ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂປແລນ ເປັນເຈົ້າພາບ ຕ້ອນຮັບ ການກ່າວ ຄຳປາໄສ ຂອງ ປ. ທຣຳ


Poland Set to Host Trump’s First Major Public Speech in Europe
please wait

No media source currently available

0:00 0:02:49 0:00

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຫວັງ​ວ່າ​ຈະ​ໄດ້​ຮັບການຕ້ອນຮັບ ຢ່າງ
ອົບອຸ່ນ ໃນເວລາ ທ່ານເດີນທາງໄປຮອດນະຄອນຫຼວງ ຂອງໂປແລນ ໃນວັນພຸດ
ມື້ນີ້ ສຳລັບຊ່ວງທີນຶ່ງຂອງການເດີນທາງ​ ເປັນ​ເວລາ 4 ວັນ ​ໃນ​ການ​ຢ້ຽມຢາມ​ທາງ
ດ້ານການທູດ ທີ່ຢູໂຣບ.

ແຕ່ຜູ້ນຳສະຫະລັດ ຈະປະເຊີນກັບຄວາມກັງວົນທີ່ມີຢູ່ຕໍ່ເນື່ອງ ທົ່ວທະວີບຢູໂຣບ
ກ່ຽວກັບບາງສ່ວນຂອງນະໂຍບາຍຂອງທ່ານທີ່ໄດ້ປະກາດອອກ​ໄປໃນເມື່ອກ່ອນ
ຮວມທັງ ຄວາມໝັ້ນໝາຍຂອງທ່ານຕໍ່ອົງການເນໂຕ ແລະ ການຕັດສິນໃຈ ຂອງ
ທ່ານ ທີ່ຈະຖອນໂຕອອກຈາກສັນຍາ ດ້ານດິນ​ຟ້າອາກາດ ປາຣີ ແລະການຍົກຍ້ອງ
ຕໍ່ ທ່ານ Vladimir Putin ຄູ່ຕຳແໜ່ງຝ່າຍຣັດ​ເຊຍຂອງທ່ານ.

ທ່ານທຣຳ ຈະກ່າວຄຳປາໄສທີ່ສຳຄັນຕໍ່ສາທາລະນະຊົນຄັ້ງທຳອິດ ຢູ່ໃນທະວີບ
ດັ່ງກ່າວ ເວລາທ່ານກ່າວຄຳປາໄສ ຢູ່ທີ່ຈະຕຸລັດ Krasinski ​ໃນນະຄອນ Warsaw
ຊຶ່ງເປັນບ່ອນທີ່ມີສັນຍາລັກອັນເລິກເຊິ່ງ ສຳລັບ ຊາວໂປແລນຫຼາຍໆຄົນ ​ໃນ
​ການ​ລະນຶກເຖິງການຕໍ່ສູ້ຕ້ານການປົກຄອງຜະເດັດການ ຂອງພວກເຂົາເຈົ້າ.

ທຳນຽບຂາວ ກ່າວວ່າ ປະທານາທິບໍດີ ຈະກ່າວຢ້ຳ ​ເຖິງຄວາມໝັ້ນໝາຍຂອງທ່ານ
ຕໍ່ຫລັກການ ​ໃນການປ້ອງກັນຮ່ວມກັນ ຂອງອົງການເນໂຕ ແຕ່ຍັງຈະກ່າວຢ້ຳອີກ
ເຖິງຂໍ້ຮຽກຮ້ອງຂອງທ່ານທີ່ວ່າບັນດາສະມາຊິກຕ້ອງປະກອບສ່ວນຫຼາຍຂຶ້ນ ໃນ
ພາລະທາງດ້ານການເງິນ ຂອງກຸ່ມພັນທະມິດ.

ທ່ານ​ທຣຳຫວັງວ່າ ຈະ​ເຮັດ​ໄດ້​ດີກ​ວ່າ​ເກົ່າ​ໃນ​ລະຫວ່າງ​ການ​ເດີນທາງ​ໄປ​ຢ້ຽມຢາມ
ຢູ​ໂຣບເທື່ອທຳ​ອິດ​ຂອງ​ທ່ານ ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ​ເວລາ​ທ່ານ​ໄດ້ກ່າວ​
ຢ່າງ​ແຮງ​ຕໍ່​ພວກ​ຜູ້ນຳ​ຂອງ​ອົງການ​ເນ​ໂຕ້ ທີ່​ບໍ່​ໄດ້​ຈ່າຍ​ເງິນ​ສະໜັບສະໜູນພຽງພໍ
​ຕໍ່​ກອງທັບ ​ໃນ​ຂະນະ​ທີ່​ທ່ານ​ບໍ່​ໄດ້​ກ່າວ​ເຖິງ​ມາດຕາ 5 ຂອງ​ສົນທິສັນຍາອົງການ
​ເນ​ໂຕ້ ຊຶ່ງ​ຮຽກຮ້ອງ​ໃຫ້​ທຸກ​ປະ​ເທດ​ໃນ​ກຸ່ມ​ພັນທະ​ມິດ​ ສະໜອງ​ຕອບ​ຖ້າສະມາຊິກ
ປະ​ເທດ​ໃດ​ປະ​ເທດ​ນຶ່ງ ຂອງ​ອົງການ​ເນ​ໂຕ້​ຖືກ​ໂຈມ​ຕີ.

ມີ​ທະຫານ​ສະຫະລັດ 3,000 ຄົນ​ປະຈຳການຢູ່​ໂປ​ແລນໃນ​ຖານະ​ທີ່​ເປັນ​ສ່ວນ​ນຶ່ງ
​ຂອງ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຂອງ​ອົງການ​ເນ​ໂຕ້​ທີ່​ແນ​ໃສ່​ເພື່ອ​ຕໍ່ຕ້ານ​ການ​ຮຸກ
​ຮານ ​ຂອງ​ສະຫະລັດ​ໃນ​ຢູ​ເຄຣນ.

​ໂປ​ແລນ​ຢາກ​ໄດ້​ຮັບ​ການ​ຄ້ຳປະກັນ​ທີ່​ໜັກ​ແໜ້ນ ນັ້ນຄື​ຄຳ​ເວົ້າຂອງ​ສາດ​ສະ​ດາ​
ຈານ Zbigniew Lewicki ອາຈານ​ສອນ​ລັດຖະສາດ​ທີ່​ມະຫາວິທະຍາ​ໄລ​ວໍ​ຊໍ.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ຜູ້​ຄົນ​ສ່ວນ​ໃຫຍ່​ຢາກໄດ້​ຍິນ​ວ່າ ສະຫະລັດ​ຈະ
ຮັກສາ​ການ​ມີ​ໜ້າ​ທາງ​ທະຫານ​ຢູ​ໂປ​ແລນ ຈະ​ປະຕິບັດ​ຕາມ​ມາດຕາ 5 ຂອງ​ສົນ
ທິສັນຍາ​ວໍ​ຊິງ​ຕັນ ຊຶ່ງ​ໝາຍ​ຄວາມ​ວ່າ​ຈະ​ໃຫ້ການ​ຊ່ອຍ​ເຫລືອແກ່​ພວກ​ເຮົາ ຖ້າ
ຫາກ​ວ່າ​ມີ​ຄວາມ​ຕ້ອງການ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG