ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງປະທານາທິບໍດີ ທີ່ດຸເດືອດ ຂອງໂປແລນ ສະແດງການນໍາໜ້າທາງການເມືອງ ພັນທະມິດ ຂອງ ປ. ທຣໍາ


ຮູບໂຄສະນາຫາສຽງຂອງເຈົ້ານະຄອງນະຄອນວໍຊໍ Rafal Trzaskowski ແລະປະທານາທິບໍດີ Andrzej Duda ຢູ່ເມືອງ Piaseczno, ໂປແລນ, ວັນທີ 22, 2020.
ຮູບໂຄສະນາຫາສຽງຂອງເຈົ້ານະຄອງນະຄອນວໍຊໍ Rafal Trzaskowski ແລະປະທານາທິບໍດີ Andrzej Duda ຢູ່ເມືອງ Piaseczno, ໂປແລນ, ວັນທີ 22, 2020.

ການເລືອກຕັ້ງປະທານາທິບໍດີຂອງໂປແລນ ປາກົດວ່າຈະກ້າວໄປສູ່ການເລືອກ ຕັ້ງບັ້ນຕັດສິນຊີ້ຂາດ ພາຍຫລັງທີ່ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດປາກົດວ່າໄດ້ຮັບ ສຽງສ່ວນຫລາຍທີ່ຕ້ອງມີເພື່ອໃຫ້ໄດ້ຮັບໄຊຊະນຢ່າງຂາດລອຍໄປເລີຍນັ້ນ.

ຜົນການເລືອກຕັ້ງອອກມາ ໃນວັນອາທິດວານນີ້ ເຮັດໃຫ້ ປະທານາທິບໍດີ ແອນເດຣສ ດູດາ (Andrzej Duda) ໄດ້ຮັບຄະແນນສຽງ 42 ເປີເຊັນຂອງ ບັດລົງຄະແນນສຽງທັງໝົດ ແລະຜູ້ທີ່ນິຍົມສາຍກາງ, ທ່ານ ຣາຟາລ ຊັສສໂຄວສະກີ (Rafal Trzaskowski), ເຈົ້າຄອງນະຄອນຫລວງ ວໍໍຊໍ (Warsaw) ໄດ້ຮັບຄະແນນສຽງ 30 ເປີເຊັນ. ນັກຂ່າວຊິມມອນໂຮໂລເນຍ (Szymon Holownia) ໄດ້ຮັບຄະແນນສຽງ 13 ເປີເຊັນ.

ພວກສັງເກດການເລືອກຕັ້ງເວົ້າວ່າ ພວກເພິ່ນບໍ່ໄດ້ຄາດໄວ້ວ່າຈະມີຜົນການ ເລືອກຕັ້ງສຸດທ້າຍໄດ້ໃນເວລາຕໍ່ໄປໃນອາທິດນີ້ເພື່ອເຮັດໃຫ້ມີການປ່ຽນແປງ ສະພາບການນີ້ໄດ້, ຊຶ່ງກໍໝາຍຄວາມວ່າ ຜູ້ສະໝັກສອງຄົນທີ່ໄດ້ຮັບຄະແນນ ສູງສຸດຈະໄດ້ປະເຊີນໜ້າກັນອີກໃນການເລືອກຕັ້ງຮອບສອງ ທີ່ຈະຈັດຂຶ້ນໃນວັນ ທີ 12 ກໍລະກົດນີ້.

ພັກກົດໝາຍແລະຍຸຕິທໍາຊາດນິຍົມຂອງທ່ານດູດາຫວັງວ່າຈະສາມາດຂະຫຍາຍ ການເປັນພັກມີສຽງສ່ວນຢູ່ໃນສະພາ ແລະປະຕິບັດນະໂຍບາຍທາງສັງຄົມ, ຕຸລາການ ແລະຄົນເຂົ້າເມືອງແບບອະນຸລັກນິຍົມທີ່ຫລາຍຄົນຢູ່ໃນສະຫະພາບ ຢູໂຣບໄດ້ຕໍາໜິວ່າ ເປັນພັກຕ້ານປະຊາທິປະໄຕນັ້ນໄດ້.

ນະໂຍບາຍເຫລົ່ານັ້ນລວມທັງ ຄໍາໝັ້ນສັນຍາຂອງທ່ານ ດູດາໃນການຫ້າມບໍ່ໃຫ້ ພວກຮັກຮ່ວມເພດ ມີສິດເຂົ້າໂຮງຮຽນ. ທ່ານເອີ້ນການຮັກຮ່ວມເພດແມ່ນຍິ່ງ ຮ້າຍແຮງກວ່າລະບອບຄອມມີວນິສອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG