ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພັກ​ອາ​ນຸ​ລັກ​ນິ​ຍົມ ທີ່​ປົກ​ຄອງ​​ໂປ​ແລນ ໃນ​ປັດ​ຈຸ​ບັນ ໄດ້​ຮັບ​ໄຊ​ຊະ​ນະ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ


ຜູ້​ຂີ່​ລົດ​ຖີບ​ຄົນ​ນຶ່ງ ຂີ່​ກາຍ​ປ້າຍ​ເລືອກ​ຕັ້ງ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ໃນ​ນະ​ຄອນ ວອ​ຣ​ຊໍ ຂອງ​ໂປ​ແລນ, ​ວັນ​ຈັນ​ທີ 14 ຕຸ​ລາ 2019.
ຜູ້​ຂີ່​ລົດ​ຖີບ​ຄົນ​ນຶ່ງ ຂີ່​ກາຍ​ປ້າຍ​ເລືອກ​ຕັ້ງ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ໃນ​ນະ​ຄອນ ວອ​ຣ​ຊໍ ຂອງ​ໂປ​ແລນ, ​ວັນ​ຈັນ​ທີ 14 ຕຸ​ລາ 2019.

ພັກ​ອາ​ນຸ​ລັກ​ນິ​ຍົມ ຂອງ​ໂປ​ແລນ ໄດ້​ຮັບຄະ​ແນນ​ສຽງຫຼາຍ​ທີ່​ສຸດ ໃນ​ການ​ເລືອກ​ຕັ້ງ ເມື່ອ​ວັນ​ອາ​ທິດ​ວານນີ້ ສະ​ນັ້ນ​ແລ້ວ ຈຶ່ງ​ໄດ້​ມີ​ສຽງ​ສ່ວນຫຼາຍ​ໃນ​ສະ​ພາ ຢ່າງສະ​ບາຍໆ ເພື່ອ​ທີ່​ຈະ​ໄດ້​ປົກ​ຄອງ​ປະ​ເທດ​ ເປັນ​ເວ​ລາ 4 ປີ ຕື່ມ​ອີກ.

ການ​ຢັ່ງ​ຫາງ​ສຽງ​ຂອງ​ຜູ້​ປ່ອນ​ບັດ​ໄປ​ແລ້ວນັ້ນ ທີ່​ໄດ້​ດຳ​ເນີນ​ການ​ໂດຍ​ບໍ​ລິ​ສັດ​ຄົ້ນ​ຄວ້າ IPSOS ໄດ້​ຄາດ​ຄະ​ເນ​ວ່າ ພັກ​ກົດ​ໝາຍ​ແລະ​ຄວາມ​ຍຸ​ຕິ​ທຳ ຫຼື ເອີ້ນ​ຫຍໍ້​ວ່າ PiS ໄດ້​ຮັບ​ຄະ​ແນນ​ສຽງ 43.6 ເປີ​ເຊັ​ນ ຊຶ່ງ​ອຳ​ນວຍ​ໃຫ້​ພັກ ມີ​ບ່ອນ​ນັ່ງ 239 ບ່ອນ ​ຈາກບ່ອນ​ນັ່ງ​ທັງ​ໝົດ 460 ບ່ອນ​ ຊຶ່ງ​ເປັນ​ສຽງ​ສ່ວນຫຼາຍ ໃນ​ສະ​ພາ​ຕ່ຳ​ຂອງ​ໂປ​ແລນ.

ອີງ​ຕາມ​ການ​ຢັ່ງ​ຫາງ​ສຽງ​ອັນ​ດຽວ​ກັນນັ້ນ ພັກ​ສາຍ​ກາງ ກຸ່ມ​ພັນ​ທະ​ມິດພົນ​ລະ​ເ​ມືອງ ຫຼື KO ຕາມ​ມາ​ເປັນ​ອັນ​ດັບ​ທີ​ສອງ ໂດຍໄດ້​ຮັບ​ຄະ​ແນນ​ສຽງ 27.4 ເປີ​ເຊັນ ຫຼື 130 ບ່ອນ​ນັ່ງ ແລະພັກກຸ່ມ​ພັນ​ທະ​ມິດ ​ອຽງ​ຊ້າຍ ໄດ້​ຄະ​ແດນ​ເປັນ​ອັນ​ດັບ​ທີສາມ ໂດຍໄດ້​ຮັບ​ຄະ​ແນ​ນ​ສຽງ 11.9 ເປີ​ເຊັນ ຫຼື ເທົ່າ​ກັບ 43 ບ່ອນ​ນັ່ງ.

ການ​ຢັ່ງ​ຫາງ​ສຽງ​ຂອງ IPSOS ນັ້ນ ​ຊຶ່ງ​ມີຂີດກຳ​ນົດ​ຄວາມ​ຜິດ​ພາດ​ຢູ່​ປະ​ມານ 2 ເປີ​ເຊັນ. ຜົນ​ການ​ນັບ​ຄະ​ແນນ​ສຽງ​ຄັ້ງ​ສຸດ​ທ້າຍ ຄາດ​ກັນ​ວ່າ ຈະ​ແລ້ວສຳ​ເສັດ​ ໃນ​ວັນ​ອັງ​ຄານ.

ພວກ​ສະ​ໜັບ​ສະ​ໜຸນ ພັກ​ກົດ​ໝາຍ​ແລະ​ຄວາມ​ຍຸ​ຕິ​ທຳ ຫົວ​ອາ​ນຸ​ລັກ​ນິ​ຍົມ​ ທີ່​ປົກ​ຄອງ​ປະ​ເທດ​ໃນ​ປັດ​ຈຸ​ບັນນີ້ ແນມເຫັນ​ ຄະ​ແນນ​ສຽງ ​ດັ່ງ​ກັບ​ໂອ​ກາດ​ທີ່​ຈະຮັກ​ສາ​ໄວ້ ຊຶ່ງສະ​ຫວັດ​ດີ​ການ​ດ້ານ​ສັງ​ຄົມ ໃນ​ແຕ່​ລະ​ເດືອນ ທີ່​ຈະ​ເຮັດ​ໃຫ້​ຍົກ​ລະ​ດັບ​ມາດ​ຕະ​ຖານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າ.

ເຖິງ​ຢ່າງ​ໃດ​ກໍ​ດີ ​ພວກ​ທີ່​ຕ້ອງ​ຕິ ກໍ​ກ່າວ​ວ່າ ພັກ​ດັ່ງ​ກ່າວ ດຳ​ເນີນ​ການ​ຢ່າງບໍ່​ລົດ​ລະ ໃນ​ການ​ໂຈມ​ຕີ​ຕໍ່​ກົດ​ລະ​ບຽບ​ກ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ປະ​ເທດ.

ຂໍ້​ກ່າວ​ຫາ​ທີ່​ຮ້າຍ​ແຮງ​ທີ່​ສຸດ ເພິ່ງ​ເລັງ​ໃສ່ ການ​ປະ​ຕິ​ຮູບ​ລະ​ບົບ​ຍຸ​ຕິ​ທຳ ທີ່​ຍັງ​ໄດ້​ຖືກ​ຕຳ​ໜິ​ໂດຍ​ສະ​ຫະ​ພາບ​ຢູ​ໂຣບ ແລະ​ອົງ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ທັງຫຼາຍ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອາ​ທິດ​ວານນີ້ ​ຊຶ່ງຫຼາຍໆ​ຄົນ​ເຫັນ​ວ່າ ເປັນ​ການ​ເລືອກ​ຕັ້ງ​ໃນ​ໂປ​ແລນ ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ນັບ​ຕັງ​ແຕ່ ລະ​ບອບ​ຄອມ​ມິວ​ນິ​ສ ໄດ້​ຖືກ​ໂຄ່ນ​ລົ້ມ ເມື່ອ 30 ປີ​ກ່ອນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG