ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ກົມຕຳຫຼວດ ຖືກຂ້າຕາຍ ໃນ ເທດສະບານ Shebelle ຢູ່ທາງພາກກາງ ຂອງໂຊມາເລຍ


ແຜນທີ່ ປະເທດໂຊມາເລຍ
ແຜນທີ່ ປະເທດໂຊມາເລຍ

ຜູ້ບັນຊາການກອງກຳລັງຕຳຫຼວດ ໃນຂົງເຂດ ເທດສະບານ Shebelle ຢູ່ທາງພາກ
ກາງຂອງໂຊມາເລຍ ໄດ້ຖືກຂ້າຕາຍ ໃນການໂຈມຕີດ້ວຍລະເບີດ ຢູ່ທີ່ສຳນັກງານໃຫຍ່ ຂອງຕຳຫຼວດ ໃນເມືອງ Jowhar ອີງຕາມບັນດາເຈົ້າໜ້າທີ່ ທີ່ໄດ້ກ່າວຕໍ່ວີໂອເອ ນັ້ນ.

ພັນຕີ Khalif Abdulle Arfaye ໄດ້ຮັບບາດເຈັບສາຫັດ ໃນເຫດການລະເບີດ ທີ່
ແຕກຂຶ້ນ ເຊິ່ງໄດ້ເຮັດໃຫ້ອີກສອງຄົນ ບາດເຈັບນຳດ້ວຍ ໃນວັນເສົາວານນີ້.

ຫົວໜ້າກົມຕຳຫຼວດ ທ່ານ Mohamed Siyad Ali ໄດ້ບອກ ວີໂອເອ ພະແນກພາສາ ໂຊມາເລຍ ວ່າ ຜູ້ບັນສາການຕຳຫຼວດ ເສຍຊີວິດຍ້ອນບາດແຜ ທີ່ທ່ານໄດ້ຮັບ ຫຼັງຈາກໄດ້ໄປເຖິງໂຮງໝໍຂອງເມືອງດັ່ງກ່າວ.

ທ່ານ Ali ເວົ້າຕື່ມວ່າ “ກ່ອນ 7 ໂມງແລງໜ້ອຍດຽວ ລະເບີດໜ່ວຍນຶ່ງໄດ້ຖືກແກວ່ງ ເຂົ້າໃສ່ກົມຕຳຫຼວດ ເຊິ່ງຜູ້ບັນສາການໄດ້ຮັບບາດເຈັບສາຫັດ ແລະຂ້າພະເຈົ້າ ໄດ້ນຳເອົາທ່ານ ໄປຍັງໂຮງໝໍ ບ່ອນທີ່ທ່ານໄດ້ເສຍຊີວິດ” ນັ້ນ.

ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບເທື່ອ ແຕ່ທ່ານ Ali ກ່າວວ່າ ທ່ານສົງໄສວ່າ ແມ່ນກຸ່ມຫົວຮຸນແຮງ al-Shabab ທີ່ທຳການໂຈມຕີນີ້.

ທ່ານໄດ້ເວົ້າວ່າ “ຜູ້ບັນຊາການ ໄດ້ຕົກເປັນເປົ້າໝາຍ ແລະ ໄດ້ຖືກໂຈມຕີ ຍ້ອນ
ຄວາມຮັບຜິດຊອບ ທີ່ທ່ານມີ ມັນເປັນເລື່ອງທີ່ຈະແຈ້ງ.”

ທ່ານ Ali ກ່າວວ່າ ພວກຄົນຮ້າຍໄດ້ຫລົບໜີ ຈາກຈຸດເກີດເຫດ ແລະ ການຕາມລ່າຫາ ພວກເຂົາ ແມ່ນກຳລັງດຳເນີນຢູ່.

ເມືອງ Johwar ຕັ້ງຢູ່ຫ່າງຈາກນະຄອນຫຼວງ Mogadishu 90 ກິໂລແມັດທາງກ້ຳ
ເໜືອ ແລະ ເປັນເມືອງທີ່ອ້ອມລ້ອມໂດຍທີ່ດິນຟາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG