ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕຳຫຼວດ ກັບ ພວກປະທ້ວງໄດ້ປະທັນກັນ ຢູ່ໃນ ບຣາຊີລ ຫຼັງການຟ້ອງຮ້ອງ ທ່ານນາງ Rousseff


ຜູ້ປະທ້ວງຄົນໜຶ່ງ ຖືປ້າຍ ທີ່ອ່ານວ່າ holds a sign that reads “Temer ຈົ່ງອອກໄປ” ໃນລະຫວ່າງ ການປະທ້ວງຕໍ່ຕ້ານປະທານາທິບໍດີ ຂອງ ບຣາຊິລ ທ່ານ Michel Temer ຢູ່ທີ່ ຊາຍຫາດ Copacabana, ໃນ Rio de Janeiro, ບຣາຊີລ, ວັນອາທິດ ທີ 4 ກັນຍາ 2016.
ຜູ້ປະທ້ວງຄົນໜຶ່ງ ຖືປ້າຍ ທີ່ອ່ານວ່າ holds a sign that reads “Temer ຈົ່ງອອກໄປ” ໃນລະຫວ່າງ ການປະທ້ວງຕໍ່ຕ້ານປະທານາທິບໍດີ ຂອງ ບຣາຊິລ ທ່ານ Michel Temer ຢູ່ທີ່ ຊາຍຫາດ Copacabana, ໃນ Rio de Janeiro, ບຣາຊີລ, ວັນອາທິດ ທີ 4 ກັນຍາ 2016.

ພວກປະທ້ວງຈຳນວນຫຼາຍຄົນ ໄດ້ລວມຕົວກັນເພື່ອປະທ້ວງຕໍ່ຕ້ານປະທານາທິບໍດີຂອງ ບຣາຊິລ ທ່ານ Michel Temer ໃນເມືອງ Sao Paolo ແລະ ນະຄອນ Rio de Janeiro ໃນວັນອາທິດວານນີ້ ພ້ອມດ້ວຍປ້າຍທີ່ອ່ານວ່າ “Temer ຈົ່ງອອກໄປ” ແລະ “ໃຫ້ເລືອກ ຕັ້ງໃໝ່ດຽວນີ້.”

ປະຊາຊົນຫຼາຍສິບພັນຄົນໄດ້ລວມຕົວກັນທີ່ຖະໜົນ Paulista, ເຊິ່ງເປັນທາງຫຼວງ ທີ່ມີ ລົດໜາແໜ້ນທີ່ສຸດຂອງ ບຣາຊິລ, ເພື່ອປະທ້ວງຕໍ່ຕ້ານລັດຖະບານໃໝ່ ຫຼັງຈາກທ່ານນາງ Dilma Rousseff ໄດ້ຖືກຟ້ອງໂທດໃນສັບປະດາທີ່ຜ່ານມາ.

ຕຳຫຼວດກ່າວວ່າ ພວກປະທ້ວງໃນເມືອງ Sao Paolo ຕອນທຳອິດແມ່ນສະຫງົບດີ ແຕ່ ໃນຕອນທ້າຍໄດ້ຈົບລົງດ້ວຍການຍິງລະເບີດຄວັນ, ລະເບີດທີ່ມີແຕ່ສຽງ ແລະ ສີດນ້ຳໃສ່ ຫຼັງຈາກກຸ່ມຄົນດັ່ງກ່າວ ໄດ້ກໍ່ຄວາມຮຸນແຮງ ທີ່ສະຖານີລົດໄຟໃຕ້ດິນແຫ່ງໜຶ່ງ ດ້ວຍການ ມ້າງປະຕູໝູນ ແລະ ແກວ່ງກ້ອນຫີນໃສ່ ເຈົ້າໜ້າທີ່ປາບປາມຈະລາຈົນ.

ນອກນັ້ນປະຊາຊົນ ບຣາຊິລ ຍັງໄດ້ເຕົ້າໂຮມກັນທີ່ຖະໜົນ Copacabana ໃນນະຄອນ Rio de Janeiro ຮຽກຮ້ອງໃຫ້ປະທານາທິບໍດີຄົນປະຈຸບັນຖືກປົດອອກຈາກຕຳແໜ່ງ ແລະ ຮຽກຮ້ອງໃຫ້ມີການເລືອກຕັ້ງເອົາປະທານາທິບໍດີຄົນໃໝ່.

ແຕ່ທ່ານ Temer ທີ່ກຳລັງເຂົ້າຮ່ວມໃນກອງປະຊຸມສຸດຍ້ອດ G20 ໃນ ຈີນ ບໍ່ໄດ້ຖືເປັນ ຄວາມ ສຳຄັນຕໍ່ການປະທ້ວງດັ່ງກ່າວ.

ທ່ານໄດ້ກ່າວຕໍ່ອົງການສື່ມວນຊົນໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວໃນ ຈີນ ວ່າ “ຄົນກຸ່ມນ້ອຍພວກນີ້.. ຂ້າພະເຈົ້າບໍ່ຮູ້ຈຳນວນຕົວເລກ, ແຕ່ພວກເຂົາມີປະມານ 40,​ 50 ຫຼື 100 ຄົນ. ມັນບໍ່ມີຫຍັງຫຼາຍກວ່ານັ້ນ. ຈາກປະຊາຊົນ ບຣາຊິລ ທັງໝົດມີ 204 ລ້ານຄົນ, ຂ້າພະເຈົ້າບໍ່ຄິດວ່າ ມັນຈະມີຄວາມໝາຍຫຍັງຫຼາຍ.”

ນອກນັ້ນ ທ່ານຍັງໄດ້ກ່າວວ່າ ພວກປະທ້ວງ ທີ່ໄດ້ສ້າງຄວາມເສຍຫາຍ ຈະຕ້ອງຖືກ ລົງໂທດ.

ທ່ານ Temer ກ່າວວ່າ “ການສ້າງຄວາມເສຍຫາຍແມ່ນການກໍ່ອາຊະຍາກຳ. ມັນບໍ່ ແມ່ນການປະທ້ວງ.”

ແນວໃດກໍຕາມ ກຸ່ມຝ່າຍຄ້ານ, ໄດ້ປະຕິເສດບໍ່ຮັບຮູ້ ຈຳນວນຜູ້ປະທ້ວງ ທີ່ທ່ານປະທານາ ທິບໍດີ ໄດ້ກ່າວອອກມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Brazil Protests
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG