ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດ ໄນຈີເຣຍ ຈັບຜູ້ຊາຍຄົນນຶ່ງ ທີ່ຖືກກ່າວຫາ ພະຍາຍາມຕັດນົມ ຂອງແມ່ຍິງຄົນນຶ່ງ


ແຜນທີ່ປະເທດໄນຈີເຣຍ.
ແຜນທີ່ປະເທດໄນຈີເຣຍ.

ຜູ້ຊາຍໄນຈີເຣຍຄົນນຶ່ງ ອາຍຸ 41 ປີ ໄດ້ຖືກຈັບກຸມ ສໍາລັບການກ່າວຫາຄາດຕະກຳແມ່
ຍິງຄົນນຶ່ງ ໃນລະຫວ່າງການໂຈມຕີດ້ວຍມີດ.

ຕໍາຫຼວດກ່າວວ່າ ທ້າວອັອກບອນນາ ເອັນວັງໂວ ໄດ້ແທງຜູ້ເຄາະຮ້າຍໃສ່ທ້ອງ ຢູ່ໂຮງ
ແຮມໃນເມືອງ ອໍຣຸມບາໃຕ້ ໃນວັນພະຫັດວານນີ້ ກ່ອນພະຍາຍາມທີ່ຈະຕັດນົມຂອງ
ລາວອອກເບື້ອງນຶ່ງ ເພື່ອຈຸດປະສົງທີ່ຖືກກ່າວວ່າເປັນພິທີທາງສາສະໜາ.

ຕຳຫຼວດກ່າວວ່າ ຜູ້ບໍລິຫານໂຮງແຮມໄດ້ມາຊ່ວຍນາງໄວ້ ຫຼັງຈາກໄດ້ຍິນສຽງ ນາງຮ້ອງ
ອອກມາ. ຜູ້ເຄາະຮ້າຍໄດ້ຖືກປິ່ນປົວຢູ່ໂຮງໝໍທ້ອງຖິ່ນ ແຕ່ວ່າສະພາບການຂອງນາງບໍ່
ໄດ້ບອກໃຫ້ຮູ້ໃນທັນທີ.

ທ້າວ ເອັນວັງໂວ ກໍໄດ້ຮັບໄດ້ປິ່ນປົວຢູ່ໂຮງໝໍຄືກັນ ຫຼັງຈາກລາວ ຖືກໂຈມຕີໂດຍຄົນກຸ່ມ
ນຶ່ງທີ່ຢືນຢູ່ໃກ້ຄຽງ ທີ່ປາກົດວ່າພາກັນໂກດແຄ້ນຍ້ອນການໂຈມຕີຂອງລາວນັ້ນ.

ຕຳຫຼວດແມ່ນກຳລັງດຳເນີນການສຶບສວນ ກ່ຽວກັບ ສະຖານະການຂອງ ການໂຈມຕີນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG