ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Poland ສົ່ງສະການອະດີດຜູ້ນຳ


ວັນ​ອາທິດ ທີ 18 ເມສາ ​ມື້​ນີ້ ເມືອງ Krakow ທາງພາກໃຕ້ຂອງປະເທດ​ Poland ​ໄດ້ເປັນບ່ອນຈັດພິທີຊາ​ປາ​ນາ​ກິດ​ສົບ​ຢ່າງເປັນ​ທາງ​ການເຕັມກຽດຕິ​ຍົດ​ໃຫ້​ແກ່ມື້ລາງປະທານາທິບໍດີ Lech Kaczynski ແລະທ່ານນາງ ມາເຣຍ ພັນລະຍາຂອງທ່ານ ຊຶ່ງຮວມຢູ່ໃນຈຳນວນ 96 ຄົນທີ່ເສຍຊີວິດ​ໃນເຫດການ​ເຮືອບິນຕົກທີ່ປະເທດຣັດເຊຍ ເມື່ອວັນທີ່ 10 ເດືອນ ເມສານີ້.

ພວກໄວ້ອາ​ໄລຫລາຍພັນຄົນພາກັນຢືນຢູ່ໃນຄວາມສະງົບ ໃນຂະນະທີ່ຂະບວນແຫ່ສົບ​ເຄື່ອນຜ່ານ​ໄປ ​ເພື່ອນຳໂລງສົບຂອງຄູ່ສາມີພັນລະຍາ ໄປຍັງ​ບ່ອນ​ຈັດ​ພິທີ​ສົ່ງສະການ​ທີ່​ໂບດ​ໃຫຍ່ St. Mary. ຫລັງຈາກເສັດພິທີແລ້ວ ສົບຂອງທັງສອງ ທ່ານຈະຖືກນຳ​ໄປຝັງ​ໄວ້ ຢູ່ໃນວິຫານ Wawel ທີ່​ມີ​ຄວາມ​ສຳຄັນ​ທາງ​ປະວັດ​ສາດ​.

ເຮືອ​ບິນທະຫານທີ່ນຳໂລງສົບຂອງທ່ານ Kaczynski ​ແລະ​ພັນ​ລະ​ຍາ ​ໄປ​ຍັງ​ເມືອງ Krokow ໄດ້ອອກຈາກນະຄອນຫລວງວໍຊໍ ໃນຕອນ​ເຊົ້າ ມືດຂອງວັນອາທິດມື້ນີ້ ​ໂດຍໄດ້ບິນຢູ່ໃນ ລະດັບຕ່ຳ​ເພື່ອ​ຫລີກ​ລ່ຽງ​ເຝື້ອຂີ້ເຖົ່າຈາກພູໄຟ​ໃນ​ປະ​ເທດ​ Iceland ທີ່ປົກຄຸມໄປ ທົ່ວສ່ວນ​ໃຫຍ່​ຂອງ​ພາກ​ເໜືອ​ຂອງຢູໂຣບນັ້ນ.

ພິທີສົ່ງສະການ​ໃນ​ມື້​ນີ້ ​ແມ່ນ​ເປັນ​ການ​ເສັດ​ສີ້​ນກຳໜົດການໄວ້ອາ​ໄລ​ໃນທົ່ວປະເທດ ເປັນເວລານຶ່ງອາທິດ. ​ໃນວັນເສົາວານນີ້ ປະຊາຊົນ ຫລາຍໝື່ນຄົນໄດ້​ໄປເຕົ້າໂຮມກັນ ທີ່ຈະຕຸລັດໃນໃຈກາງນະຄອນຫລວງ ວໍຊໍ ​ເພື່ອ​ປະກອບສ່ວນ​ໃນພິທີ​ໄວ້ອາ​ໄລເຖິງພວກເຄາະຮ້າຍ ຈາກເຫດ ການຍົນຕົກດັ່ງກ່າວ. ໄດ້ມີການເອີ້ນຊື່ຜູ້ເສຍຊີວິດອອກ​ມາຢ່າງກ້ອງ ກັງວານໃນພິທີ.

ພວກຜູ້ນຳໂລກຫລາຍສິບຄົນ ​ໄດ້ວາງແຜນຈະເດີນທາງໄປເມືອງ Krakow ​ເພື່ອ​ຮ່ວມ​ໃນ​ພິທີ່​ສົ່ງສະການ​ອະດີດ​ຜູ້ນຳ​ Poland ແຕ່ ຫລາຍໆທ່ານ​ຕ້ອງໃຫ້ຍົກເລີກ​ແຜນການ ເນຶ່ອງຈາກ ສະພາບການເດີນ ທາງ​ທາງ​ອາກາດ​ທີ່​ເປັນອັນຕະລາຍຫລາຍ ຍ້ອນ​ເຝື້ອ​ຂີ້​ເຖົ່າພູ​ໄຟ.

XS
SM
MD
LG