ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ອິນເດຍ ຈັບຜູ້ຕ້ອງສົງໄສ ອີກຄົນນຶ່ງ ໃນຄະດີ ຂົ່ມຂືນໝູ່


ຜູ້ຄົນກຳລັງພາກັນຫຼຽວເບິ່ງບໍລິເວນບ່ອນທີ່ເດັກສາວສອງຄົນ ຖືກແຂວນຄໍ ໃສ່ຕົ້ນໄມ້ ໃນເຂດເມືອງ Badaun ໃນລັດ Uttar Pradesh ທາງພາກເໜືອ ຂອງປະເທດອິນເດຍ (28 ພຶດສະພາ 2014)
ຜູ້ຄົນກຳລັງພາກັນຫຼຽວເບິ່ງບໍລິເວນບ່ອນທີ່ເດັກສາວສອງຄົນ ຖືກແຂວນຄໍ ໃສ່ຕົ້ນໄມ້ ໃນເຂດເມືອງ Badaun ໃນລັດ Uttar Pradesh ທາງພາກເໜືອ ຂອງປະເທດອິນເດຍ (28 ພຶດສະພາ 2014)
ຕຳຫຼວດໃນພາກເໜືອຂອງປະເທດອິນເດຍ ກ່າວໃນວັນສຸກມື້ນີ້
ວ່າ ຜູ້ຕ້ອງສົງໄສອີກຄົນນຶ່ງ ໄດ້ຖືກຈັບ ໃນຖານພົວພັນກັບຄະດີ
ຂົ່ມຂືນໝູ່ຫລືລຽນຄິວ ສາວນ້ອຍສອງຄົນ ທີ່ເປັນຍາດຫ່າງໆກັນ ຕາມທີ່ມີການກ່າວຫານັ້ນ. ມີຜູ້ຕ້ອງສົງໄສ ຢ່າງໜ້ອຍຄົນນຶ່ງ ຖືກ ເຈົ້າໜ້າທີ່ຈັບໂຕໄວ້ແລ້ວ.

ສາວນ້ອຍທັງສອງໄດ້ຫາຍສາບສູນໄປໃນວັນອັງຄານຜ່ານມານີ້
ຫລັງຈາກ ພາກັນອອກໄປທົ່ງນາ ເພື່ອປົດທຸກ ຍ້ອນບ້ານເຮືອນ ຂອງພວກເຂົາເຈົ້າບໍ່ມີຫ້ອງນ້ຳ.

ພວກຊາວບ້ານໃນເຂດເມືອງ Buduan ລັດ Uttar Pradesh ໄດ້
ພົບສົບຂອງສາວນ້ອຍທັງສອງຫ້ອຍຢູ່ນຳຕົ້ນໄມ້. ການສັນນະສູດສົບພົບວ່າ ສາວນ້ອຍທັງ ສອງໄດ້ຖືກຂົ່ມຂືນ.

ຕຳຫຼວດກ່າວວ່າ ມີພວກຜູ້ຊາຍຫຼາຍໆຄົນພົວພັນນຳເຫດຮ້າຍດັ່ງກ່າວນີ້ ແລະເຂົາເຈົ້າກຳລັງ ຊອກຫາພວກຜູ້ຊາຍອີກຈຳນວນນຶ່ງທີີ່ຍັງຫລົບໜີຢູ່.

ຕຳຫຼວດກ່າວວ່າ ມີຕຳຫຼວດສອງຄົນຕົກເປັນຜູ້ຕ້ອງສົງໄສ ຫລັງຈາກພວກຊາວບ້ານຈົ່ມວ່າ ຕຳຫຼວດ ເລີ້ມການສືບສວນ ຄະດີນີ້ຊ້າຫຼາຍ.

ຄອບຄົວຂອງພວກສາວນ້ອຍທັງສອງ ແມ່ນພາກັນອາໄສຢູ່ທີ່ປະຊາຄົມ Dalit ຊຶ່ງເອີ້ນກັນ ໃນອີກຊື່ນຶ່ງວ່າ “ພວກທີ່ບໍ່ສາມາດແຕະຕ້ອງໄດ້ ຫຼື untouchable” ແລະຖືວ່າ ເປັນວັນນະ ທີ່ຕ່ຳສຸດ ໃນລະບົບຊົນຊັ້ນຂອງອິນເດຍ.
XS
SM
MD
LG