ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພິທີ ໄວ້ອາໄລ ໃຫ້ພວກ ເຮືອບິນຕົກ ຢູ່ໂປແລນ


ປະຊາຊົນ ຈຳນວນຫລາຍຮ້ອຍພັນຄົນ ໄດ້ໄປໂຮມຊຸມນຸມກັນ ທີ່ນະຄອນຫລວງ ຂອງໂປແລນ ໃນວັນເສົາມື້ນີ້ ເພື່ອຢ້ຽມຄຳນັບສົບ ຂອງປະທານາທິບໍດີ LECH KACZYNSKY ພັນລະຍາຂອງທ່ານ ແລະບຸກຄົນອື່ນໆອີກ 94 ຄົນ ທີ່ໄດ້ເສຍຊີວິດ ໃນອຸບັດຕິເຫດ ເຮືອບິນຕົກ ຢູ່ປະເທດຣັດເຊຍ ໃນມື້ວັນເສົາແລ້ວ. ພິທີໄວ້ອາໄລ ເປັນເວລາ 4 ຊົ່ວໂມງ ໄດ້ຈັດຂຶ້ນ ທີ່ຈະຕຸລັດ PILSUDSKI ໃນນະຄອນຫລວງວໍຊໍ ແລະຈະຕິດຕາມດ້ວຍ ພິທີສູດມົນພາວະນາ ໃນຕອນກາງຄືນ ໃຫ້ແກ່ປະທານາທິບໍດີ KACZYNSKY ແລະພັນລະຍາຂອງທ່ານ. ໃນຕອນເຊົ້າ ຂອງວັນເສົາມື້ນີ້ ຢູ່ທົ່ວປະເທດໂປແລນ ໄດ້ມີການຢືນ ສະງົບສະຕິອາຣົມໄວ້ທຸກ ເວລາສຽງຫວໍ ແລະສຽງລະຄັງຈາກໂບດດັງຂຶ້ນ ຊຶ່ງເປັນເວລາດຽວກັນ ກັບທີ່ເຮືອບິນ ປະທານາທິບໍດີ ໄດ້ປະສົບອຸບັດຕິເຫດຕົກ ທີ່ເມືອງ SMOLENSK ໃນພາກຕາເວັນຕົກ ຂອງຣັດເຊຍ. ນອກຈາກທ່ານ KACZYNSKY ແລະພັນລະຍາແລ້ວ ຍັງມີພວກຜູ້ນຳ ລັດຖະບານ ນາຍທະຫານ ແລະແຂກຜູ້ມີກຽດອື່ນໆ ຂອງໂປແລນ ເສຍຊີວິດອີກດ້ວຍ. ສົບຂອງທ່ານ KACZYNSKY ແລະພັນລະຍາ ຈະຖືກນຳໄປຝັງ ໃນວັນອາທິດມື້ອື່ນ ຫລັງຈາກພິທີ ສົ່ງສະການ ຢ່າງເປັນທາງການ ທີ່ເມືອງ KRAKOW. ມີຜູ້ນຳຂອງໂລກ ຈາກຫລາຍໆສິບປະເທດ ຮວມທັງ ປະທານາທິບໍດີ ສະຫະລັດ ທ່ານ BARACK OBAMA ມີແຜນການ ຈະໄປຮ່ວມພິທີດັ່ງກ່າວ. ຄອບຄົວຂອງ ປະທານາທິບໍດີ ຢືນຢັດວ່າ ຕ້ອງໄດ້ຈັດ ພິທີສົ່ງສະການ ທັງໆທີ່ມີຄວາມຢ້ານກົວວ່າ ຂີ້ຝຸ່ນພູໄຟຈາກໄອສະແລນ ຈະຂັດຂວາງ ບໍ່ໃຫ້ພວກຜູ້ນຳ ຫລາຍໆທ່ານ ສາມາດໄປຮ່ວມ ພິທີສົ່ງສະການ ດັ່ງກ່າວນີ້ໄດ້.

XS
SM
MD
LG