ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາລັດຖະມົນຕີ ອັງກິດ ປະຊຸມກັນ ເພື່ອຫາລື ກ່ຽວກັບ ອະດີດນັກສືບ ຣັດເຊຍ ທີ່ຖືກວາງຢາພິດ


ຕຳຫຼວດຄົນນຶ່ງຢືນຢູ່ຮ້ານກິນດື່ມ The Mill ໃນເມືອງ ໂຊລສແບຣີ "Salisbury," ພາກໃຕ້ ປະເທດ ອັງກິດ. 11 ມັງກອນ, 2018, / AFP PHOTO / Daniel LEAL-OLIVAS
ຕຳຫຼວດຄົນນຶ່ງຢືນຢູ່ຮ້ານກິນດື່ມ The Mill ໃນເມືອງ ໂຊລສແບຣີ "Salisbury," ພາກໃຕ້ ປະເທດ ອັງກິດ. 11 ມັງກອນ, 2018, / AFP PHOTO / Daniel LEAL-OLIVAS

ບັນດາ ລັດຖະມົນຕີຂອງລັດຖະບານ ອັງກິດ ໄດ້ພົບປະກັນໃນວັນເສົາວານນີ້ ເພື່ອຫາ
ລືກັນ ກ່ຽວກັບ ກໍລະນີຂອງຜູ້ຊາຍຊາວ ຣັດເຊຍ ທີ່ຖືກວາງຢາເບື່ອຢ່າງເລິກລັບ ດ້ວຍ
ສານພິດປະສາດຢູ່ໃນເມືອງ ໂຊລສແບຣີ ຢູ່ແຖວອ້ອມແອ້ມ ເມື່ອນຶ່ງສັບປະດາກ່ອນ.

ທ່ານນາງ ແອມເບີ ຣັດ ລັດຖະມົນຕີ ກະຊວງພາຍໃນ ໄດ້ກ່າວໃນວັນເສົາວານນີ້ ລຸນ
ຫຼັງກອງປະຊຸມວ່າ “ມັນຍັງໄວເກີນໄປ” ທີ່ຈະລະບຸວ່າອະດີດນັກສືບ ຣັດເຊຍ ຄົນດັ່ງ
ກ່າວ ທ່ານ ເຊີເກ ສກຣີປາລ ແລະ ລູກສາວຂອງລາວ ຖືກວາງຢາພິດ ຊຶ່ງປັດຈຸບັນ ທັງ
ສອງຍັງນອນຢູ່ໂຮງພະຍາບານດ້ວຍອາການສາຫັດ.

ໃນຂະນະດຽວກັນ ທະຫານ ອັງກິດ ຈຳນວນປະມານ 180 ຄົນກໍໄດ້ຖືກສົ່ງໄປປະຈຳ
ການຢູ່ ໂຊລສແບຣີ ຊຶ່ງເປັນເມືອງນ້ອຍໆທີ່ສະຫງົບ ທາງພາກຕາເວັນຕົກສຽງໃຕ້ ຂອງ
ປະເທດອັງກິດ ເພື່ອໄປຊ່ອຍພວກເຈົ້າໜ້າທີ່ທັງຫຼາຍສະສາງມົນລະພິດໃນເຂດດັ່ງ
ກ່າວ.

ທ່ານນາງ ຣັດ ເວົ້າວ່າ ໃນກໍລະນີດັ່ງກ່າວ ໄດ້ພົບເຫັນຫຼັກຖານຕ່າງໆຫຼາຍກວ່າ 240
ຢ່າງ ພ້ອມດ້ວຍພິຍານຜູ້ເຫັນເຫດການ ເຖິງ 200 ຄົນ.

ທ່ານນາງກ່າວວ່າ “ພວກເຂົາເຈົ້າກຳລັງຮີບເລັ່ງດຳເນີນງານ ພ້ອມດ້ວຍສີມືນັກອາຊີບ
ຢູ່” ແລະເວົ້າເພີ່ມວ່າ ທາງລັດຖະບານກໍໃຫ້ “ຂໍ້ມູນມາຢ່າງຫຼວງຫຼາຍ ເພື່ອໃຫ້ແນ່ໃຈວ່າ
ພວກເຂົາເຈົ້າຈະໄດ້ຮັບສິ່ງທີ່ຈຳເປັນທຸກຢ່າງ.”

ນອກຈາກນັ້ນແລ້ວ ພວກເຈົ້າໜ້າທີ່ ຍັງໄດ້ຫ້າມບໍ່ໃຫ້ຜູ້ຄົນເຂົ້າໄປໄກ້ຮ້ານອາຫານ
ອີຕາລີແລະຮ້ານດື່ມເຫຼົ້າ ບ່ອນທີ່ ສກຣີປາລ ກັບລູກສາວຂອງລາວເຂົ້າໄປກິນດື່ມ
ກ່ອນຈະລົ້ມສະຫຼົບລົງ ທັງຫ້າມເຂົ້າໄປໄກ້ຂຸມຝັງສົບ ຂອງເມຍແລະລູກຊາຍຂອງ
ລາວນັ້ນນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG