ບັນດາເຈົ້າໜ້າທີ່ຮັບມືກັບໄພສຸກເສິນກ່າວວ່າ ລົດໄຟໂດຍສານ 2 ຂະບວນໄດ້ແລ່ນຕໍາກັນ ກົງໆທາງຫົວ ເຮັດໃຫ້ພວກຄົນໂດຍສານເສຍຊີວິດ 15 ຄົນ ແລະຮັບບາດເຈັບຢ່າງໜ້ອຍ 54 ຄົນ.
ນາຍົກລັດຖະມົນຕີ Donald Tusk ເອີ້ນອຸບັດເຫດນີ້ວ່າ ເປັນໄພພິບັດລົດໄຟຕໍາກັນທີ່ໜ້າສະລົດໃຈທີ່ສຸດໃນປະວັດສາດຂອງໂປແລນ ໃນຫວ່າງບໍ່ເທົ່າໃດປີຜ່ານມານີ້ ຫລັງຈາກທ່ານໄປຢ້ຽມຢາມເບິ່ງບ່ອນເກີດເຫດໃນຕອນເຊົ້າວັນອາທິດມື້ນີ້ແລ້ວ.
ທາງການໂປແລນກ່າວວ່າ ລົດໄຟສອງຂະບວນນີ້ກໍາລັງແລ່ນເຂົ້າຫາກັນ ເທິງລາງລົດສາຍ
ດຽວກັນໃນແລງວັນເສົາວານນີ້ ເວລາອຸບັດຕິເຫດເກີດຂຶ້ນໃນເມືອງ Szczekociny ໃນ
ພາກໃຕ້ຂອງໂປແລນ. ເວລານີ້ບັນດາເຈົ້າໜ້າທີ່ກໍາລັງທໍາການສືບສວນຫາສາເຫດວ່າ
ເປັນແນວໃດລົດໄຟສອງຂະບວນນີ້ ຈຶ່ງໄດ້ມາແລ່ນຢູ່ໃນລາງດຽວກັນ.