ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ໂປແລນ ກ່າວວ່າ ບໍ່ມີອາວຸດຍຸດທະພັນໃໝ່ ໃຫ້ຢູເຄຣນ,​ ໃນຂະນະທີ່ ສະຫະລັດ ບໍ່ໃຫ້ຄວາມສຳຄັນຕໍ່ການຂັດແຍ່ງກັນ


ແຟ້ມພາບ - ນາຍົກລັດຖະມົນຕີໂປແລນ ທ່ານແມັດເຕີສ໌ ມໍຣາວຽກກີ, ຂວາ, ຕ້ອນຮັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຢູ່ນະຄອນຫຼວງວໍຊາ ວັນທີ 5 ເມສາ 2023. ທ່ານມໍຣາວຽກກີ ໄດ້ກ່າວໃນວັນທີ 20 ກັນຍາ 2023 ວ່າປະເທດຂອງທ່ານຈະບໍ່ສົ່ງອາວຸດໃໝ່ໄປໃຫ້ຢູເຄຣນອີກຕໍ່ໄປ.
ແຟ້ມພາບ - ນາຍົກລັດຖະມົນຕີໂປແລນ ທ່ານແມັດເຕີສ໌ ມໍຣາວຽກກີ, ຂວາ, ຕ້ອນຮັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຢູ່ນະຄອນຫຼວງວໍຊາ ວັນທີ 5 ເມສາ 2023. ທ່ານມໍຣາວຽກກີ ໄດ້ກ່າວໃນວັນທີ 20 ກັນຍາ 2023 ວ່າປະເທດຂອງທ່ານຈະບໍ່ສົ່ງອາວຸດໃໝ່ໄປໃຫ້ຢູເຄຣນອີກຕໍ່ໄປ.

ວໍ​ຊິງ​ຕັນ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ໂປ​ແລນ​ຍັງ​ເປັນ​ພັນທະ​ມິດ ​ທີ່​ໃກ້ຊິດ​ຂອງ​ຢູ​ເຄຣນ ຫລັງ​ຈາກທີ່​ວໍ​ຊໍ​ກ່າວ​ວ່າ ຕົນ​ຈະ​ບໍ່​ສະໜອງ​ອາວຸດ​ໃຫ້ກີຢິບ ​ອີກ​ຕໍ່​ໄປ ທ່າມກາງ​ການ​ຂັດ​ແຍ້​ງ ​ທີ່​ເພີ້ມທະວີ​ຂຶ້ນ​ກ່ຽວ​ກັບ​ການ​ນຳ​ເຂົ້າ​ອາຫານ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ພະ​ຫັດ​ວານນີ້, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ທ່ານເຈກ ຊູລລີວານ (Jake Sullivan) ບໍ່ໄດ້ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ຂັດ​ແຍ້ງ​ກັນ​ດັ່ງ​ກ່າວ.

“ຕອນທີ່ຂ້າພະເຈົ້າ​ອ່ານ​ຫົວ​ຂໍ້​ຂ່າວ​ໃນ​ເຊົ້າ​ມື້​ນີ້, ແນ່ນອນ​ວ່າ ຂ້າພະເຈົ້າ​ເປັນ​ຫ່ວງ​ ແລະ​ມີ​ຄຳ​ຖາມ. ແຕ່ຕໍ່ມາຂ້າພະເຈົ້າໄດ້ເຫັນໂຄສົກຂອງລັດຖະບານໂປແລນອອກມາຊີ້ແຈງວ່າ ໃນຄວາມເປັນຈິງແລ້ວ ການສະຫນອງອຸປະກອນຂອງໂປແລນ, ລວມທັງສິ່ງຕ່າງໆເຊັ່ນປືນໃຫຍ່ທີ່ຜະລິດໂດຍໂປແລນ, ແມ່ນ ຍັງດຳເນີຕໍ່ໄປ ແລະໂປແລນ ຍັງສືບຕໍ່ຢືນຢູ່ຂ້າງຫລັງຢູເຄຣນ," ທ່ານຊູລລີວານ ກ່າວ.

​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ການ​ສະໜັບສະໜຸນ​ຂອງ​ປະ​ເທດຂອງທ່ານ​ຕໍ່ກີຢິບ ​ໃນ​ວັນ​ພຸດຜ່ານ​ມານີ້, ນາຍົກລັດຖະມົນຕີ​ໂປ​ແລນ ທ່ານແມັດເຕີສ໌ ມໍຣາວຽກກີ (Mateusz Morawiecki) ກ່າວ​ວ່າ ຈະ​ບໍ່​ມີ​ການສົ່ງອາວຸດ​ໃໝ່​ໃດໆ​ ​ໄປ​ໃຫ້​ຢູ​ເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG