ຜູ້ນຳຝ່າຍຄ້ານຂອງຣັດເຊຍ ທ່ານອາເລັກເຊ ນາວາລນີ ໄດ້ໃຫ້ການຢືນຢັນ ຕໍ່ລາຍງານ ທີ່ວ່າ ສຸຂະພາບຂອງທ່ານເລີ້ມດີຂຶ້ນແລ້ວ ຫຼັງຈາກເກືອບເສຍຊີວິດ ໃນການວາງຢາພິດທີ່ຮ້າຍແຮງຢູ່ເຂດໄຊບີເຣຍ ໃນເດືອນແລ້ວນີ້ ໂດຍລົງຂ່າວ ໃນສື່ສັງຄົມຈາກຫ້ອງປິ່ນປົວຢູ່ໂຮງໝໍ ໃນປະເທດເຢຍຣະມັນ ໃນຂະນະທີ່ທີມ ຂອງທ່ານ ຢືນຢັດກ່ຽວກັບແຜນການກັບຄືນບ້ານສູ່ປະເທດຣັດເຊຍ ເວລາໃດທີ່ ທ່ານຫາຍດີຢ່າງເຕັມທີ່.
ທ່ານໄດ້ຂຽນຄຳເວົ້າລົງໃນອິນສຕາກຣາມພ້ອມຮູບພາບຂອງທ່ານທີ່ຫ້ອມລ້ອມ ດ້ວຍພັນລະຍາ ແລະລູກສອງຄົນ.
ທ່ານນາວາລນີ ໄດ້ກ່າວຄຳເວົ້າທຳອິດຫຼັງຈາກການບໍ່ຮູ້ສຶກໂຕເປັນເວລາສາມອາ ທິດວ່າ “ຂ້າພະເຈົ້າບໍ່ສາມາດທີ່ຈະເຮັດຫຍັງໄດ້ ແຕ່ມື້ວານນີ້ຂ້າພະເຈົ້າສາມາດ ຫາຍໃຈໝົດມື້ດ້ວຍຕົນເອງ. ຄວາມຈິງແລ້ວດ້ວຍຕົນເອງ.”
ທ່ານໄດ້ເວົ້າຕະຫລົກອອກມາວ່າ “ເປັນທີ່ແປກໃຈທີ່ຫາຍໆຄົນບໍ່ຄາດຄິດ. ຂ້າ ພະເຈົ້າສະເໜີໃຫ້ເຮັດ.”
ຂ່າວດັ່ງກ່າວເຮັດໃຫ້ຫຼາຍກວ່າລ້ານຄົນມັກ ແລະຍັງນັບຢູ່ຕໍ່ໄປອີກພາຍໃນບໍ່ເທົ່າ ໃດຊົ່ວໂມງ ແລະເຮັດໃຫ້ມີຄົນຮຽກຮ້ອງຫຼາຍຂຶ້ນຢາກໃຫ້ທ່ານນາວາລນີ ກັບຄືນ ໄປສູ່ການເມືອງຂອງຣັດເຊຍ. ພາຍໃນບໍ່ເທົ່າໃດຊົ່ວໂມງ ໂຄສົກຂອງທ່ານຄືຍາ ນາງກີຣາ ຢາຣມິສ ໄດ້ປະຕິເສດຕໍ່ພວກນັກຂ່າວທີ່ໄດ້ສະເໜີວ່າ ທ່ານນາວາລ ນີມີຄວາມຕັ້ງໃຈທີ່ຈະຂໍລີ້ໄພຍ້ອນຄວາມເປັນຫ່ວງດ້ານຄວາມປອດໄພຂອງ ທ່ານ.
ຍານາງກີຣາ ໄດ້ສົ່ງຂໍ້ຄວາມຜ່ານທາງທວິດວ່າ “ຂ້າພະເຈົ້າຈະຢືນຢັນໃຫ້ທຸກ ຄົນຊາບອີກວ່າ “ບໍ່ມີທາງເລືອກອື່ນໃດທີ່ໄດ້ເລືອກເອົາ.”
ເວລາຂໍຄວາມເຫັນໃນວັນອັງຄານວານນີ້ ໂຄສົກຂອງວັງເຄຣັມລິນ ທ່່ານດີມີຕຣີ ເພສກັອຟ ໄດ້ສະແດງການຄັດຄ້ານໃນທັນທີ.
ທ່ານເພສກັອຟ ກ່າວວ່າ “ປະຊາຊົນຄົນໃດກໍຕາມຂອງສະຫະພັນຣັດເຊຍມີເສລີ ພາບອອກຈາກຣັດເຊຍ ແລະກັບຄືນມາຣັດເຊຍໄດ້.”
“ຖ້າຫາກປະຊາຊົນສະຫະພັນຣັດເຊຍຄົນນຶ່ງ ປິ່ນປົວສຸຂະພາບດີຄືນໃໝ່ ດັ່ງນັ້ນ ແນ່ນອນ ທຸກຄົນຈະດີໃຈ ກ່ຽວກັບເລື້ອງນີ້.”