ຜູ້ພິພາກສາຂອງນະຄອນແນສວີລ ໄດ້ຖອນການສະເໜີໃຫ້ປະກັນໂຕທີ່ກຳນົດໄວ້ໃນ
ຈຳນວນ 2 ລ້ານໂດລາ ສຳລັບ ຜູ້ຕ້ອງຫາ ທີ່ປາກົດວ່າ ໄດ້ຍິງສັງຫານ 4 ຄົນ ຢູ່ທີ່ຮ້ານ
ອາຫານ Waffle House ເມື່ອຕອນເຊົ້າ ວັນອາທິດຜ່ານມານີ້.
ຫ້ອງການທະນາຍຄວາມຂອງນະຄອນແນສວີລ ກ່າວວ່າ ຕົນ “ໄດ້ຮັບສາຍໂທລະສັບ
ເຂົ້າມາຢ່າງຫຼວງຫຼາຍ” ຈາກພວກຄົນທີີ່ບໍ່ພໍອົກພໍໃຈ ທີ່ວ່າ ທ້າວ ທຣາວິສ ເຣນຄິ້ງ
ອາດຈະຖືກປ່ອຍໂຕອອກມາ ຢູ່ທ້ອງຖະໜົນໄດ້.
ໂຄສົກທ່ານນຶ່ງ ໄດ້ກ່າວວ່າ “ຄວາມຈິງທີ່ວ່າ ລາວອາດສາມາດປະກັນໂຕອອກມານັ້ນ
ຈະສ້າງຄວາມຢ້ານກົວ ແລະ ສ້າງຄວາມຕື່ນຕົກໃຈຄືນມາອີກ ໃຫ້ແກ່ພວກຄົນ
ທັງຫຼາຍ.”
ຜູ້ພິພາກສາສານ ໄດ້ກຳນົດຄ່າປະກັນໂຕ ສຳລັບທ້າວເຣນຄິ້ງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ
ທີ່ຜູ້ກ່ຽວ ໄດ້ຖືກຈັບກຸມ ໃນວັນຈັນຜ່ານມານີ້. ພວກຜູ້ຊ່ຽວຊານດ້ານກົດໝາຍ ກ່າວວ່າ
ມັນເປັນກໍລະນີທີ່ບໍ່ທຳມະດາ ທີ່ມີການກຳນົດຄ່າປະກັນໂຕ ສຳ ລັບອາຊະຍາກຳທີ່ຮ້າຍ
ແຮງເຊັ່ນນີ້ ໂດຍປາດສະຈາກການໄຕ່ສວນເລື່ອງຄ່າປະ ກັນໂຕ ຫຼື ລະບຽບການອື່ນໆ.
ທ້າວເຣນຄິ້ງ ໄດ້ໃສ່ເສື້ອກັນລົມສີຂຽວພຽງໂຕດຽວແລະ ບໍ່ນຸ່ງຫຍັງອີກເລີຍ ໃນເວລາທີ່
ຜູ້ກ່ຽວ ປາກົດວ່າ ໄດ້ຍິງສັງຫານ 2 ຄົນ ຢູ່ໃນເດີ່ນຈອດລົດ ຂອງຮ້ານອາຫານ Waffle
House ໃນຕອນເຊົ້າມືດຂອງວັນອາທິດຜ່ານມາ. ຕໍ່ຈາກນັ້ນ ລາວໄດ້ຖືກກ່າວຫາວ່າ
ເຂົ້າໄປໃນຮ້ານອາຫານດັ່ງກ່າວພ້ອມກັບອາວຸດສົງຄາມ ລຸ້ນ AR-15 ແລ້ວເປີດສາກຍິງ
ເຂົ້າໃສ່ຜູ້ຄົນຢູ່ໃນຮ້ານ ເຮັດໃຫ້ອີກ 2 ຄົນ ເສຍຊີວິດ.
ລູກຄ້າຂອງຮ້ານອາຫານ ຄົນນຶ່ງ ທ້າວ ເຈມສ໌ ຊໍ ຈູເນຍ ໄດ້ປ້ຳທ້າວເຣນຄິ້ງ ລົງ ແລະໄດ້
ໂຍນອາວຸດຂອງຜູ້ກ່ຽວເຂົ້າໄປດ້ານຫຼັງ ຂອງໂຕະຂາຍເຄືອງ. ຜູ້ຕ້ອງຫາ ຈຶ່ງໄດ້ຫລົບໜີ
ໄປ ແລະ ໄດ້ຖືກຈັບກຸມ ຫຼັງຈາກການຕາມລ່າຫາໂຕຜູ້ກ່ຽວ ເປັນເວລາສອງວັນ. ຕຳຫຼວດ
ໄດ້ຍົກຍ້ອງ ທ້າວຊໍ ໃຫ້ເປັນວິລະບູລຸດ ຜູ້ທີ່ອາດໄດ້ຊ່ອຍຊີວິດຫຼາຍໆຄົນໄວ້.
ທ້າວເຣນຄິ້ງ ປາກົດວ່າ ໄດ້ມີອາວຸດປືນ 4 ກະບອກ ໃນເວລາລາວໄດ້ຂັບລົດເຂົ້າໄປໃນ
ຮ້ານກາເຟ ແລະມີປະຫວັດຂອງການປະພຶດທີ່ບໍ່ປົກກະຕິມາກ່ອນ.
ຜູ້ກ່ຽວໄດ້ຖືກຈັບກຸມ ໃນເດືອນກໍລະກົດ ປີ 2017 ຖານ ຢືນຢູ່ເຂດຫວງຫ້າມ ໃກ້ໆກັບ
ທຳນຽບຂາວ. ອົງການສັນຕິບານກາງ FBI ໄດ້ແນະນຳ ໃຫ້ທາງການລັດ ອີລລີນອຍ
ຍົກເລີກ ໃບອະນຸຍາດຄອບຄອງປືນ ຂອງລາວ ແລະ ຍຶດອາ ວຸດປືນ 4 ກະບອກ ລວມມີ
ປືນທີ່ໃຊ້ໃນການຍິງສັງຫານ ຢູ່ທີ່ຮ້ານອາຫານ Waffle House.