ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂປແລນ ພາກັນ ໂຮມຊຸມນຸມ ປະທ້ວງ ການປະຕິຮູບ ສານສູງສຸດຂອງປະເທດ


ພວກປະທ້ວງ ໃສ່ຖົງມື ຫລາກຫລາຍສີ ຂອງທຸງຊາດໂປແລນ ແລະຖືປຶ້ມນ້ອຍ ທີ່ເປັນລັດຖະທຳມະນູນຂອງໂປແລນ ໄດ້ທຳ
ການປະທ້ວງ ອັນຖືເປັນການປະທ້ວງໃນ ຢູ່ນອກທຳນຽບປະ
ທານາທິບໍດີວັນທີ 3 ກໍລະກົດ 2018.
ພວກປະທ້ວງ ໃສ່ຖົງມື ຫລາກຫລາຍສີ ຂອງທຸງຊາດໂປແລນ ແລະຖືປຶ້ມນ້ອຍ ທີ່ເປັນລັດຖະທຳມະນູນຂອງໂປແລນ ໄດ້ທຳ ການປະທ້ວງ ອັນຖືເປັນການປະທ້ວງໃນ ຢູ່ນອກທຳນຽບປະ ທານາທິບໍດີວັນທີ 3 ກໍລະກົດ 2018.

ປະທານຜູ້ທີ 1 ຂອງສານສູງສຸດໃນປະເທດ ໂປແລນ ທ່ານນາງ ມາລໂກຣຊາຣາ
ເກີຣດັອຟ (Malgorzara Gersdorf) ໄດ້ປາກົດໂຕ ໃນບ່ອນເຮັດວຽກເມື່ອວັນພຸດ
ວານນີ້ ເຊິ່ງຂັດກັບກົດໝາຍສະບັບໃໝ່ທີ່ບັງຄັງໃຫ້ທ່ານນາງອອກບຳນານ.

ທ່ານ ເກີຣດັອຟ ໄດ້ກ່າວຂອບໃຈຜູ້ພວກປະທ້ວງ ທີ່ໄດ້ເຕົ້າໂຮມກັນ ເພື່ອປະທ້ວງຢູ່
ນອກຕຶກສານສູງສຸດ ໃນນະຄອນຫຼວງ ວໍຊໍ ແລະ ໄດ້ກ່າວວ່າ ທ່ານນາງຢູ່ທີ່ນັ້ນ ເພື່ອ
ປົກປ້ອງລະບຽບກົດໝາຍ.

ພາຍໃຕ້ກົດໝາຍສະບັບໃໝ່ທີ່ໄດ້ບັງຄັບໃຫ້ຫຼຸດອາຍຸການອອກບຳນານ ສຳລັບບັນດາ
ຜູ້ພິພາກສາ ທັງຫຼາຍນັ້ນ, ຜູ້ພິພາກສາສານສູງສຸດ ຈຳນວນຫຼາຍກວ່ານຶ່ງສ່ວນສາມ
ແມ່ນຈະຖືກບັງຄັບໃຫ້ລາອອກບຳນານໃນວັນພຸດມື້ນີ້.

ບັນດາຜູ້ຄັດຄ້ານກ່າວວ່າ ກົດໝາຍດັ່ງກ່າວ ແມ່ນຄວາມພະຍາຍາມ ທີ່ຈະເຂົ້າຄວບຄຸມ
ສານຕ່າງໆ ໂດຍລັດຖະບານ. ລັດຖະບານເວົ້າວ່າ ການປ່ຽນແປງຕໍ່ລະບົບຕຸລາການ
ແມ່ນຄວາມຈຳເປັນ ທີ່ຈະປັບປຸງກົດລະບຽບຕ່າງໆ ທີ່ໃນບາງກໍລະນີນັ້ນ ແມ່ນຢ້ອນກັບ
ຄືນໄປສະໄໝ ລັດທິກອມມູນິສ.

ນາຍົກລັດຖະມົນຕີ ໂປແລນ ທ່ານ ມາເຕອຸສ໌ (Mateusz) ໄດ້ກ່າວໃນກອງປະຊຸມ
ຂອງສະພາຢູໂຣບ ທີ່ທຸກປະເທດ ໃນສະຫະພາບຢູໂຣບ ມີສິດທີ່ຈະພັດທະນາ ລະບົບ
ສານຂອງເຂົາເຈົ້າ ອີງຕາມປະເພນີຂອງຕົນ.

ປະຊາຊົນຫຼາຍພັນຄົນໄດ້ແກວ່ງທຸງຊາດ ໂປແລນ ແລະ ທຸງສະຫະພາບ ຢູໂຣບ ໄປມາ
ແລະ ໄດ້ມີການຮ້ອງຄຳຂວັນຮຽກຮ້ອງ ໃຫ້ສານ ມີຄວາມເປັນອິດສະລະພາບ ທີ່ສະແດງ
ອອກຢູ່ໃນນະຄອນຫຼວງ ວໍຊໍ ແລະ ເມືອງອື່ນໆຂອງ ໂປແລນ ໃນວັນອັງຄານວານນີ້.

ທ່ານນາງ ເກີຣດັອຟ ຜູ້ຕິຕຽນທີ່ເຂັ້ມແຂງຂອງພັກກົດໝາຍນິຍົມແນວທາງເດີມ ແລະ
ຄວາມຍຸຕິທຳ ກໍແມ່ນຜູ້ນຶ່ງ ທີ່ຮວມຢູ່ໃນການໂຮມຊຸມນຸມ ໃນວັນອັງຄານວານນີ້.

ທ່ານນາງໄດ້ເອີ້ນກົດໝາຍດັ່ງກ່າວວ່າ "ການລ້າງຊ່ວຍຢູ່ໃນສານສູງສຸດ ພາຍໃຕ້ເຫດ
ຜົນຂອງການປ່ຽນແປງໄປສູ່ແນວທາງເດີມ ສຳລັບການອອກກິນເບ້ຍບຳນານ."

ທ່ານນາງ ໄດ້ປະຕິເສດທີ່ຈະຍື່ນຄຳຮ້ອງຂໍຕໍ່ເວລາຕື່ມ ໂດຍກ່າວວ່າ ລັດຖະທຳມະນູນ
ອະນຸຍາດໃຫ້ເພິ່ນຢູ່ໃນຕຳແໜ່ງຕໍ່ໄປ ຈົນເຖິງ ປີ 2020.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG