ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງ ສະພາຜູ້ແທນ ທີ່ປະເທດ ໂປແລນດ໌


ຊາວໂປແລນດ໌ຄົນນຶ່ງ ກໍາລັງປ່ອນບັດ ເລືອກຕັ້ງເອົາສະມາຊິກສະພາ
ຊາວໂປແລນດ໌ຄົນນຶ່ງ ກໍາລັງປ່ອນບັດ ເລືອກຕັ້ງເອົາສະມາຊິກສະພາ

ການເລືອກຕັ້ງເອົາສະມາຊິກສະພາ ກໍາລັງດໍາ​ເນີນ​ໄປ​ທີ່ປະເທດໂປແລນດ໌ ຊຶ່ງເບິ່ງຄືວ່າ ຈະ
ນໍາ​ເອົາພັກ Civic Platform Party ຫລືພັກ PO ທີ່​ນິຍົມ​ສາຍກາງຂອງນາຍົກລັດຖະມົນ
ຕີ Donald Tusk ກັບ​ຄືນ​ມາ​ຄອງ​ອໍາ​ນາດອີກ ​ເປັນ​ສະ​ໄໝທີສອງ ທີ່ມີວາລະສີ່ປີນັ້ນ.

ຜົນການຢັ່ງຫາງສຽງ​ເທື່ອສຸດທ້າຍເມື່ອອາທິດຜ່ານມາ ພົບວ່າ ພັກດັ່ງກ່າວກໍຄື​ພັກລັດຖະ ບານທີ່ກໍາລັງປົກຄອງປະເທດຢູ່ໃນເວລານີ້ ຊຶ່ງຊຸກຍູ້ການຕະຫລາດນັ້ນ ມີຄະແນນນໍາ​ໜ້າ
ພັກຝ່າຍຄ້ານ.

ຜົນການຢັ່ງສຽງທີ່ພິມອອກເຜີຍແຜ່ອັນນຶ່ງ ​ເວົ້າວ່າ ພັກ ພິໂອ ໄດ້ຮັບສຽງ ສະໜັບສະໜຸນ
31 ເປີເຊັນ ໃນຂະນະທີ່ພັກ​ຝ່າຍ​ຄ້ານອະນຸລັກນິຍົມ Law and Justice Party ຫລື​ກົດ
ໝາຍ​ແລະ​ຄວາມ​ຍຸດຕິ​ທໍາ ທີ່ນໍາພາໂດຍອະດີດນາຍົກລັດຖະມົນຕີ Jaroslaw Kaczynski
ໄດ້ຮັບສຽງສະ ໜັບສະໜຸນ 21 ເປີເຊັນ.

ຜົນການຢັ່ງສຽງ​ພວກເລືອກ​ຕັ້ງ​ຫລັງ​ຈາກ​ປ່ອນ​ບັດ​ແລ້ວ ຈະເປີດເຜີຍໃຫ້ຮູ້ເວລາບ່ອນປ່ອນ
ບັດອັດລົງໃນຕອນແລງວັນອາທິດມື້ນີ້. ​ແລະຄາດ​ວ່າ ຄະນະກໍາມະການການເລືອກຕັ້ງຈະ ອອກຜົນການເລືອກຕັ້ງທາງການ ໃນຕອນເຊົ້າວັນຈັນມື້ອື່ນ.

ຜົນການຢັ່ງສຽງ ຊີ້ແນະວ່າ ພັກການເມືອງອື່ນໆອີກສາມພັກ ກໍຈະ​ໄດ້​ຮັບບ່ອນນັ່ງໃນສະ
ພາເຊັ່ນກັນ ໃນການເລືອກຕັ້ງຄັ້ງນີ້.

XS
SM
MD
LG