.

ສ່ວນໃນປີ 2012 ທີ່ຜ່ານມາ ຄະນະກໍາມະການຄວບຄຸມ ແລະກວດການຢາເສບຕິດ
ແຫ່ງຊາດລາວ ກໍໄດ້ທໍາການເຜົາທໍາລາຍຢາເສບຕິດ ຄິດເປັນນໍ້າໜັກລວມຫຼາຍກວ່າ
2,240 ກິໂລ ຊຶ່ງເປັນຢາເສບຕິດທີ່ຍຶດໄດ້ຈາກນັກຄ້າຢາເສບຕິດຈໍານວນ 53 ຄົນ
ໃນການປະຕິບັດການປາບປາມ ການຄ້າຢາເສບຕິດ 20 ຄັ້ງ ຊຶ່ງໃນນີ້ ກໍແບ່ງເປັນ
ເຮໂຣອີນ 12.5​ ກິໂລ ຢາບ້າ 470 ກິໂລ ກັນຊາແຫ້ງ 1,535 ກິໂລ ແລະສານເຄມີທີ່
ໃຊ້ໃນການຜະລິດ ຢາເສບຕິດ 226 ກິໂລ ຕາມລໍາດັບ.
XS
SM
MD
LG