ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ໂປແລນ ຮັບຜ່ານ ຮ່າງກົດໝາຍ ປະຕິຣູບ ສານສູງສຸດ


ພວກຄັດຄ້ານ ຮ້ອງຄຳຂວັນ ແລະຍົກທຽນໄຂຂຶ້ນ ໃນການປະທ້ວງ ຢູ່ຕໍ່ໜ້າສານສູງສຸດ ໃນນະຄອນວໍຊໍ.
ພວກຄັດຄ້ານ ຮ້ອງຄຳຂວັນ ແລະຍົກທຽນໄຂຂຶ້ນ ໃນການປະທ້ວງ ຢູ່ຕໍ່ໜ້າສານສູງສຸດ ໃນນະຄອນວໍຊໍ.

ສະພາ​ສູງ​ຂອງ​ໂປ​ແລນ ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ຮ່າງ​ກົດໝາຍສະບັບ​ໃໝ່ ທີ່​ເປັນ​ບັນ​ຫາ
​ໂຕ້​ແຍ້​ງ ​ເພື່ອ​ປະຕິ​ຮູບ​ສານ​ສູງ​ສຸດ​ຂອງ​ປະ​ເທດ.

ສະມາຊິກ​ສະພາ​ສູງ ​ຊຶ່ງໄດ້​ລົງ​ຄະ​ແນນ​ສຽງ​ 55 ຕໍ່ 23 ​ໂດຍ​ມີ​ສະມາຊິກ 2 ທ່ານບໍ່​ໄດ້​
ອອກສຽງ ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ຮ່າງ​ກົດໝາຍ​ດັ່ງກ່າວ​ໃນ​ຕອນ​ເຊົ້າວັນ​ເສົາ​ມື້ນີ້ທັງໆ
​ທີ່ໄດ້​ຮັບ​ການ​ຕ້ອງ​ຕິ ​ຈາກ​ສະຫະພາບ​ຢູ​ໂຣບ ​ແລະ​ການ​ປະທ້ວງຂອງ​ປະຊາຊົນ​ຫຼາຍ
ພັນ​ຄົນ ທີ່​ນະຄອນຫຼວງວໍ​ຊໍແລະຫົວເມືອງ​ອື່ນໆ​ໃນທົ່ວ​ປະ​ເທດ.

Poland Judiciary
please wait
Embed

No media source currently available

0:00 0:00:57 0:00

ປະທານາທິບໍ​ດີ Andrzej Duda ຊຶ່ງ​ເປັນ​ພັນທະ​ມິດ​ ຂອງ​ພັກ​ກົດໝາຍ​ແລະຄວາມ
​ຍຸຕິ​ທຳທີ່ິນິຍົມ​ແນວທາງ​ເດີມ ທີ່​ເປັນ​ພັກ​ລັດຖະບານ​ໃນ​ເວລາ​ນີ້ ມີ​ເວລາ21 ມື້ ທີ່​ຈະ​
ຕ້ອງ​ໄດ້​ລົງ​ນາມ​ຫຼື​ໃຊ້​ສິດ​ຢັບຢັ້ງຕໍ່​ຮ່າງ​ກົດໝາຍດັ່ງກ່າວ. ທ່ານຕ້ອງ​ໄດ້​ລົງ​ນາມກ່ອນ​
ທີ່​ຮ່າງ​ກົດໝາຍ​ນີ້ຈະ​ມີ​ຜົນ​ບັງຄັບໃຊ້​ໄດ້.

ພວກ​ຜູ້ນຳ​ຂອງ​ສະຫະພາບ​ຢູ​ໂຣບແລະ​ຜູ້​ຕ້ອງ​ຕິ​ຊາວໂປ​ແລນກ່າວ​ວ່າ ຮ່າງ​ກົດໝາຍ
ສະບັບ​ນີ້ຈະ​ບ່ອນ​ທຳລາຍ​ຕໍ່​ການກວດ​ສອບທີ່​ເປັນ​ປະຊາທິປະ​ໄຕແລະ​ຄວາມ​ກ້ຳ​ເກິ່ງ
ທຳລາຍ​ຄວາມ​ເປັນ​ອິດສະຫຼະ ​ໃນ​ດ້ານ​ຕຸລາການ​ ​ແລະ​ເປັນ​ໄພ​ຂົ່ມຂູ່​ຕໍ່​ການປົກຄອງ
​ດ້ວຍ​ຕົວ​ບົດ​ກົດໝາຍຢູ່​ໃນ​ປະ​ເທດ​ສະມາຊິກ​ທີ່​ໃຫຍ່​ທີ່​ສຸດໃນ​ພາກ​ຕາເວັນ​ອອກຂອງ​ສະຫະພາບ​ຢູ​ໂຣບ.

ພວກ​ນັກວິ​ເຄາະ​ການ​ເມືອງ​ກ່າວ​ວ່າ ຮ່າງ​ກົດໝາຍ​ສະບັບ​ນີ້​ແມ່ນ​ບາດກ້າວ​ໃໝ່ຂອງ​
ລັດຖະບານ​ໂປ​ແລນ ​ໄປ​ສູ່​ການ​ປົກຄອງ​ແບບ​ຜະ​ເດັດ​ການ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG