ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຍິງກັນ ຢູ່ນະຄອນ San Diego ສັງຫານ ຕຳຫຼວດນຶ່ງຄົນ ແລະອີກຄົນ ບາດເຈັບສາຫັດ


ຕຳຫລວດພິເສດ SWAT ຂອງນະຄອນ San Diego ຕຽມບຸກ ເຂົ້າໄປເຮືອນຂອງຜູ້ຄ້ອງສົງໄສ.
ຕຳຫລວດພິເສດ SWAT ຂອງນະຄອນ San Diego ຕຽມບຸກ ເຂົ້າໄປເຮືອນຂອງຜູ້ຄ້ອງສົງໄສ.

ຕຳຫລວດ​ຄົນ​ນຶ່ງ​ໄດ້ເສຍ​ຊີວິດ ​ແລະ​ອີກ​ຄົນ​ນຶ່ງ​ໄດ້​ຮັບບາດ​ເຈັບ​ສາຫັດໃນ​ການ​ຍິງ​ກັນ​ ໃນ​ຕອນ​ແລງ​ວັນ​ພະຫັດ​ທີ່​ຜ່ານ​ມາ ຢູ່ໃນ​ນະ​ຄອນ San Diego ທາງ​ພາກ​ໃຕ້​ຂອງ​ລັດ Cali- fornia.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຍິງ​ກັນ​ເກີດ​ຂຶ້ນ​ຢູ່​ຄຸ້ມ​ບ້ານ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຕຳ ຫລວດ​ສອງ​ຄົນ​ໄດ້​ພາກັນ​ຢຸດແວ່ເປັນ​ປະຈຳ. ​ໄດ້​ມີ​ການ​ຕິດ​ຕໍ່​ທາງວິທະຍຸ​ສຸກ​ເສີນເພື່ອ​ຮ້ອງຂໍ​ການ ​ຊ່ວ​ຍ​ເຫລືອຫຼັງຈາກ​ເກີດ​ການ​ຍິງ​ກັນ​ແລ້ວເກືອບ​ໃນທັນ​ທີ. ພວກ​ເຈົ້າ​ໜ້າ​ທີ່​ຕຳຫລວດ ທີ່​ຟ້າວ​ໄປຍັງ​ບ່ອນ​ເກີ​ດ​ເຫດ ​ໄດ້​ພົບ​ເຫັນເຈົ້າໜ້າ​ທີ່ ທັງ​ສອງ​ຖືກ​ຍິງ​ ​ແລະ​ມີເລືອດ​ອອກ ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ຖືກ​ຍິງ​ຢູ່​ໜ້າ​ເອິກຫລາຍ​ນັດ.

ພວກ​ເຈົ້າ​ໜ້າ​ທີ່ຕຳຫລວດ​ໄດ້​ນຳ​ເອົາ​ເຈົ້າ​ໜ້າ​ທີ່​ ຜູ້​ໄດ້​ຮັບ​ບາດ​ເຈັບ​ໜັກ​ ໃສ່​ລົດ​ຕຳຫລວດ ​ແລະ​ຂັບ​ໄປ​ໂຮງ​ໝໍ​ໃນ​ຂະນະ​ທີ່​ປະຕິບັດ​ການເພື່ອຊ່ວຍ​ຊີວິດຜູ້​ກ່ຽວ​ເອົາ​ໄວ້ ​ແຕ່​ຜູ້​ບັນຊາ​ການ​ຕຳຫລວດ ທ່ານນາງ Shelley Zimmerman ກ່າວ​ວ່າ “ຂ້າພະ​ເຈົ້າ​ມີ​ຄວາມ​ເສຍ​ໃຈ​ທີ່​ສຸດ​ທີ່​ຈະລາຍ​ງານວ່າ ​ເຂົາ​ເຈົ້າ​ບໍ່​ສາມາດ​ຮັກສາ​ຊີວິດ​ລາວ​ໄວ້​ໄດ້.”

​ເຈົ້າ​ໜ້າ​ທີ່​ຕຳຫລວດ Jonathan DeGuaman ທີ່​ມີ​ອາຍຸ 43 ປີ ມີ​ພັນ​ລະ​ຍາ ​ແລະ​ລູກ ນ້ອຍ​ສອງ​ຄົນ ​ແລະ​ໄດ້ເປັນ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ມາ​ໄດ້ 16 ປີແລ້ວ.

​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຜູ້ໄດ້​ຮັບ​ບາດ​ເຈັບມີ​ຊື່ວ່າ Wade Irwin ອາຍຸ 32 ປີ ​ເວລານີ້​ໄດ້​ຮັບ ການຜ່າ​ຕັດ ​ແລະ​ຄາດ​ວ່າ​ຈະ​ລອດ​ຊີວິດ ຜູ້​ບັນຊາ​ການຕຳຫລວດ​ໄດ້​ກ່າວ​ຢູ່​ໃນ Twitter.

ຜູ້ບັນຊາການຕຳຫລວດ ນະຄອນ San Diego ທ່ານນາງ Shelley Zimmerman ກ່າວຕໍ່ບັນດານັກຂ່າວ.
ຜູ້ບັນຊາການຕຳຫລວດ ນະຄອນ San Diego ທ່ານນາງ Shelley Zimmerman ກ່າວຕໍ່ບັນດານັກຂ່າວ.

ຜູ້​ຕ້ອງ​ສົງ​ໄສ​ຄົນ​ນຶ່ງ​ໄດ້​ຖືກ​ນຳ​ໂຕ​ມາ​ກັກ​ຂັງ​ໃນ​ເວລາ​ບໍ່​ດົນ​ຕໍ່​ມາ ຫລັງ​ຈາກ​ໄດ້​ປະກາດທາງ​ວິທະຍຸ. ຕຳຫລວດ​ໄດ້​ພົບ​ເຫັນທ້າວ Jesse Gomez ອາຍຸ 52 ປີ​ຢູ່​ໃນ​ຮ່ອງ​ນໍ້າໃກ້ໆ​ນັ້ນ. ມີ​ລາຍ​ງານ​ວ່າ ລາວ​ຖືກ​ຍິງ​ອາການ​ສາຫັດ ​ແລະ​ໄດ້​ຖືກ​ສົ່ງ​ໄປ​ເຂົ້າ​ໂຮ​ງໝໍ.

ຕຳຫລວດ​ໄດ້​ຕາມ​ລ່າ ​ຊອກ​ຫາຜູ້​ຕ້ອງ​ສົງ​ໄສ​ຄົນທີສອງ​ຢ່າງ​ໜັກ​ຕະຫລອດ​ຄືນ. ​ເຂົາ​ເຈົ້າ​ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ຢູ່​ໃນ​ບ້ານ​ເຮືອນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຊອກ​ຫາ​ຢູ່​ຕາມ​ເດີ່ນ​ບ້ານ ຖະໜົນ​ຫົນທາງ ຮ່ອມ​ພູ ​ແລະຮ່ອງນໍ້າຕ່າງໆ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG