ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກລັດຖະມົນຕີໂປແລນດ໌ ໄດ້ຄອງຕໍາແໜ່ງອີກ ເປັນສະໄໝທີສອງລຽນຕິດ


ທ່ານ Donald Tusk ນາຍົກລັດຖະມົນຕີສອງສະໄໝ ທີ່ນິຍົມກາງອ່ຽງຂວາຂອງໂປແລນດ໌.
ທ່ານ Donald Tusk ນາຍົກລັດຖະມົນຕີສອງສະໄໝ ທີ່ນິຍົມກາງອ່ຽງຂວາຂອງໂປແລນດ໌.

ທ່ານ Donald Tusk ຜູ້ນໍາໂປແລນດ໌ ທີ່ນິຍົມກາງອ່ຽງຂວາ ໄດ້ເປັນນາຍົກລັດຖະມົນຕີ
ຄົນທໍາອິດ ທີ່​ຈະໄດ້ດໍາລົງ​ຕໍາແໜ່ງ​ສອງສະໄໝລຽນຕິດໃນໂປແລນດ໌ ນັບຕັ້ງແຕ່ການພັງ​
ທະລາ​ຍລົງຂອງພັກຄອມມີວນີສໂຊ ວຽດເມື່ອ 22 ປີ ຜ່ານມາ.

ດ້ວຍຄະແນນປ່ອນບັດທີ່ຖືກນັບ​ໄປ​ແລ້ວ 93 ເປີເຊັນ ທ່ານ Tusk ກ່າວວ່າ ພັກ Civic
Platform Party ຂອງ​ທ່ານ ໄດ້ຄະແນນສຽງ 39 ເປີເຊັນ ຂອງການເລືອກຕັ້ງໃນວັນ
ອາທິດວານນີ້ ຄູ່ແຂ່ງທີ່​ໃກ້​ກັນທີ່​ສຸດ ຄືພັກ Law ແລະ Justice ຫລືພັກກົດໝາຍແລະ
ຄວາມຍຸຕິທໍາ ທີ່ນິຍົມ​ແນວ​ທາງ​ເດີມຂອງທ່ານ Jaroslaw Kaczynski ໄດ້ຄະແນນ
ສຽງ 30 ເປີເຊັນ.

ຄື​ກັນ​ກັບໃນສະໄໝທີ່ນຶ່ງຂອງທ່ານນັ້ນ ທ່ານ Tusk ແມ່ນຈະຕ້ອງ​ໄດ້ ຊອກເອົາພາຄີ​
ມາ​ຮ່ວມຈັດຕັ້ງລັດຖະບານປະສົມ​ຂຶ້ນ ທໍານອງດຽວກັບທີ່ ​ໄດ້ເຮັດກັບ ພັກ Peasants
ຫລື​ພັກຊາວ​ໄຮ່​ຊາວນາ ໃນປີ 2007 ນັ້ນ. ທ່ານ Tusk ກ່າວວ່າ ການເຈລະຈາກັນໃນ
ເລື່ອງນີ້ຈະເລິ່ມຕົ້ນໃນທັນທີ.

ໂປແລນດ໌ເປັນພຽງປະເທດດຽວໃນ 27 ສະມາຊິກຂອງສະຫະພາບຢູໂຣບ ທີ່​ໂຜ່​ໂຕ​ອອກ​ມາຈາກສະພາວະຖົດຖອຍຂອງໂລກໃນປີ 2008 ​ໂດຍມີ​ການ​ຂະຫຍາຍ​ໂຕ​ທາງເສດຖະກິດ.

XS
SM
MD
LG