ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ປະທະກັບ ພວກປະທ້ວງ ຫຼັງຈາກການເລືອກຕັ້ງ ປະທານາທິບໍດີ ໄດ້ສິ້ນສຸດລົງ ໃນເບລາຣຸສ


ຕຳຫຼວດເບລາຣຸສ ກຳລັງຈັບກຸມຊາຍຄົນນຶ່ງ ທີ່ພວມປະທ້ວງຜົນ ການເລືອກຕັ້ງປະທານາທິບໍດີ ໃນນະຄອນຫຼວງມິງສ໌ ຂອງເບລາຣຸສ.
ຕຳຫຼວດເບລາຣຸສ ກຳລັງຈັບກຸມຊາຍຄົນນຶ່ງ ທີ່ພວມປະທ້ວງຜົນ ການເລືອກຕັ້ງປະທານາທິບໍດີ ໃນນະຄອນຫຼວງມິງສ໌ ຂອງເບລາຣຸສ.

ຕຳຫຼວດແລະພວກປະທ້ວງໄດ້ປະທະກັນ ໃນແລງວັນອາທິດວານນີ້ ຢູ່ໃນເບລາຣຸສ ຫຼັງຈາກທີ່ຜູ້ນຳຜະເດັດການ ອາເລັກແຊນເດີ ລູກາເຊັງໂກ ທີ່ປົກຄອງປະເທດມາຍາວນານ ປາກົດວ່າ ຈະໄດ້ຊະນະການເລືອກຕັ້ງປະທານາທິບໍດີຢ່າງໃຫຍ່ ເຖິງແມ່ນຈະມີການຄັດຄ້ານຢ່າງແຂງຂັນ ຈາກຝ່າຍກົງກັນຂ້າມກໍຕາມ.

ພວກປະທ້ວງປະມານ 1,000 ຄົນໄດ້ໄປເຕົ້າໂຮມກັນ ຢູ່ໃນນະຄອນຫຼວງມິງສ໌ ໃກ້ກັບອານຸສາວະລີທີ່ເປັນກຽດໃຫ້ແກ່ເມືອງ. ຕຳຫຼວດໄດ້ທຸບຕີພວກປະທ້ວງດ້ວຍໄມ້ຄ້ອນ ແລະໄດ້ໃຊ້ລະເບີດແສງໄຟ ທໍ່ສີດນ້ຳເພື່ອຂັບໄຫລ່ພວກປະທ້ວງໃຫ້ສະຫຼາຍໄປ ຜູ້ທີ່ໄດ້ພະຍາຍາມຕັ້ງສິ່ງກີດຂວາງດ້ວຍຖັງຂີ້ເຫຍື້ອທັງຫຼາຍ.

ການປະທ້ວງໄດ້ຖືກຈັດຂຶ້ນຢູ່ຫົວເມືອງແຫ່ງອື່ນຂອງເບລາຣຸສ ປະກອບດ້ວຍ ໂກເມລ ໂກຣດໂນ ວີເທັບສຄ໌ ແລະເບຣສຕ໌ ບ່ອນທີ່ມີລາຍງານວ່າ ແກັສນ້ຳຕາໄດ້ຖືກນຳໃຊ້.

ມັນບໍ່ເປັນຈະແຈ້ງວ່າ ມີພວກປະທ້ວງຈັກຄົນທີ່ໄດ້ຖືກຈັບກຸມ ແຕ່ ທ່ານ ອາເລສ ບີລີອາສກີ ຂອງກຸ່ມຕໍ່ສູ້ເພື່ອສິດທິມະນຸດ ເວຍສນາ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ ທ່ານເຊື່ອວ່າ ມີຫຼາຍຮ້ອຍຄົນໄດ້ຖືກຈັບກຸມ. ບໍ່ມີລາຍງານໃນທັນທີ ກ່ຽວກັບການບາດເຈັບໃດໆ ຈາກພວກປະທ້ວງ.

ພວກຜູ້ເຫັນເຫດການຈຳນວນນຶ່ງ ໄດ້ກ່າວວ່າ ພວກເຂົາເຈົ້າເຫັນຕຳຫຼວງບາງສ່ວນ ໄດ້ວາງໂລ້ກຳບັງຂອງພວກເຂົາເຈົ້າລົງພື້ນ ແລະປະຕິເສດທີ່ຈະຕອບໂຕ້ຕໍ່ພວກເດີນຂະບວນປະທ້ວງທັງຫຼາຍ.

ທ່ານລູກາເຊັງໂກ ໄດ້ກ່າວເມື່ອຕອນເຊົ້າວັນອາທິດວານນີ້ວ່າ ທ່ານຈະບໍ່ຍິນຍອມຕໍ່ພວກປະທ້ວງ ແລະທ່ານໄດ້ເຕືອນວ່າ ຕຳຫຼວດຈະປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ.

“ຖ້າເຈົ້າເກາະຜິດ ເຈົ້າຈະກໍຈະໄດ້ຮັບການຕອບໂຕ້ຄືນແບບດຽວກັນ” ທ່ານລູກາເຊັງໂກ ໄດ້ກ່າວໄປ. ແລະທ່ານກ່າວອີກວ່າ “ເຈົ້າພະຍາຍາມທີ່ຈະໂຄ່ນລົ້ມລັດ ຖະບານບໍ່ ທຳລາຍບາງສິ່ງບາງຢ່າງ ທຳຮ້າຍ ລະເມີດກົດໝາຍແລະຄາດໝາຍວ່າ ຂ້າພະເຈົ້າ ຫຼືຜູ້ໃດຜູ້ນຶ່ງຈະຄູ້ເຂົ່າລົງຕໍ່ໜ້າເຈົ້າ ແລະຈູບພວກເຂົາ ແລະຫາດຊາຍບ່ອນທີ່ເຈົ້າເດີນໄປຫັ້ນບໍ່? ອັນນີ້ຈະເປັນໄປບໍ່ໄດ້.”

ໜ່ວຍເລືອກຕັ້ງທັງຫຼາຍໄດ້ປິດລົງ ແລະຄະນະກຳມະການເລືອກຕັ້ງ ແມ່ນໃຫ້ທ່ານລູກາເຊັງໂກ ໄດ້ຮັບຄະແນນສຽງປະມານ 80 ເປີເຊັນ ແລະໃຫ້ຜູ້ສະໝັກຝ່າຍຄ້ານພຽງຄົນດຽວ ທີ່ທ້າຊິງເອົາຕຳແໜ່ງຢ່າງເອົາຈິງເອົາຈັງນັ້ນ ທ່ານນາງ ສເວຍລານາ ສິການູສໄກຢາ ພຽງ 7 ເປີເຊັນເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG