ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ວາເລຊາ ຮຽກຮ້ອງ ໃຫ້ຊາວໂປແລນ ປ່ອນບັດ ຂັບໄລ່ ລັດຖະບານ ຝ່າຍຂວາ


ຜູ້ປະທ້ວງ ທີ່ໄດ້ຮັບ​ລາງວັນ​ໂນ​ແບ​ລ ທ່ານ ເລ​ຈ ​ວາເລຊາ
(Lech Walesa) ກ່າວຕໍ່ພວກປະທ້ວງ ຄັດຄ້ານລັດຖະບານ ໃນນະຄອນຫຼວງວໍຊໍ, 4 ກໍລະກົດ 2018.
ຜູ້ປະທ້ວງ ທີ່ໄດ້ຮັບ​ລາງວັນ​ໂນ​ແບ​ລ ທ່ານ ເລ​ຈ ​ວາເລຊາ (Lech Walesa) ກ່າວຕໍ່ພວກປະທ້ວງ ຄັດຄ້ານລັດຖະບານ ໃນນະຄອນຫຼວງວໍຊໍ, 4 ກໍລະກົດ 2018.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ກົດໝາຍ​ໃໝ່ ທີ່​ບັງຄັບ​ໃຫ້​ຫຼາຍ​ກວ່າ 1 ສ່ວນ 3 ຂອງບັນດາ​
ຜູ້​ພິພາກສາ​ສານ​ສູງ​ສຸດ ​ໃຫ້​ອອກ​ຈາກ​ຕຳ​ແໜ່​ງນັ້ນ ຍັງ​ດຳເນີນ​ຢູ່ຕໍ່ມາທົ່ວ​ໂປ​ແລນ
ໃນ ​ວັນ​ພຸດ​ວານ​ນີ້.

ຜູ້ກໍ່ຕັ້ງ ອົງການກຳມະບານສາມັກຄີ (Solidarity) ທີ່ໄດ້ຮັບ​ລາງວັນ​ໂນ​ແບ​ລ
ທ່ານ ເລ​ຈ ​ວາເລຊາ (Lech Walesa) ແມ່ນ​ນຶ່ງ​ໃນ​ພວກ​ປະ​ທ້ວງ​ທີ່​ລົງ​ສູ່​ຖະໜົນ ​
ໃນ​ນະຄອນຫຼວງວໍຊໍ. ທ່ານ​ໄດ້​ກ່າວຕໍ່​ພວກ​ທີ່​ມາສະ​ໜັບສະ​ໜຸນ ຢູ່​ຂ້າງ​ນອກ​ສານ​
ສູງສຸດ​ວ່າ ພວກ​ຜູ້ນຳ​ຝ່າຍ​ຂວາ ຕ້ອງ​ໄດ້​ລາ​ອອກ.

ທ່ານວາເລຊາ ກ່າວວ່າ “ໃຜກໍຕາມທີ່ທັບມ້າງລັດຖະທຳມະນູນ ແລະແບ່ງແຍກ
ອຳນາດ ແມ່ນເປັນຄົນບໍ່ດີ. ພວກເຮົາຕ້ອງໄດ້ເຮັດທຸກສິ່ງຢ່າງ ເພື່ອສົ່ງບຸກຄົນ
ພວກນີ້ໃຫ້ໜີໄປ ແລະປ່ອນບັດເລືອກເອົາ ບຸກຄົນທີ່ແຕກຕ່າງ.”

ທ່ານທຳນາຍວ່າ ການ​ເອົາ​ບາດກ້າວ​ຂອງ​ລັດຖະບານ ອາດ​ນຳ​ໄປ​ສູ່​ສົງຄາມ​ກາງ​
ເມືອງ.

ນາຍົກລັດຖະມົນຕີ​ໂປ​ແລນ ທ່ານ ມາ​ເຕີສ ມໍຣາວີ​ກີ (Mateusz Morawiecki)
​ໄດ້​ກ່າວປົກ​ປ້ອງ​ ການ​ຕັດສິນໃຈໃຫ້​ຫຼຸດ​ອາຍຸ​ຂອງ​ການອອກ​ບຳນານ​ໃຫ້​ຕ່ຳ​ລົງ ​
ສຳລັບຜູ້ພິພາກສາ ກ່ອນກອງ​ປະຊຸມ​ລັດຖະສະພາສະຫະພາບ​ຢູ​ໂຣບ ​ໃນ​ວັນ​ພຸດ​ວານ​ນີ້.

ນາຍົກລັດຖະມົນຕີ​ໂປ​ແລນ ທ່ານ ມາ​ເຕີສ ມໍຣາວີ​ກີ (Mateusz Morawiecki) ກ່າວຳປາໄສ ໃນການໂຕ້ວາທີ ກ່ຽວກັບອະນາຄົດຂອງສະຫະພາບຢູໂຣບ ໃນ ສຕຣາສເບີຣ໌ກ (Strasbourg), ພາກຕາເວັນອອກຂອງຝຣັ່ງ, 4 ກໍລະກົດ 2018.
ນາຍົກລັດຖະມົນຕີ​ໂປ​ແລນ ທ່ານ ມາ​ເຕີສ ມໍຣາວີ​ກີ (Mateusz Morawiecki) ກ່າວຳປາໄສ ໃນການໂຕ້ວາທີ ກ່ຽວກັບອະນາຄົດຂອງສະຫະພາບຢູໂຣບ ໃນ ສຕຣາສເບີຣ໌ກ (Strasbourg), ພາກຕາເວັນອອກຂອງຝຣັ່ງ, 4 ກໍລະກົດ 2018.

ທ່ານມໍຣາວີ​ກີ ​ໄດ້​ກ່າວ​ວ່າ ການ​ປະຕິ​ຮູບ​ລະບົບ​ຍຸຕິ​ທຳ ​ແມ່ນ​ຈຳ​ເປັນ ​ແລະພວກຜູ້ພິ
ພາກສາ ຕ້ອງ​ມີ​ຄວາມ​ຮັບຜິດຊອບຫຼາຍຂຶ້ນຕໍ່ປະຊາຊົນ​ຊາວ​ໂປ​ແລນ. ທ່ານ​ໄດ້​ຮຽກ
ຮ້ອງ​ໃຫ້​ມີ​ການ​ປ່ຽນ​ອາຍຸ​ຂອງ​ສຳລັບການ​ໄປ​ບຳນານ​ຢູ່ໃນ​ລັດຖະທຳ​ມະນູນ, ທ່ານ​ຍັງ
​ໄດ້​ກ່າວ​ຫາ​ບັນດາ​ປະເທດສະມາຊິກສະຫະພາບ​ຢູ​ໂຣບທີ່​ທຳ​ການ “​ໂຄສະນາ” ຕໍ່ຕ້ານ ​ລັດຖະບານ ​ທີ່​ຖືກ​ເລືອກ​ມາ​ຢ່າງ​ປະຊາທິປະ​ໄຕ ຂອງ​ປະ​ເທດ​ອື່ນ.

​ແຕ່​ວ່າ ພວກ​ຜູ້ນຳສະຫະພາບ​ຢູ​ໂຣບຫຼາຍ​ທ່ານ ​ແມ່ນ​ບໍ່ເຊື່ອໃນເລື້ອງ​ນີ້ ​ໂດຍ​ກ່າວ​ວ່າ
ປະຊາທິປະ​ໄຕ​ຂອງ​ໂປ​ແລນ​ ແມ່ນ​ຕົກຢູ່ໃນຄວາມສ່ຽງ​ແລະ​ກ່າວ​ຫາລັດຖະບານ​ທີ່​ນິຍົມ
​ແນວທາງ​ເດີມ ​ແມ່ນ​ພະຍາຍາມຈະເຂົ້າຄວບ​ຄຸມລະບົບ​ສານ.

​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້, ມີ​ຜູ້​ຄົນ​ຫຼາຍ​ຮ້ອຍ​ຄົນ ພາກັນ​ໂຮ​ຮ້ອງ ​ໃນ​ຂະນະ​ທີ່​ປະທານ​
ຜູ້​ທຳ​ອິດ​ຂອງ​ສານ​ສູງ​ສຸດ ທ່ານ​ນາງມາລກໍຊາຕາ ​ເກີຣສດອຕ (Malgorzata Gersdort)
​ໄດ້​ໄປ​ປະກົດ​ຕົວຢູ່ທີ່​ຫ້ອງການ ໂດຍທ້າທາຍຕໍ່​ກົດໝາຍ​ໃໝ່.

ທ່ານນາງກ່າວຕໍ່ພວກນັກຂ່າວວ່າ “ການ​ມີໜ້າ​ຂອງ​ຂ້າພະ​ເຈົ້າ ​ໃນ​ທີ່​ນີ້ ບໍ່​ແມ່ນ​ກ່ຽວກັບ
​ການເມືອງ. ຂ້າພະ​ເຈົ້າ​ມາ​ທີ່​ນີ້ ​ເພື່ອ​ປົກ​ປ້ອງ​ການປົກຄອງດ້ວຍຕົວບົດກົດໝາຍ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານ​ນາງມາລກໍຊາຕາ ​ເກີຣສດອຕ (Malgorzata Gersdorf) ປະທານ​ຜູ້​ທຳ​ອິດ​ຂອງ​ສານ​ສູງ​ສຸດໂປແລນ, ກ່າວຕໍ່ພວກນັກຂ່າວໃນຄອນຫຼວງວໍຊໍ, 4 ກໍລະກົດ 2018.
ທ່ານ​ນາງມາລກໍຊາຕາ ​ເກີຣສດອຕ (Malgorzata Gersdorf) ປະທານ​ຜູ້​ທຳ​ອິດ​ຂອງ​ສານ​ສູງ​ສຸດໂປແລນ, ກ່າວຕໍ່ພວກນັກຂ່າວໃນຄອນຫຼວງວໍຊໍ, 4 ກໍລະກົດ 2018.

XS
SM
MD
LG