ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜົນການເລືອກຕັ້ງທີ່ Poland


ຜົນ​ການ​ນັບ​ຄະ​ແນນ​ສຽງ​ທີ່ເກືອບ​ແລ້ວໆ​ ຂອງ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ​ຮອບ​ຕັດສິນຊີ້​ຂາດ​ຂອງ Poland ສະ​ແດງ​ໃຫ້​ເຫັນ​ວ່າ
ທ່ານ Bronislaw Komorowski ປະທານາທິບໍດີຊົ່ວຄາວ​ ທ່ີນິຍົມ​ແນວ ທາງ​ປານ​ກາງ​ນັ້ນ ​ໄດ້ຮັບ​ຄະ​ແນນເໜືອ​ທ່ານ Jaroslaw Kaczynski ຫົວນິຍົມ​ແນວທາງ​ເດີມ ທີ່ໄດ້​ຍອມຮັບເອົາ​ຄວາມປາ​ໄຊ​ໄປ​ແລ້ວ​ນັ້ນ.

ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ ຈາກ ​95 ​ສ່ວນ​ຮ້ອຍ​ຂອງໜ່ວຍ ​ປ່ອນ​ບັດທັງ​ໝົດ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Komorowski ​
ໄດ້​ຮັບ​ສຽງ​ສະໜັບສະ​ໜຸນ 52.6 ​ເປີ​ເຊັນ​ຂອງ​ຄະ​ແນນ​ສຽງ​ທັງ​ໝົດ. ຄາດ​ວ່າ​ຈະ​ຮູ້ຈັກ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ
ໃນ​ຕອນ​ແລງ​ວັນ​ຈັນ​ມື້​ນີ້.

ທ່ານ Kaczynski ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ Komorowski ​ແລ້ວ ວ່າ​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ ຫລັງ​ຈາກ​ການ​ສຳ​ຫລວດ
2 ບັ້ນ​ ​ຫາງ​ສຽງປະຊາຊົນ​ຫລັງ​ຈາກ​ບ່ອນ​ບັດ​ແລ້ວ ສະ​ແດງ​ໃຫ້​ເຫັນ​ວ່າປະທາ ນາ​ທິບໍດີ​ຊົ່ວຄາວ​ມີ​ຄະ​ແນນນຳ​ໜ້າ​.

ໃນ​ຄຳ​ປາ​ໄສ​ໃນ​ຄືນວັນ​ອາທິດ​ຜ່ານ​ມາ​ນີ້ ທ່ານ Komorowski ​ໄດ້ ກ່າວ​ຊົມ​ເຊີຍ ທີ່ຜົນ​ຂອງ​ການ​ເລືອກ​ຕັ້ງ​ສູ​ສີ​ກັນຫລາຍ ຊຶ່ງ​ທ່ານເອີ້ນ​ວ່າ
ມັນ​ເປັນ​ໄຊຊະນະ​ຂອງ​ລະບອບ​ປະຊາທິປະ​ໄຕ. ນອກ​ນັ້ນ ​ທ່ານ​ຍັງ​ກ່າວ​ຕໍ່​ພວກສະໜັບສະໜູນ​ທ່ານ​ວ່າ ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ
ໄດ້​ເປັນໄປ​ຢ່າງລຳບາກ ຍ້ອນ​ຕິດຕາມ​ມາ​ລຸນ​ຫລັງໂສກ​ນາດຕະກຳ ທີ່ປະ​ເທດ​ໄດ້​ປະສົບ​ພົບ​ພໍ້​.

ທ່ານ Komorowski ​ໄດ້​ຂຶ້ນ​ດຳຣົງຕຳ​ແໜ່​ງປະທານາທິບໍດີ​ພາງ​ໃນ​ເດືອນ​ເມສາ​ຜ່ານ​ມາ ​ເວລາ​ປະທານາທິບໍດີ Lech Kaczynski ຊຶ່ງ​
ເປັນ​ອ້າ​ຍຝາ​ແຝດຂອງ​ທ່ານ Jaroslaw Kaczynski ​ໄດ້​ເຖິງ​ແກ່ມໍ​ລະ ນະ​ກຳ​ໄປ​ ຍ້ອນ​ອຸບັດ​ເຫດ​ເຮືອບິນ​ຕົກ​ໃນ​ລັດ​ເຊຍ​ນັ້ນ.

XS
SM
MD
LG