ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳ​ຫຼວດ ຈັບ 2 ຄົນ ໃນ​ການ​ສືບ​ສວນ ກ່ຽວ​ກັບ ການ​ປ່ອຍ​ໂດ​ຣນ ທີ່​ສະ​ໜາມ​ບິນ ແກັດ​ວິກ


ພວກ​ຜູ້​ໂດຍ​ສານ ລໍ​ຖ້າ​ຂຶ້ນ​ເຮືອ​ບິນ ທີ່​ຕຶກ​ຮັບ​ຮອງ​ຜູ້​ໂດຍ​ສານ​ໃຕ້ ທີ່​ສະ​ໜາມ​ບິນ​ແກັດ​ວິກ. (21 ທັນ​ວາ 2018)
ພວກ​ຜູ້​ໂດຍ​ສານ ລໍ​ຖ້າ​ຂຶ້ນ​ເຮືອ​ບິນ ທີ່​ຕຶກ​ຮັບ​ຮອງ​ຜູ້​ໂດຍ​ສານ​ໃຕ້ ທີ່​ສະ​ໜາມ​ບິນ​ແກັດ​ວິກ. (21 ທັນ​ວາ 2018)

ຕຳ​ຫຼວດ​ອັງ​ກິດ​ໄດ້​ຈັບ​ຜູ້​ຊາຍ​ຄົນ​ນຶ່ງ ແລະ​ແມ່​ຍິງ​ຄົນ​ນຶ່ງ ຖານ​ພົວ​ພັນ​ກັບ​ການ​ສົ່ງ​ເຮືອ​ບິນ​ນ້ອຍ​ບໍ່​ມີ​ຄົນ​ຂັບ ເຂົ້າ​ໄປຂັດ​ຂວາງ​ ການ​ປະ​ຕິ​ບັດ​ງານຂອງ​ສະໜາມ​ບິນ​ແກັດ​ວິກ ເປັນ​ເວ​ລາ 3 ມື້.

ບໍ່​ມີ​ການ​ເປີດ​ເຜີຍ​ຂໍ້​ມູນ​ໃດໆ ກ່ຽວ​ກັບ​ພວກ​ທີ່​ຖືກ​ຈັບ​ທັງ​ສອງ​ຄົນ​ເທື່ອ.

ຕຳ​ຫຼວດ​ເມືອງ​ຊັ​ສ​ເຊັກ​ສ໌ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງໃນ​ຕອນ​ເຊົ້າ​ວັນເສົາ ​ມື້ນີ້​ວ່າ ການ​ຈັບ​ກຸມ ມີ​ຂຶ້ນ​ໃນ​ຕອນ​ແລງວັນ​ສຸກວານນີ້.

ຖະ​ແຫຼງ​ການ​ ເວົ້າ​ວ່າ ການ​ສືບ​ສວນ​ຍັງ “ດຳ​ເນີນ​ຢູ່ ແລະ​ກິດ​ຈະ​ກຳ​ຂອງ​ພວກ​ເຮົາ​ທີ່​ສະ​ໜາມ​ບິນ ​ຍັງ​ດຳ​ເນີນ​ຕໍ່​ໄປ ເພື່ອ​ສ້າງ​ຄວາມ​ສາ​ມາດ ​ໃນ​ການກວດ​ຈັບ ແລະ​ຫຼຸດ​ຜ່ອນການ​ບິນ​ລ່ວງ​ລ້ຳ ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ ຫຼື ໂດ​ຣນ ໃນ​ອະ​ນາ​ຄົດ ທີ່​ນຳໃຊ້​ກົນ​ລະ​ຍຸດ​ຕ່າງໆ.”

ການ​ອັດ​ທາງ​ແລ່ນ ທີ່​ສະ​ໜາມ​ບິນ​ແກັດ​ວິກ ຊຶ່ງ​ເປັນ​ສະ​ໜາມ​ບິນ​ໃຫຍ່​ອັນ​ດັບ 2 ຂອງ​ອັງ​ກິດ ຍ້ອນ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ໄດ້​ລົບ​ກວນ ​ການ​ບິນ​ຂຶ້ນ​ລົງ​ຂອງ​ເຮືອ​ບິນຫຼາຍ​ຮ້ອຍ​ຖ້ຽວ ແລະ​ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ໂດຍ​ສານ​ຫຼາຍໆ​ພັນ​ຄົນ.

ການ​ອັດ​ສະ​ໜາມ​ບິນ​ແກັດ​ວິກ​ໃນ​ແລງວັນ​ພຸດ​ແລ້ວ ຫລັງ​ຈາກ​ໄດ້​ເຫັນ​ເຮືອ​ບິນ​ບໍ່ມີ​ຄົນ​ຂັບ ແລະ​ໄດ້​ເປີດ​ຄືນ​ໃນ​ຂອບ​ເຂດ​ຈຳ​ກັດໃນ​ວັນ​ສຸກວານນີ້. ມາ​ຮອດ​ບ່າຍວານນີ້ ແຕ່​ແນວ​ໃດ​ກໍ​ຕາມ ຖ້ຽວ​ບິນ​ຕ່າງໆ​ໄດ້​ຖືກ​ໂຈະ​ອີກ​ເທື່ອ​ນຶ່ງ ຫຼັງ​ຈາກ​ມີ​ລາຍ​ງານ​ວ່າ ໄດ້​ເຫັນ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຕື່ມ​ອີກ. ແຕ່​ໃນ​ເວ​ລາ​ຕໍ່​ມາ ສະ​ໜ​າມບິນ​ກໍ​ໄດ້​ເປີດ​ຄືນ​ໃໝ່.

ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ເມືອງ​ຊັ​ສ​ເຊັກ​ສ໌ ທ່ານ​ຈັ​ສ​ຕິນ ເບີ​ເທັນ​ຊໍ ກ່າວ​ວ່າ ການແນມ​ເຫັນ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບຢູ່​ສະ​ໜາມ​ບິນ​ແກັດ​ວິກ ​ແມ່ນ​ປາ​ກົດ​ການ​ທີ່​ບໍ່​ເຄີຍມີ​ມາ​ກ່ອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG