ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂປແລນ ຈະເພີ້ມທະຫານ ຂຶ້ນເຖິງສາມເທົ່າ ຢູ່ຊາຍແດນ ຕິດກັບ ຢູເຄຣນ


ແຜນທີ່ໂປແລນ
ແຜນທີ່ໂປແລນ

ໂປ​ແລນ ​ໄດ້ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ມີ​ແຜນ​ຈະ​ເພີ້​ມ
ກຳລັງ​ທະຫານ​ຂຶ້ນ​ເປັນສາມ​ເທົ່າ ຢູ່​ຕາມ​ຊາຍ​ແດນທາງ​ພາກ
ຕາ​ເວັນ​ອອກສຽງ​ໃຕ້ຂອງຕົນເພື່ອຮັບມືກັບການ​ກໍ່ກະບົດ ​ທີ່​
ຍັງ​ດຳ​ເນີນ​ຢູ່ຕໍ່ມາໂດຍພວກ​ແບ່ງ​ແຍ​ກດິນ​ແດນ​ນິຍົມຣັດ​ເຊຍ
ຢູ່​ໃນປະ​ເທດຢູ​ເຄຣນ ທີ່ເປັນເພື່ອນບ້ານ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດໂປແລນ ທ່ານ Tomasz Siemoniak ກ່າວ​ຕໍ່​ອົງ ການຂ່າວ
ເອພີວ່າ ຈຳນວນ​ທ​ະຫານ ຢູ່​ໃນສາມ​ຖານ​ທັບ ​ຈະ​ເພີ້​ມຂື້ນ​ໃນຊຸມ​ປີ​ຈະ​ມານີ້ຊຶ່ງອາດຈະມີ
ຜົນສະທ້ອນຕໍ່ທະຫານ​ຫລາຍ​ພັນ​ຄົນ.

​ການປັບປ່ຽນດັ່ງກ່າວແມ່ນຈະ​ຄ່ອຍໆ​ຍົກຍ້າຍການ​ເຕົ້າ​ໂຮມ​ກຳລັງ​ຂອງກອງທັບ ໂປແລນ
ໄປຈາກເຂດຊາຍ​ແດນ​ ໃນພາກ​ຕາ​ເວັນ​ຕົກ​ຂອງປະເທດ.

ຄວາມ​ເຄັ່ງ​ຕຶງຍັງສູງ ​ໃນຢູ​ເຄຣນ ​ເຖິ​ງ​ແມ່ນ​ວ່າໄດ້​ມີ​ການ​ຢຸດ​ຍິງ​ໃນ​ເດືອນ​ກັນຍາ ຜ່ານມາ
ລະຫວ່າງ Kyiv ​ແລະ​ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ​ນິ​ຍົມຣັດ​ເຊຍ ທີ່​ບັນດາ​ລັດຖະບານ​ປະ​ເທດ​ຕາ​ເວັນ​ຕົກ​ ກ່າວ​ວ່າ ​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກມົສກູ. ຣັດ​ເຊຍໄດ້ປ​ະຕິ​ເສດ​ຕໍ່ການ
​ກ່າວ​ຫາດັ່ງກ່າວນີ້.

ວໍ​ຊໍ ໃຫ້ການ​ສະໜັບສະໜູນ ຕໍ່ລັດຖະບານຢູ​ເຄຣນ ​ໃນ​ຄວາມ​ດີ້ນ​ລົນຕໍ່ສູ້ເພື່ອຍຶດເອົາດິນ
ແດນຂອງຕົນຄືນ.

ຢູ່​ທີ່​ກອງ​ປະ​ຊຸມ​ສຸດ​ຍອດອົງການ NATO ​ໃນ​ເດືອນ​ກັນຍາຜ່ານມານີ້ ​ໂປ​ແລນ ​ແມ່ນຮວມ​ຢູ່​ໃນບັນດາ​ສະມາຊິກ​ປະ​ເທດຫຼາຍໆປະເທດທີ່ໄດ້ສະ​ເໜີ​ເປັນເຈົ້າພາບ ​ຕ້ອນຮັບເຈົ້າໜ້າ
ທີ່ແລະອາວຸດຍຸດໂທປະກອນ ຈາກ​ກອງທັບປະເທດພັນທະມິດ ​ໃນ​ການ​ເພີ້​ມການມີໜ້າ
ທາງທະຫານທະຫານຂອງຕົນ​ເພື່ອ​ຕອບ​ໂຕ້​ຕໍ່​ບັນຫາ​ຂັດ​ແຍ້​ງໃນຢູເຄຣນນັ້ນ.

Poland announced Monday that it plans to triple the military presence on its southeast border in response to an ongoing rebellion by separatists in neighboring Ukraine.

The country's defense minister ((Tomasz Siemoniak)) told the Associated Press that the number of troops at three bases will increase in the coming years, potentially affecting thousands of soldiers.

The realignment will gradually move the concentration of armed forces from Poland's western border.

Tensions remain high in Ukraine, despite a September cease-fire between Kyiv and separatist rebels, which Western governments say are backed by Moscow. Russia has rejected the charges.

Warsaw supports Ukraine's government in the territorial struggle.

At a NATO summit in September, Poland was among several member states that offered to host staff and supplies from the military alliance in its increased military response to the conflict.

XS
SM
MD
LG