ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາ ໂປແລນ ສົ່ງຮ່າງກົດໝາຍ ປະຕິຮູບ ສານສູງສຸດ ໃຫ້ກຳມະການ ສະພາ


ຫົວໜ້າພັກກົດໝາຍ ແລະຄວາມຍຸຕິທຳ ທ່ານ Jaroslaw Kaczynski ເດີນເຂົ້າໄປໃນສະພາແຫ່ງຊາດ ໃນຂະນະທີ່ ສະມາຊິກພັກຂອງທ່ານ ຕົບມືຕ້ອນຮັບທ່ານ, ກ່ອນການອ່ານ ກົດໝາຍທີ່ຮຽກຮ້ອງໃຫ້ປັບປຸງສານສູງສຸດໃນນະຄອນຫຼວງ ວໍຊໍ, ປະເທດໂປແລນ. 19 ກໍລະກົດ, 2017.
ຫົວໜ້າພັກກົດໝາຍ ແລະຄວາມຍຸຕິທຳ ທ່ານ Jaroslaw Kaczynski ເດີນເຂົ້າໄປໃນສະພາແຫ່ງຊາດ ໃນຂະນະທີ່ ສະມາຊິກພັກຂອງທ່ານ ຕົບມືຕ້ອນຮັບທ່ານ, ກ່ອນການອ່ານ ກົດໝາຍທີ່ຮຽກຮ້ອງໃຫ້ປັບປຸງສານສູງສຸດໃນນະຄອນຫຼວງ ວໍຊໍ, ປະເທດໂປແລນ. 19 ກໍລະກົດ, 2017.

ສະພາຕໍ່າຂອງ ໂປແລນ ໄດ້ລົງຄະແນນສຽງ ໃນວັນພຸດມື້ນີ້ ເພື່ອສົ່ງຮ່າງກົດໝາຍປະຕິ
ຮູບສານສູງສຸດ ທີ່ເປັນບັນຫາໂຕ້ແຍ້ງຂອງປະເທດ ໄປໃຫ້ຄະນະກຳມະການສະພາ
ແຫ່ງຊາດ.

ການລົງຄະແນນສຽງມີຂຶ້ນລຸນຫຼັງການໂຕ້ຖຽງກັນໃນສະພາ ທີ່ຄວບຄຸມໂດຍພັກຍຸຕິທຳ
ແລະກົດໝາຍ ຊຶ່ງເປັນພັກລັດຖະບານ ແລະ ຄວາມພະຍາຍາມໂດຍພັກຝ່າຍຄ້ານ
ເພື່ອຖ້ວງເວລາ ກ່ຽວກັບຮ່າງກົດໝາຍດັ່ງກ່າວ.

ມາດຕະການທີ່ວ່ານີ້ ຈະສັບ​ຊ້ອນສານສູງສຸດ​ໃໝ່ ແລະ ມອບບົດບາດທີ່ສຳຄັນໃຫ້ແກ່
ບັນດາສະມາຊິກສະພາ ໃນການແຕ່ງຕັ້ງສະມາຊິກຂອງສານ.

ພັກລັດຖະບານກ່າວວ່າ ການປ່ຽນແປງແມ່ນມີຄວາມຈຳເປັນເພື່ອເຮັດໃຫ້ລະບົບສານ
ມີປະສິດທິພາບ, ໃນຂະນະທີ່ບັນດາຝ່າຍຄ້ານເວົ້າວ່າ ການເຄື່ອນໄຫວດັ່ງກ່າວຈະລ່ວງ
ລະເມີດຕໍ່ຄວາມເປັນອິດສະຫຼະຂອງສານ.

ການປະທ້ວງມີ​ຂຶ້ນຕາມຖະໜົນຫົນທາງ ຂະນະ​ທີ່​ມີການໂຕ້ຖຽງ ກ່ຽວກັບຮ່າງກົດໝາຍ
ດັ່ງກ່າວ, ລວມທັງໃນຕອນຄໍ່າຂອງວັນອັງຄານວານນີ້ ເມື່ອປະຊາຊົນຫຼາຍພັນຄົນໄດ້
ເຕົ້າໂຮມກັນຢູ່ນອກທຳນຽບປະທານາ ທິບໍດີ ໃນນະຄອນຫຼວງ ວໍຊໍ.

ສະຫະພາບ ຢູໂຣບ ກໍໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການ​ເຄື່ອນໄຫວ​ດັ່ງກ່າວ,
ແລະ ຄະນະກຳມາທິການຢູໂຣບກໍມີກຳນົດທີ່ຈະປຶກສາຫາລື ກ່ຽວກັບ ບັນຫາດັ່ງກ່າວ
ທີ່ກອງປະຊຸມໃນວັນພຸດມື້ນີ້.

ໂປແລນ ແມ່ນປະເທດປະຊາທິປະໄຕທີ່ຂ້ອນຂ້າງໃໝ່, ​ເຊິ່ງໄດ້ໂຄ່ນລົ້ມລະບອບການ
ປົກຄອງຄອມມູນິສໃນປີ 1989 ແລະ ໄດ້ເຂົ້າຮ່ວມ ສະຫະພາບ ຢູໂຣບ ໃນປີ 2004.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG