ປາກີສຖານ ໃນວັນພະຫັດມື້ນີ້ ທີ່ເຮັດໃຫ້ ຕໍາຫຼວດ ຢ່າງ
ນ້ອຍ 11 ຄົນເສຍຊີວິດ ແລະບາດເຈັບອີກສິບກວ່າຄົນ.
ຕໍາຫຼວດໃນເມືອງທ່າແຫ່ງນີ້ ທີ່ຕັ້ງຢູ່ທາງພາກໃຕ້ຂອງປາ
ກິສຖານໄດ້ກ່າວໃນວັນພະຫັດມື້ນີ້ວ່າ ພວກຕໍາຫລວດທີ່
ເຄາະຮ້າຍ ກໍາລັງຂີ່ລົດເມໄປ ເວລາມີລົດຄັນນຶ່ງ ທີ່ບັນຈຸ
ລະເບີດແລ່ນເຂົ້າມາຕໍາ. ເຈົ້າໜ້າທີ່ກ່າວວ່າ ພວກທີ່ໄດ້
ຮັບບາດເຈັບຫຼາຍຄົນມີອາການສາຫັດ.
ການໂຈມຕີໃນເມືອງ Karachi ຄັ້ງນີ້ ມີຂຶ້ນນຶ່ງມື້ຫຼັງຈາກໄດ້
ມີ 9 ຄົນເສຍຊີວິດຢູ່ເຂດນອກເມືອງ Peshawar ພາກຕາເວັນຕົກສຽງເໜືອຂອງ
ປາກີສຖານ ໃກ້ໆກັບຊາຍແດນອັຟການີສຖານ. ທາງການກ່າວວ່າ ພວກໂຈມຕີໃນ
ວັນພຸດວານນີ້ ທີ່ມີຢ່າງນ້ອຍສິບກວ່າຄົນ ໄດ້ແກວ່ງລະເບີດມືເຂົ້າໃສ່ເຮືອນຂອງນາຍ
ຕໍາຫຼວດຄົນນຶ່ງ ທີ່ໄດ້ຖືກສັງຫານ ໃນການຍິງປະທະກັນໃນວັນອາທິດແລ້ວນີ້.
ແລະໃນວັນອັງຄານຜ່ານມານີ້ ກໍມີຢ່າງນ້ອຍ 11 ຄົນເສຍຊີວິດ ແລະໄດ້ຮັບບາດເຈັບ
ອີກ ຢ່າງນ້ອຍ 20 ຄົນ ໃນເມືອງ Peshawar ຫຼັງຈາກພວກຄົນຮ້າຍ ແກວ່ງລະເບີດ
ເຂົ້າໃສ່ຝູງຊົນໃນໂຮງສາຍຮູບເງົາແຫ່ງນຶ່ງ.