ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜົນ​ການ​ເລືອກ​ຕັ້ງທີ່​ Poland


ການ​ເລືອກ​ຕັ້ງປະທານາທິບໍດີ​ຂອງ​ Poland ​ຈະ​ຕ້ອງ​ໄດ້​
ໄປ​ຕັດສິນ​ຊີ້​ຂາດ​ກັນ​ໃນ​ຮອບ​ທີ​ສອງ ​ເນື່ອງ​ຈາກ​ໃນ​ການ​
ເລືອກ​ຕັ້ງ​ຄັ້ງ​ວັນ​ອາທິດວານ​ນີ້ ບໍ່​ມີ​ຜູ້ໃດ​ໄດ້​ຮັບໄຊຊະນະ​
ຢ່າງ​ຂາດຮອຍ​ ເພື່ອ​ເຂົ້າ​ແທນ​ຕຳແຫນ່​ງຂອງ​ປະທາ​ນາ​ທິ
ບໍດີ​ Lech Kaczynski ທີ່​ໄດ້​ເສຍ​ຊີວິດ​ໃນ​ເຫດການ
ເຮືອບິນ​ຕົກ​ເມື່ອ​ສອງ​ເດືອນຜ່ານ​ມາ​ນັ້ນ.

ຈາກຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ໄປເກືອບ​ໝົດແລ້ວ ​ແມ່ນ​
ປະທາ​ນາ​ທິບໍດີ​ຊົ່ວຄາວ​ ທ່ານ Bronislaw Komorowski
ນຳ​ຫນ້າ ​ໂດຍໄດ້ຄະ​ແນນ 41% ຂອງ​ຈຳນວນ​ບັດ
ເລືອກ​ຕັ້ງທັງ​ຫມົດ. ສ່ວນທ່ານ Jaroslaw Kaczynski ຄູ່​ແຝດ​ຂອງປະທານາທິບໍດີ
ທີ່​ເສຍ​ຊີວິດ​ໄປແມ່ນ​ໄດ້​ 37%​ ​ຂະນະ​ທີ່ຜູ້​ລົງ​ສະມັກ​ເລືອກ​ຕັ້ງ​ອີກແປດ​ຄົນໄດ້​ຄະ​ແນນ​
ສຽງ​ລາກຫຼັງຫຼາຍ.ຜູ້ນຳ​ໜ້າຄະ​ແນນ​ສຽງ​ທັງ​ສອງ​ທ່ານ​ ຈະ​ລົງ​ປະຊັນ​ກັນ​ໃນ​ຮອບ​ຕໍ່ໄປ​
ໃນວັນທີ່ 4 ກໍລະກົດ​ເດືອນ​ຫນ້າ​ນີ້.

ທ່ານ Komorowski​ ໄດ້​ດຳລົງ​ຕຳ​ແຫນ່​ງ​ປະທານາທິບໍດີ​ຊົ່ວຄາວ ຕັ້ງ​ແຕ່​ເກີດ​ເຫດການ​
ເຮືອບິນຕົກ ​ເມື່ອ​ວັນ​ທີ 10 ​ເດືອນ​ເມສາ​ເປັນຕົ້ນມາ. ທ່ານ​ເປັນ​ຜູ້ນຳ​ພັກ Civil Platform
ຊຶ່ງ​ເປັນ​ພັກ​ຂອງ​ລັດຖະບານ ທີ່​ນິຍົມ​ແນວທາງ​ປານ​ກາງ ​ແລະສະໜັບສະ​ໜູນ​ ສະຫະພາບ
Europe​.

XS
SM
MD
LG