ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຂອງໂປແລນ ປະລາໄຊ ໃນການແຂ່ງຂັນ ເລືອກຕັ້ງ


Poland Election
please wait
Embed

No media source currently available

0:00 0:01:23 0:00

ເບິ່ງວີດີໂອ ລາຍງານນີ້

ທ່ານ Bronislaw Komorowski ຜູ້​ດຳລົງ​ຕຳ​ແໜ່​ງ​ ປະທາ​ນາ
​ທິບໍດີ ໂປ​ແລນ ໃນ​ປະຈຸ​ບັນ ທີ່​ໄດ້​ປະ​ເຊີນ​ກັບ ການ​ທ້າ​ທາຍ​
ໃນການ​ເລືອກ​ຕັ້ງ ທີ່ແຂງ​ແຮງຢ່າງບໍ່​ໜ້າ​ເຊື່ອ ຈາກ ທ່ານ
Andrzej Duda ຜູ້​ນິຍົມ​ແນວທາງ​ເດີມນັ້ນ ​ໄດ້​ປະກາດ​ຍອມຮັບ
​ເອົາ​ຄວາມ​ປະລາ​ໄຊ​ ໃນ​ວັນ​ອາທິດ​ວານ​ນີ້ ​ບໍ່​ດົນ​ຫຼັງຈາກ​ການ​
ປ່ອນ​ບັດ​ໄດ້ສິ້ນສຸດລົງ ​ແລະ ການ​ຍັ່ງ​ຫາງ​ສຽງພວກ​ອອກ​ມາ​ຈາກ
ບ່ອນ​ປ່ອນ​ບັດ ​ສະ​ແດງ​ໃຫ້​ເຫັນວ່າ ທ່ານນຳຫຼັງ ດ້ວຍ​ຄະ​ແນນ​ສຽງ
53 ຕໍ່ 47 ​ເປີ​ເຊັນ.

ທ່ານ Komorowski ຜູ້​ທີ່ໃຜ​ໆ​ກໍ​ຄາດ​ວ່າ ​ຈະ​ໄດ້​ຮັບ​ໄຊຊະນະ ​
ແລະ​ດຳລົງ​ຕຳ​ແໜ່​ງ ສະ​ໄໝ​ທີ 2 ກຳນົດອີກ 5 ປີ ​ນັ້ນ ໄດ້​ກ່າວ​
ຕໍ່​ບັນດາ​ ຜູ້ສະໜັບສະໜຸນ ​ເມື່ອ​ຕອນ​ຄ່ຳຄືນ​ຂອງ​ວັນອາ​ທິດ​ວານ​ນີ້ວ່າ “ຂ້າພະ​ເຈົ້າ ຂໍ​
ອວຍພອນ​ໃຫ້ ຄູ່​ແຂ່ງ​ຂອງ​ຂ້າພະ​ເຈົ້າ ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ ປະທານາທິບໍດີ.”

ທ່ານ Komorowski ​ເຊິ່ງ​ເປັນນັກ​ປະຫວັດສາດ ອາຍຸ 62 ປີ ​ແລະ ອະດີດ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ໄດ້ໂຄສະນາຫາສຽງ ​ເອົາ​ຕຳ​ແໜ່ງ ສະໄໝທີສອງນີ້ ກ່ຽວກັບ ບັນຫາ
ຄວາມໝັ້ນຄົງແຫ່ງຊາດ ​ ​ເປັນສ່ວນໃຫຍ່ ​ລວມທັງຄວາມ​ເຄັ່ງ​ຕຶງ ​ທີ່​ເພີ່ມຂຶ້ນກັບຣັດ​ເຊຍ ຍ້ອນວິ​ກິດ​ການ​ຂອງ​ຢູ​ເຄຣນນັ້ນ. ທ່ານຕ້ອງໄດ້​ເຂົ້າຮ່ວມ​ໃນການເລືອກ​ຕັ້ງຮອບ​ສອງ ​ເພື່ອຕັດສິນຊີ້​ຂາດ ​ໃນ​ວັນ​ອາທິດ​ວານ​ນີ້ ຫຼັງຈາກ​ທີ່​ໄດ້ຄະ​ແນນທີ​ສອງ ​ຕາມຫຼັງທ່ານ
Duda ​ໃນການເລືອກ​ຕັ້ງຮອບ​ທຳ​ອິດ​ ເມື່ອ​ວັນ​ທີ 10 ພຶດສະພາ​ຜ່ານ​ມາ.

​ໄຊຊະນະ​ຂອງ ທ່ານ Andrzej Duda ​ຜູ້​ທ້າ​ຊິງ​ ໄວ 43 ປີ ແມ່ນເປັນໄຊຊະນະ​ ໃນການ​
ເລືອກ​ຕັ້ງທີ່​ສຳຄັນ​ຄັ້ງທຳ​ອິດ ສຳ​ຫລັບ ພັກກົດໝາຍ ແລະຄວາມ​ຍຸດຕິ​ທຳ ຊຶ່ງ​ເປັນ​ພັກ
ຝ່າ​ຍຄ້ານ ທີ່​ໄດ້​ສະ​ເໜີ​ຊື່ທ່ານ​ເປັນ​ຜູ້ຕາງ​ໜ້າ​ເຂົ້າ​ແຂ່ງຂັນ​ນັ້ນ.

​ໄຊຊະນະ​ດັ່ງກ່າວ​ໄດ້​ຍຸດຕິ ການ​ຄອບ​ງຳ​ທາງ​ດ້ານ​ການ​ເມືອງ ທີ່​ຍາວ​ນານ​ຫຼາຍກວ່າ 8 ປີ
ຂອງພັກ​ນະ​ໂຍບາຍ​ພົນລະ​ເຮືອນ. ມັນ​ຍັງ​ເປັນ ການຕຽມພ້ອມ ສຳ​ຫລັບອັນ​ທີ່​ບັນດາ​ນັກ
ວິ​ເຄາະ ຄາດ​ກັນວ່າ ​ຈະເປັນ ການ​ແຂ່ງຂັນເລືອກ​ຕັ້ງຄືນ​ໃໝ່​ອີກທີ່​ສູ​ສີກັນ​ ​ໃນ​ທ້າ​ຍປີ​ນີ້
ລະຫວ່າງ ນາຍົກລັດຖະມົນຕີ Ewa Kopacz ທີ່​ເປັນ​ພັນທະ​ມິດ ຂອງ​ທ່ານ Komorowski ​ແລະ ຝ່າຍ​ຄ້ານທີ່​ນິຍົມ​ແນວທາງ​ເດີມ.

ໃນໂປແລນ, ນາຍົກລັດຖະມົນຕີ ເປັນຜູ້ນຳພາລັດຖະບານ, ແຕ່ວ່າ ປະທານາທິບໍດີ​
ຂອງປະເທດ, ທີ່ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງ ສະໄໝໜຶ່ງ ຫ້າປີນັ້ນ ​ແມ່ນ​ເປັນ​ຫົວໜ້າ
ກອງທັບ ແລະ ມີສ່ວນ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ກ່ຽວ​ກັບນະໂຍບາຍ ການຕ່າງ ປະເທດ ແລະ ການ​ຮັບ​ຜ່ານ ກົດໝາຍ.

XS
SM
MD
LG