ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການຕຳຫຼວດ ໃຫ້ການວ່າ ອະດີດເຈົ້າໜ້າທີ່ຕຳຫຼວດໂຊວິນ ລະເມີດນະໂຍບາຍ ຂອງຫ້ອງການຕຳຫຼວດ


ພາບວາດສະແດງໃຫ້ເຫັນ ຫົວໜ້າຫ້ອງການຕຳຫຼວດ ຂອງນະຄອນມິນເນອາໂປລິສ (Minneapolis), ທ່ານ ເມດາເຣຍ ອາຣາດອນໂດ (Medaria Arradondo) ໄດ້ໄປໃຫ້ການໃນວັນທີ 05, ເມສາ, 2021
ພາບວາດສະແດງໃຫ້ເຫັນ ຫົວໜ້າຫ້ອງການຕຳຫຼວດ ຂອງນະຄອນມິນເນອາໂປລິສ (Minneapolis), ທ່ານ ເມດາເຣຍ ອາຣາດອນໂດ (Medaria Arradondo) ໄດ້ໄປໃຫ້ການໃນວັນທີ 05, ເມສາ, 2021

ຫົວໜ້າຫ້ອງການຕຳຫຼວດ ຂອງນະຄອນມິນເນອາໂປລິສ (Minneapolis), ທ່ານ ເມດາເຣຍ ອາຣາດອນໂດ (Medaria Arradondo) ໄດ້ໄປໃຫ້ການໃນວັນຈັນວານນີ້ວ່າ ອະດີດເຈົ້າໜ້າທີ່ຕຳຫຼວດເດເຣັກ ໂຊວິນ (Derek Chauvin) ບໍ່ໄດ້ປະຕິບັດຕາມນະໂຍບາຍ ຂອງຫ້ອງການຕຳຫຼວດ ຂອງທ່ານເລີຍ ໃນເວລາທີ່ລາວເອົາທ້າວຈອຣ໌ຈ ຟລອຍດ໌ (George Floyd) ໝູບລົງໃສ່ພື້ນຖະໜົນ ໂດຍການເອົາເຂົ່າເນັ້ນລົງໃສ່ຄໍຂອງລາວເປັນເວລາຫຼາຍກວ່າ 9 ນາທີ.

ທ່ານອາຣາດອນໂດ ກ່າວອີກວ່າ ການເອົາເຂົ່າເນັ້ນລົງໃສ່ຄໍຂອງ ທ້າວຟລອຍດ໌ ພາຍຫຼັງທີ່ລາວຖືກໃສ່ກັບມື ແລະລົ້ມລົງແລ້ວບໍ່ແມ່ນນະໂຍບາຍ ຫຼືການຝຶກອົບຮົມຂອງຫ້ອງການຕໍາຫລວດເລີຍ, “ແລະແນ່ນອນວ່າ ມັນບໍ່ແມ່ນສ່ວນນຶ່ງ ຂອງຈັນຍາບັນ ຫຼືຄຸນຄ່ານິຍົມຂອງພວກເຮົາເລີຍ."

ຫົວໜ້າຕໍາຫລວດທ່ານນີ້ ຍັງກ່າວອີກວ່າ ບັນດາເຈົ້າໜ້າທີ່ໄດ້ຮັບການຝຶກອົບ ຮົມໃຫ້ພະຍາຍາມຫລຸດຜ່ອນສະຖານະການ ແລະຫຼຸດຜ່ອນ ຫຼືວ່າຫລີກລ້ຽງການໃຊ້ ກຳລັງຮຸນແຮງທຸກຄັ້ງທີ່ຈະເຮັດໄດ້. ພວກເຂົາເຈົ້າຍັງໄດ້ຮັບການຝຶກອົບຮົມໃນ ດ້ານການປະຖົມພະຍາບານອີກ. ທ່ານກ່າວຕໍ່ໄປວ່າ "ແລະດັ່ງນັ້ນ, ພວກເຮົາມີ ໜ້າທີ່ແທ້ໆທີ່ຈະສະໜອງສິ່ງນັ້ນໃຫ້."

ທ່ານອາຣາດອນໂດທີ່ເປັນເຈົ້າໜ້າທີ່ ຕຳຫຼວດຄົນຜິວດຳຜູ້ທຳອິດຂອງນະຄອນ ດັ່ງກ່າວໄດ້ໄລ່ທ້າວ ໂຊວິນ ແລະເຈົ້າໜ້າທີ່ຕໍາຫລວດອີກສາມຄົນອອກການ ໃນມື້ຕໍ່ມາຫຼັງຈາກທ້າວຟລອຍດ໌ເສຍຊີວິດໄປ. ຕໍ່ມາ ທ່ານອາຣາດອນໂດ ກໍໄດ້ກ່າວເຖິງການຕາຍຂອງທ້າວ ຟລອຍດ໌ໃນເດືອນພຶດສະພາທີ່ຜ່ານມາວ່າເປັນການຄາດຕະກຳ.

ທ້າວ ໂຊວິນ , ຜູ້ທີ່ເປັນຄົນຜິວຂາວ, ແມ່ນເຄີຍເປັນຕຳຫຼວດມາໄດ້ 19 ປີຈົນຮອດມື້ລາວຖືກອອກການ. ລາວໄດ້ຂໍຮ້ອງວ່າຕົນບໍ່ມີຄວາມຜິດໃນຂໍ້ຫາຄາດຕະກຳ ແລະຂໍ້ຫາຂ້າຄົນຢູ່ໃນຄະດີທີ່ໄດ້ຖືກຮັບຟັງໂດຍຄະນະຕຸລາການ 12 ຄົນທີ່ມີຄົນມາຈາກຫລາຍເຊື້ອຊາດ ແລະຜິວພັນ. ທະນາຍຄວາມຂອງທ້າວໂຊວິນ ກ່າວວ່າ ທ້າວຟລອຍດ໌ໄດ້ເສຍຊີວິດໄປ ຍ້ອນບັນຫາທາງສຸຂະພາບຂອງລາວ ແລະເວົ້າວ່າທ້າວໂຊວິນ ໄດ້ເຮັດຕາມການຝຶກອົບຮົມຕຳຫຼວດຂອງລາວໃນແບບດຽວກັນທີ່ທ້າວຟລອຍດ໌ໄດ້ຖືກຈັບ.

ກ່ອນໜ້ານີ້, ຄະນະຕຸລາການຍັງໄດ້ຟັງຄໍາໃຫ້ການຈາກທ່ານໝໍປະຈໍາຫ້ອງສຸກເສີນຂອງໂຮງໝໍມິນເນອາໂປລິສທີ່ປະກາດວ່າທ້າວ ຟລອຍດ໌ຕາຍນັ້ນ.

ດຣ. ແບຣດຝອດ ແລງເຈັນແຟລດ໌ (Bradford Langenfeld) ໄດ້ໃຫ້ຄໍາໃຫ້ ການ ໃນວັນຈັນວານນີ້ວ່າ ທ້າວຟລອຍດ໌ ສ່ວນໃຫຍ່ອາດຈະເສຍຊີວິດຍ້ອນຂາດອອກຊີເຈນ, ຊຶ່ງກົງກັນກັບການດໍາເນີນຄະດີທີ່ເຫັນວ່າ ເປັນການຄາດຕະກຳນັ້ນ. ດຣ. ແລງເຈັນແຟລດ໌ ຜູ້ທີ່ພະຍາຍາມທີ່ຈະຟື້ນຊີບຂອງທ້າວຟລອຍດ໌ ຄືນ ກ່ອນທີ່ຈະປະກາດວ່າ ລາວຕາຍແລ້ວນັ້ນ ກ່າວວ່າ ທ່ານຄິດວ່າທ້າວ ຟລອຍດ໌, ຜູ້ຊາຍຜິວດໍາອາຍຸ 46 ປີ, ໂດຍສ່ວນໃຫຍ່ອອາດຈະເສຍຊີວິດຍ້ອນຖືກໜີບຄໍໃຫ້ຫາຍໃຈບໍ່ອອກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG