ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. Gianforte ຜູ້​ສະໝັກ​ເລືອກ​​ຕັ້ງ ທີ່ລັດ Montana ກ່າວຂໍໂທດ ທີ່ໄດ້ທໍາຮຸນແຮງ ຕໍ່ນັກຂ່າວ


ທ່ານ Greg Gianforte, ຜູ້​ສະໝັກເລືອກ​​ຕັ້ງພິ​ເສດ ທີ່ລັດ Montana ຕ້ອນຮັບ ຜູ້ສະໜັບສະໜຸນທ່ານ ຢູ່ຫ້ອງໂຖງ ຂອງໂຮງແຮມແຫ່ງນຶ່ງ ພາຍຫລັງທີ່ໄດ້ຮັບໄຊຊະນະ ໃນການແຂ່ງເອົາບ່ອນ​ນັ່ງ ທີ່​ມີ​ພຽງບ່ອນ​ດຽວຢູ່​ໃນ​ສະພາ​ຕໍ່າຂອງລັດ Montana ໃນເມືອງ Bozeman ໃນວັນທີ 25 ພຶດສະພາ 2017.
ທ່ານ Greg Gianforte, ຜູ້​ສະໝັກເລືອກ​​ຕັ້ງພິ​ເສດ ທີ່ລັດ Montana ຕ້ອນຮັບ ຜູ້ສະໜັບສະໜຸນທ່ານ ຢູ່ຫ້ອງໂຖງ ຂອງໂຮງແຮມແຫ່ງນຶ່ງ ພາຍຫລັງທີ່ໄດ້ຮັບໄຊຊະນະ ໃນການແຂ່ງເອົາບ່ອນ​ນັ່ງ ທີ່​ມີ​ພຽງບ່ອນ​ດຽວຢູ່​ໃນ​ສະພາ​ຕໍ່າຂອງລັດ Montana ໃນເມືອງ Bozeman ໃນວັນທີ 25 ພຶດສະພາ 2017.

ຜູ້​ສະໝັກ​ເລືອກ​ຕັ້ງຈາກ​ພັກຣີພັບ​ບລິ​ກັນ ທີ່​ຊີງເອົາ​ບ່ອນ​ນັ່ງ​ໃນລັດຖະສະພາ​ສະຫະ
ລັດ ຢູ່ລັດ Montana ໃນພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ໄດ້​ຖືກຂໍ້​ຫາວ່າ​ ກະທໍາຮຸນ
​ແຮງ ພາຍ​ຫລັງ​ທີ່ທ່ານ​ໄດ້ຖືກ​ກ່າວ​ຫາ​ວ່າ ​ດຶງ​ຄໍ​ຂອງນັກ​ຂ່າວ ​ແລ້ວປ້ຳ​ລາວ​ໃຫ້​ລົ້ມລົງ
ພື້ນ​ນັ້ນ ​ໄດ້​ກ່າວ​ຂໍ​ຂະ​ມາ​ໂທ​ດທີ່​ໄດ້​ກະທໍາການ​ດັ່ງກ່າວ ພາຍຫລັງ​ທີ່​ໄດ້​ຊະນະ​ຄູ່​ແຂ່ງ
ຂອງ​ທ່ານຈາກ​ພັກ​ເດ​ໂມ​ແຄຣັດ.

ທ່ານ Greg Gianforte, ຜູ້​ສະໝັກ​ທີ່​ເປັນ​ເສດຖີ​ ​ກ່າວ​ວ່າ "ຄືນ​ວານ​ນີ້ຂ້າພະ​ເຈົ້າ​ໄດ້
​ກະທໍາ​ຜິດ. ຂ້າພະ​ເຈົ້າ​ໄດ້ເຮັດໃນ​ສິ່ງ​ທີ່​ບໍ່ສາມາດເອົາຄືນ​ມາ​ໄດ້ ​ແລະ​ຂ້າພະ​ເຈົ້າກໍ​ບໍ່ມີ
​ຄວາມ​ພູ​ມ​ໃຈ​ຕໍ່ສິ່ງ​ທີ່​ເກີດ​ຂຶ້ນນັ້ນ. ຂ້າພະ​ເຈົ້າບໍ່ສົມຄວນ​ທີ່​ຈະ​ຕອບໂຕ້ໃນ​ລັກສະນະທີ່
​ຂ້າພະ​ເຈົ້າ​ໄດ້​ເຮັດ​ໄປ​ ​ເພາະສະນັ້ນ ຂ້າພະ​ເຈົ້າຂໍ​ໂທດ​ຫລາຍໆ."

ພາຍຫລັງເກີດ​ເຫດການບໍ່ຮອດ 24 ຊົ່ວ​ໂມງ ທ່ານ Gianforte ກໍ​ໄດ້​ຊະນະ ​ທ່ານ Rob
Quist, ທີ່​ເປັນນັກ​ຮ້ອງ ​ແລະ​ນັກ​ແຕ່ງ​ກາບກອນນັ້ນ ແບບ​ສູ​ສີ ໃນ​ວັນ​ພະຫັດ​ວານ​ນີ້,
ຊຶ່ງ​ໄດ້​ຮັກສາ​ບ່ອນ​ນັ່ງ ທີ່​ມີ​ພຽງບ່ອນ​ດຽວຢູ່​ໃນ​ສະພາ​ຕໍ່າຂອງສະມາຊິກພັກຣີພັບ​ບລິ
ກັນທີ່​ຄອບ​ຄອງມາ​ໄດ້ 20 ປີ​ແລ້ວນັ້ນ.

​ໃນ​ວັນ​ພຸດ​ຜ່ານ​ມາ Ben Jacobs ນັກ​ຂ່າວຂອງ​ໜັງສື​ພິມ The Guardian ທີ່​ຕັ້ງຢູ່
​ໃນ​ອັງກິດ ​ໄດ້​ຂຽນຂໍ້ຄວາມອອນ​ລາຍ​ລົງ​ໃນ tweeter ວ່າ ທ່ານ Gianforte "​ໄດ້ປ້ຳ​
ຂ້ອຍ​ລົງ ​ແລະ​ກໍ​ເຮັດ​ໃຫ້​ແຫ​ວ່ນຕາ​ຂ້ອຍ​ແຕກ" ຢູ່​ສໍານັກງານ​ໃຫຍ່​ຂອງ​ຄະນະ​ໂຄສະນາ
​ຫາ​ສຽງຜູ້​ລົງ​ສະໝັກ​ເລືອກ​ຕັ້ງຢູ່​ເມືອງ Bozeman ​ໃນ​ເວລາ​ບໍ່ພໍ​ເທົ່າໃດ​ຊົ່ວ​ໂມງກ່ອນ
​ການ​ເລືອກ​ຕັ້ງພິ​ເສດທີ່ຄາດ​ກັນ​ວ່າ ທ່ານ Gianforte ​ຈະ​ເປັນ​ຜູ້​ຊະນະ​ຢູ່​ໃນ​ລັດ​ທີ່​ເປັນ
​ເຂດ​ຊົນນະບົດແລະ ​ນິຍົມ​ພັກຣີພັບ​ບລິ​ກັນ​ຢ່າງ​ຫລວງຫລາຍນັ້ນ.

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່ປະມານ​ນຶ່ງ​ສ່ວນ​ສາມ ​ຂອງຜູ້​ມີ​ສິດ​ປ່ອນ​ບັດ
​ໃນ​ລັດ Montana ​ໄດ້ໄປ​ປ່ອນ​ບັດໄປແລ້ວ​ ໃນ​ຂັ້ນຕອນການ​ປ່ອນ​ບັດລ່ວງ​ໜ້າ ທີ່​ຈັດ​ຂຶ້ນກ່ອນການ​ເລືອກ​ຕັ້ງ.

ການ​ເລືອກ​ຕັ້ງພິ​ເສດ​ໄດ້​ຈັດ​ຂຶ້ນ​ເພື່ອ​ເລືອກ​ເອົາ​ຜູ້​ມາ​ແທນ​ທ່ານ Ryan Zinke ຈາກພັກ
ຣີພັບ​ບລິ​ກັນ ທີ່​ໄດ້​ລາ​ອອກໃນ​ຕົ້ນປີນີ້ ​ເພື່ອ​ໄປ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ ປະທານາທິ ບໍດີ​ທຣໍາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG