ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດ​​​ເທີກີ ຈັບ​ກຸມ 20 ກ່ວາ​ຄົນ ທີ່​ປະ​ທ້ວງ​ຕໍ່ຕ້ານ​ ລັດຖະບານ (ວີດິໂອ/ສະໄລດ໌)


ທ້າວ Erdem Gunduz (ກາງ) ຢືນປະທ້ວງແບບສັນຕິ ຢູ່ຈະຕຸລັດ Taksim ໃນກຸງ Istanbul, ເຊົ້າວັນທີ 18 ມິຖຸນາ 2013.
ທ້າວ Erdem Gunduz (ກາງ) ຢືນປະທ້ວງແບບສັນຕິ ຢູ່ຈະຕຸລັດ Taksim ໃນກຸງ Istanbul, ເຊົ້າວັນທີ 18 ມິຖຸນາ 2013.
ສື່​ຂອງ​ເທີ​ກີ ກ່າວ​ວ່າ ​ຕໍາຫຼວດ​ໄດ້​ເຂົ້າ​ກວດ​ຄົ້ນ​ບ້ານ​ເຮືອນ​ແລະ
​ຈັບ​ກຸມ 20 ກ່ວາ​ຄົນ ທີ່​ຕ້ອງ​ສົງ​ໄສວ່າ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ
​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ທີ່ແກ່ຍາວ​ມາເກືອບ 3 ອາທິດນັ້ນ.

ອົງການ​ຂ່າວ Anadolu ​ຂອງເທີ​ກີ ລາຍ​ງານວ່າ ມີ​ຢ່າງ​ນ້ອຍ 25
ຄົນ ​ໄດ້​ຖືກ​ກັກ​ໂຕ​ໄວ້​ ໃນ​ວັນ​ອັງຄານ​ມື້​ນີ້ ຢູ່ນະຄອນຫຼວງ An-
kara ​ໃນ​ຂະນະ​ທີ່​ມີ​ຫຼາຍໆ​ຄົນ​ຖືກ​ຈັບ​ກຸມ ​ໃນນະຄອນ Istanbul
​ແລະ Lzir.

ກ່ອນ​ໜ້າ​ນີ້ ຕໍາຫຼວດ​ເທິ​ກີກໍໄດ້ຈັບ​ກຸມຫຼາຍໆ​ຄົນ ທີ່​ທໍາ​ການ​
ປະ​ທ້ວງຢ່າງ​ງຽບໆແບບສັນຕິ ​ຢູ່​ຈະຕຸ​ລັດ Taksim ​ໃນ
Istanbul.

ເທີ​ກີໄດ້ເຫັນ​ການ​ປະ​ທ້ວງ​ຕໍ່​ຕ້ານລັດຖະບານ​ຢ່າງຮຸນ​ແຮງ​
ຢູ່ຫຼາຍ​ໆເມືອງໃນ​ທົ່ວປະ​ເທດ ມາ​ເປັນເວລາເກືອບ 3 ອາທິດ.

ລັດຖະບານໄດ້ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ອາດຈະ​ໃຊ້ກໍາລັງ​
ທະຫານ​ເພື່ອ​ຊ່ອຍ​ຍຸຕິການປະ​ທ້ວງ ຖ້າ​ຫາກ​ວ່າ​ກອງ​ກໍາລັງ
ຕໍາຫຼວດ ​ບໍ່​ພຽງພໍ​.


2 ກຸ່ມສະຫະພັນກໍ​າມະ​ບານ​ໃຫຍ່ໆ​ຂອງ​ເທີ​ກີ ທີ່​ເປັນ​ຕົວແທນ​ພະນັກງານ​ຫຼາຍ​ພັນ​ຄົນ
ໄດ້​ພາກັນ​ນັດ​ຢຸດ​ງານທົ່ວ​ປະ​ເທດໃນ​ວັນ​ຈັນ​ວານ​ນີ້ ​ເພື່ອປະ​ທ້ວງ​ການກວດ​ລ້າງຂອງ​
ຕໍາຫຼວດ​ ຕໍ່​ພວກ​ປະ​ທ້ວງ​ທີ່ສວນສາທາ​ລະນະ Gezi.

ການ​ນັດ​ຢຸດ​ງານ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ແມ່ນເປັນ​ໄປ​ຢ່າງ​ສັນຕິ ​ແຕ່​ວ່າ​ພວກ​ຕໍາຫຼວດໄດ້​
ປະ​ເຊີນ​ໜ້າ​ເປັນ​ເວລາ​ສັ້ນໆ​ ກັບ​ພະນັກງານ​ສະຫະພັນ​ປະທານ 1,000 ຄົນ​ໃນ​ເມືອງ
ຫລວງ Ankara.

ວີດິໂອລາຍງານວິເຄາະ ສາເຫດຂອງການປະທ້ວງໃນເທີກີ:

Turkey Protests Symptomatic of Deeper Problems
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ
XS
SM
MD
LG