ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງທີ່ Poland


ບ່ອນ​ປ່ອນ​ບັດ​ໄຂ​ຂຶ້ນແລ້ວທ່ີ​ໂພ​ລແລນ​ໃນ​ວັນ​ອາທິດ​ມື້​ນີ້ ສຳລັບການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂັ້ນຕັດ​ສິນ​ຊີ້​ຂາດ​ຂອງ​ປະ​ເທດ​ ທ່ີ​ມີ​ຂຶ້ນ
ໂດຍຈຳ​ເປັນ​ຍ້ອນການມໍ​ລະນະ​ກຳ​ຂອງປະທານາທິບໍດີ Lech Kaczynski ນັ້ນ.

ທ່ານ Bronislaw Komorowski ທີ່ກຳລັງ​ດຳລົງຕຳ​ແໜ່​ງປະທານາ ທິບໍດີ​ຊົ່ວ​ຄາວ ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ໜັກ​ຈາກ​ທ່ານ Jaroslaw
Kaczynski ນ້ອງຊາຍຝາ​ແຝດ​ຂອງ​ມື້​ລາງ​ປະທານາທິບໍດີ Kaczyn ski ທ່ີ​ໄດ້​ເສຍ​ຊີວິດ​ໄປ ໃນ​ອຸບັດ​ເຫດ​ເຮືອບິນ​ຕົກທີ່​ລັດ​ເຊຍ​.
ທ່ານ Komorowski ທ່ີ​ນິຍົມ​ກາງ ​ໄດ້​ຮັບສຽງ​ສະໜັບສະ​ໜຸນ 42 ​ເປີ​ເຊັນ​ ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ວັນ​ທີ 20 ມິຖຸນາ​ຜ່ານ​ມາ ຊຶ່ງ​ລື່ນ​ຄູ່​ແຂ່ງ​
ຄື​ ທ່ານ Kaczynski ທ່ີ​ນິຍົມ​ແນວທາງ​ເດີມນັ້ນ 5 ​ເປີເຊັນ. ສ່ວນ​ພວກ ສມັກ​ແຂ່ງຂັນ​ເລືອກ​ຕັ້ງ​ຄົນ​ອື່ນໆ​ໄດ້​ຮັບ​ຄະ​ແນນສຽງ
ລາກ​ຫລັງຫລາຍ.

ທ່ານ Komorowski ​ເປັນ​ຜູ້ນຳ​ພັກ Civic Platform ຫົວນິຍົມ​ທຸລະ ກິດ ທີ່ສະໜັບສະໜຸນ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະພາບ​ຢູໂຣບ.
ສ່ວນ​ທ່ານ Kaczynski ​ໄດ້​ຄັດຄ້ານ​ຕໍ່​ສະຫະພາບ​ຢູ​ໂຣບຕະຫລອດ ມາ.

XS
SM
MD
LG