ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນ​ລະ​ຍາ​ທ່ານ​ຫຼູ ຊີ​ເຫວີຍ ກ່າວ​ວ່າ ສາ​ມີ​ຂອງ​ນາງ ຖືກ​ສົ່ງ​ກັບ​ຄືນ​ໄປ​ຈີນ​ແລ້ວ


ໃນພາບນີ້ ທີ່ໄດ້​ມາ​ຈາກແຫລ່ງຂ່າວ ທີ່ປະສົງບໍ່ເປີດຊື່, ສະແດງໃຫ້ເຫັນນຶ່ງ ໃນບັນດານັກເຄື່ອນໄຫວ, ຢູ່ເບື້ອງຊ້າຍ, ເດີນທາງໄປກັບທະນາຍຄວາມເພື່ອສິດ​ທິ​ມະ​ນຸດຫລູ ຊີເ​ຫວີຍ, ຢູ່ເບື້ອງຂວາ, ໂຕ້ຖຽງກັບເຈົ້າໜ້າທີ່ຕຳຫຼວດລາວ ທີ່ຄວບຄຸມໂຕທ່ານຫລູ, ເມື່ອວັນທີ 28 ກໍລະກົດ 2023. (Anonymous Source via AP)
ໃນພາບນີ້ ທີ່ໄດ້​ມາ​ຈາກແຫລ່ງຂ່າວ ທີ່ປະສົງບໍ່ເປີດຊື່, ສະແດງໃຫ້ເຫັນນຶ່ງ ໃນບັນດານັກເຄື່ອນໄຫວ, ຢູ່ເບື້ອງຊ້າຍ, ເດີນທາງໄປກັບທະນາຍຄວາມເພື່ອສິດ​ທິ​ມະ​ນຸດຫລູ ຊີເ​ຫວີຍ, ຢູ່ເບື້ອງຂວາ, ໂຕ້ຖຽງກັບເຈົ້າໜ້າທີ່ຕຳຫຼວດລາວ ທີ່ຄວບຄຸມໂຕທ່ານຫລູ, ເມື່ອວັນທີ 28 ກໍລະກົດ 2023. (Anonymous Source via AP)

ນາງ​ຈາງ ຊຸນ​ຊ້ຽວ (Zhang Chunxio) ພັ​ນ​ລະ​ຍາ​ຂອງ​ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດ​ຈີນ ​ຫຼູ ຊີ​ເຫວີຍ (Lu Siwei) ທີ່​ຖືກ​ຈັບ​ຢູ່​ລາວກ່າວ​ວ່າ ທ່ານ​ໄດ້​ຖືກເນ ລະ​ເທດຈາກ​ລາວ​ໄປ​ຈີນແລ້ວ ອີງ​ຕາມ​ລາຍ​ງານ​ຂອງຄ​ຣິ​ສ ເຈັງ ວີ​ໂອ​ເອ ພະ​ແນກ​ພາ​ສາ​ຈີນກວາງ​ຕຸ້ງ.

ນາງ​ຈາງ ຊຸນ​ຊ້ຽວ ໃຫ້​ການ​ຢືນ​ຢັນວ່າ ສາ​ມີ​ຂອງ​ນາງໄດ້​ຖືກ​ສົ່ງກັບໄປຈີນແລ້ວ ແລະ​ເວ​ລານີ້ ຖື​ກ​ກັກທີ່​ສູ​ນ​ຄຸມ​ຂັງ​ຊິນ​ດູ (Xindu) ໃນ​ເມືອງ​ເຊັງ​ດູ (Chengdu) ​ແຂວງ​ສີ​ສວນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ນາງ​ກ່າວ​ຜ່ານ​ສື່​ສັງ​ຄົມ X ​ຊຶ່ງ​ໃນ​ເມື່ອ​ກ່ອນ​ຮູ້​ກັນ​ໃນ​ຊື່​ທວີດ​ເຕີ້​ວ່າ ສູນ​ຄຸມ​ຂັງ​ຊິນ​ດູ ​ໄດ້​ແຈ້ງ​ໃຫ້​ທາງ​ຄອບ​ຄົວ​ຊາບ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມານີ້​ ໃຫ້​ສົ່ງ​ເຄື່ອງ​ນຸ່ງ
ຢາ​ປົວ​ພະ​ຍາດ ແລະ​ເງິນ​ໄປ​ໃຫ້​ຜູ້​ກ່ຽວ ແຕ່​ບໍ່​ໄດ້​ແຈ້ງວ່າ ລາວ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ໄປ​ຈີນ​ໃນ​ເວ​ລາ​ໃດ.

ທ່ານ​ຫຼູ​ ຊີ​ເຫວີຍ ເຄີຍ​ເປັນ​ທະ​ນາຍ​ຄວາມ​ ຕາງ​ໜ້າ​ໃຫ້​ແກ່​ພວກ​ທີ່​ບໍ່​ພໍ​ໃຈ​ກັບ​ລັດ​ຖະ​ບານ​ຢູ່​ໃນ​ຈີນ​ຫຼາຍໆ​ຄັ້ງ ໃບ​ອະ​ນຸ​ຍາດ​ຂອງ​ລາວ​ຈຶ່ງ​ໄດ້​ຖືກຖອນໂດຍ​ເຈົ້າ​ໜ້າ​ທີ່ແລະ​ລາວ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເດີນ​ທາງ​ອອກ​ຈາກ​ປະ​ເທດ. ທ່ານ​ໄດ້​ຖືກ​ຈັບ​ຂະ​ນະ
ທີ່ວາງ​ແຜນ​ຈະ​ເດີນ​ທາງ​ຈາກ​ລາວ ​ໄປ​ປະ​ເທດ​ໄທ ເພື່ອ​ມາ​ທ້ອນ​ໂຮມ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຢູ່​ສ​ະ​ຫະ​ລັດ ແຕ່​ໄດ້​ຖືກ​ຈັບ​ໂດຍ​ລັດ​ຖະ​ບານ​ລາວ ໃນ​ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ.

​ນາງຈາງ ຊຸນ​ຊ້ຽວ ກ່າວ​ວ່າ “ນີ້​ແມ່ນ​ຜົນ​ຂອງ​ການ​ລໍ​ຖ້າມ​ເປັນ​ເວ​ລາ 65 ມື້​ດ້ວຍ​ຄວາມ​ທຸກ​ທໍ​ລະ​ມານ ເຈັບ​ປວດ ເສົ້າ​ໂສກ​ເສຍ​ໃຈ ແລະຂຸ້ນ​ຂ້ອງ​ໝອງ​ໃຈ!”

ນາງ​ຈາງ ຊຸນ​ຈ້ຽວ ກ່າວ​ຕື່ມ​ວ່າ ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້​ທີ່​ສຸດ ແມ່ນການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ລາວ ຊຶ່ງ​ໄດ້​ຢືນ​ຢັດ​ຕໍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ພວກ​ນັກ​ການ​ທູດ​ຈາກ​ຫຼາຍໆ​ປະ​ເທດ​ວ່າ ທ່ານ​ຫຼູ ຊີ​ເຫວີຍ ຍັງ​ຢູ່​ໃນ​ປະ​ເທດ​ລາວ ທັງໆ​ທີ່​ທະ​ນາຍ​ຄວາມ​ລາວຂອງ​ທ່ານ ໄດ້​ຮັບ​ຂ່າວ​ວ່າ ລາວ​ໄດ້​ຖືກ​ສົ່ງ​ໂຕ​ໄປ​ຈີນ ເມື່ອ​ວັນ​ທີ 11 ກັນ​ຍາ​ຜ່ານ​ມາ.

XS
SM
MD
LG