ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ບັນຊາການ ຕຳຫຼວດ ເປັນຫ່ວງ ນະໂຍບາຍ ​ຕໍ່ເມືອງ ທີ່ໃຫ້ບ່ອນພັກເຊົາ ແກ່ຄົນເຂົ້າເມືອງ ຜົດກົດໝາຍ


ພວກປະທ້ວງຖືປ້າຍ ຢູ່ຕໍ່ໜ້າໂຮງການເມືອງ ໃນນະຄອນ San Francisco ເມື່ອວັນທີ 25 ມັງກອນ, 2017.
ພວກປະທ້ວງຖືປ້າຍ ຢູ່ຕໍ່ໜ້າໂຮງການເມືອງ ໃນນະຄອນ San Francisco ເມື່ອວັນທີ 25 ມັງກອນ, 2017.

ບັນດາ​ຫົວໜ້າ​ຕຳຫລວດ​ຈາກ​ຫລາ​ຍໆເຂດຂອງ​ສະຫະລັດ ​ໃນວັນ​ພະຫັດ​ວານີ້ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບດຳລັດ​ຂອງປະທານາ​ທິບໍດີີ Donald Trump ທີ່ສັ່ງ​ໃຫ້ “ງົດ” ​ເງິນຊ່ວຍ​ເຫລືອ​ຂອງລັດຖະບານ​ກາງ ຕໍ່ບັນດາລັດ ​ແລະ​ເມືອງ​ຕ່າງໆ ​ທີ່​ໃຫ້ການພັກເຊົາຫຼົບ​ລີ້​ແກ່​ພວກ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະສາ​ນ.

ບັນດາ​ເຈົ້າ​ໜ້າ​ທີ່ປະຕິບັດກົດໝາຍ ກ່າວ​ວ່າ ຕັດເງິນ​ເພື່ອ​ຈະ “ບັງຄັບ” ​ໃຫ້​ມີການ​ປ່ຽນນະ​ໂຍບາຍໃນ​ເຂດທ້ອງ​ຖິ່ນ​ນັ້ນ ​ແມ່ນ “​ເປັນ​ທີ່​ລົບ​ກວນ” ​ແລະຄວາມຕິດ​ທີ່ວ່າ ​ຕຳຫລວດ
​ບໍ່​ປະສານ​ງານ​ກັບ​ເຈົ້າໜ້າ​ທີ່ຄົນ​ເຂົ້າເມືອງ​ສະຫະລັດ ​ແລະເຈົ້າໜ້າ​ທີ່​ພາສີນັ້ນ ແມ່ນບໍ່​ຖືກຕ້ອງ.

ທ່ານ J. Thomas Manger ປະທານ​ສະມາຄົມ ຜູ້​ບັນຊາ​ການ​ຕຳຫຼວດ​ໃນເ​ມື​ອງສຳຄັນ
​ຕ່າງໆ ​ແລະຜູ້​ບັນຊາ​ການ​ຕຳຫຼວດ​ໃນ​ເຂດ Mongomary ລັດ Maryland ກ່າວ​ວ່າ “ພວກ​ເຮົາມີ​ຄວາມ​ເປັນຫ່ວງ​ກ່ຽວກັບ​ການ​ຂົ່ມຂູ່​ດັ່ງກ່າວທີ່​ຈະ​ບໍ່​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ.”

ທ່ານ Manger ​ເປັນຜູ້​ບັນຊາ​ການຕຳຫລວດ ​ຢູ່​ໃນ​ເຂດ​ທີ່​ມີ​ປະຊາຊົນອາ​ໄສ​ຢູ່​ຢ່າງໜາ​ແໜ້ນ​ເຂດ​ນຶ່ງໃກ້​ກັບ​ນະຄອນຫລວງ​ວໍ​ຊິງ​ຕັນ ​ແລະ​ກ່າວ​ວ່າ “ຂະໜາດ​ດຽວກັນ​ນັ້ນ ບໍ່​ສາ
ມາດ​ໃຊ້​ໄດ້​ໝົດ” ກັບນະ​ໂຍບາຍ​ຄົນ​ເຂົ້າ​ເມືອງ ຢູ່ໃນກົມ​ຕຳ ຫລວດ 18,000 ​ແຫ່ງ​ໃນ​ທົ່ວປະ​ເທດ.

ຜູ້ບັນຊາຕຳຫລວດ ເຂດເມືອງ Mongomary ລັດ Maryland ທ່ານ J. Thomas Manger.
ຜູ້ບັນຊາຕຳຫລວດ ເຂດເມືອງ Mongomary ລັດ Maryland ທ່ານ J. Thomas Manger.

ທ່ານ Mike Tupper ຜູ້​ບັນຊາ​ການ​ຕຳຫລວດ​ເມືອງ Marshalltown ​ໃນລັດ Iowa ກ່າວ​ວ່າ “​ແລະ​ມັນ​ເປັນ​ຄຳ​ສັ່ງ​ທີ່​ບໍ່​ໃຫ້ເງິນ ຖ້າ​ເວົ້າ​ແທ້ໆ​ແລ້ວ. ກົດໝາຍ​ຄົນ​ເຂົ້າເມືອງ ​ແມ່ນ​ມີ​ການ​ປະຕິບັດ​ໄດ້​ດີ​ທີ່​ສຸດໂດຍ​ລັດຖະບານກາງ ​ແລະ​ພວກ​ເຮົາ​ດີ​ໃຈ​ທີ່​ຈະ​ໃຫ້ກາ​ນຊ່ວຍ​ເຫລືອ ​ແລະ​ປະສາ​ນງານ​ກັບພວກ​ເຈົ້າໜ້າ​ທີ່​ພາສີ ​ແລະ​ບໍ່​ວ່າ​ໃນວິທີ​ໃດໆກໍ​ຕາມ ເຂົາ​ເຈົ້າ​ຕ້ອງ​ການ​ໆຊ່ວຍ​ເຫລືອ​ຈາກ​ພວ​ກ​ເຮົາ.”

ທ່ານ Tupper ກ່າວ​ວ່າ ກົມ​ຕຳຫລວດ​ຂອງ​ທ່ານ ບໍ່ມີ​ຊັບພະ​ຍາກ​ອນການ​ເງິນ​ ຫລື​ພະນັກງານ​ທີ່​ຈະເຮັດວຽກ​ເຫລົ່ານີ້​ເພີ້​ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG