ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສານພິດ ຈາກສວນປູກກ້ວຍ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ໃນແຂວງບໍ່ແກ້ວ


ສວນປູກກ້ວຍແຫ່ງນຶ່ງ ຂອງນັກທຸລະກິດຈີນ ທີ່ໄດ້ຮັບສຳປະທານ ຈາກລັດຖະບານ ໃນແຂວງບໍ່ແກ້ວ.
ສວນປູກກ້ວຍແຫ່ງນຶ່ງ ຂອງນັກທຸລະກິດຈີນ ທີ່ໄດ້ຮັບສຳປະທານ ຈາກລັດຖະບານ ໃນແຂວງບໍ່ແກ້ວ.

ສານພິດຈາກສວນປູກກ້ວຍຂອງນັກທຸລະກິດຈີນ ໃນແຂວງບໍ່ແກ້ວ ຍັງສົ່ງຜົນກະທົບ
ຕໍ່ສິ່ງແວດລ້ອມທຳມະຊາດ ໂດຍຫລ້າສຸດປາກົດວ່າ ປາໃນເຂດວັງສະຫງວນນ້ຳງາວ
ໄດ້ຕາຍໄປຢ່າງຫລວງຫລາຍ.

ເຈົ້າໜ້າທີ່ຂັ້ນສູງໃນແຂວງບໍ່ແກ້ວ ເປີດເຜີຍວ່າ ປາແລະສັດນ້ຳຊະນິດຕ່າງໆ ໃນເຂດ
ວັງສະຫງວນນ້ຳງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຕາຍໄປຢ່າງຫຼວງຫຼາຍ ໃນ
ຕົ້ນເດືອນມີນານີ້ ໂດຍຈາກການວິເຄາະຄຸນນະພາບຂອງນ້ຳໃນເຂດດັ່ງກ່າວ ພົບວ່າ
ມີສານເຄມີເຈືອປົນຢ່າງໜາແໜ້ນ ແລະເຊື່ອວ່າ ເປັນສານເຄມີທີ່ຮົ່ວໄຫລລົງມາ ຈາກ
ເຂດສຳປະທານປູກກ້ວຍຂອງບັນດານັກທຸລະກິດຈີນ ຫາກແຕ່ກໍຍັງບໍ່ສາມາດລະບຸ
ໄດ້ວ່າ ເປັນສານເຄມີຈາກເຂດສຳປະທານຂອງນັກທຸລະກິດຈີນລາຍໃດ ເພາະຈະ
ຕ້ອງມີການສືບສວນ-ສອບສວນຢ່າງຮອບດ້ານເສຍກ່ອນ.

ປະຊາຊົນຈຳນວນນຶ່ງ ໄດ້ຮັບຜົນກະທົບ ຈາກສານເຄມີພິດ ທີ່ນຳໃຊ້ໂດຍສວນປູກກ້ວຍ ຂອງນັກທຸລະກິດຈີນ ໃນແຂວງບໍ່ແກ້ວ
ປະຊາຊົນຈຳນວນນຶ່ງ ໄດ້ຮັບຜົນກະທົບ ຈາກສານເຄມີພິດ ທີ່ນຳໃຊ້ໂດຍສວນປູກກ້ວຍ ຂອງນັກທຸລະກິດຈີນ ໃນແຂວງບໍ່ແກ້ວ

ແຕ່ຢ່າງໃດກໍຕາມ ທາງການລາວ ໂດຍກົມຄວບຄຸມມົນລະພິດ ກະຊວງຊັບພະຍາກອນ
ທຳມະຊາດ ແລະສິ່ງແວດລ້ອມ ກໍໄດ້ອອກປະກາດແຈ້ງການເຕືອນ ແລະຫ້າມບໍ່ໃຫ້
ປະຊາຊົນຊື້ຫາປາ ແລະສັດນ້ຳຈາກເຂດວັງສະຫງວນນ້ຳງາວ ມາບໍລິໂພກຢ່າງເດັດ
ຂາດເພາະອາດຈະໄດ້ຮັບອັນຕະລາຍ ຈາກສານເຄມີທີ່ມາກັບປາ ແລະສັດນ້ຳດັ່ງກ່າວ
ກໍເປັນໄດ້ ດັ່ງທີ່ ທ່ານຄຳພັນ ນັນທະວົງ ຫົວໜ້າກົມຄວບຄຸມມົນລະພິດ ໄດ້ໃຫ້ການ
ຢືນຢັນວ່າ:

“ປາທີ່ຕາຍນີ້ ແມ່ນເກີດຂຶ້ນຍ້ອນການໃຊ້ສານເຄມີ ຈັ່ງຊັ້ນ ບໍ່ຄວນສິເອົາມາບໍລິໂພກ
ມັນຈະເກີດຜົນກະທົບຕໍ່ສຸຂະພາບຢ່າງຮ້າຍແຮງ ນອກຈາກນັ້ນ ທາງພາກສ່ວນ ທີ່
ກ່ຽວຂ້ອງກໍໄດ້ລົງໂຄສະນາ ຢູ່ຕາມຕະຫຼາດ ມີຢູ່ຕະຫຼາດທີ່ໃກ້ຄຽງຫັ້ນ ຕະຫຼາດ
ດວງແກ້ວ ຕະຫຼາດສີດອນມີ ຕະຫຼາດທົ່ງແສງຈັນ ກໍໄດ້ໄປໂຄສະນາຢູ່ໃນເຂດ
ດັ່ງກ່າວ ເພື່ອບໍ່ໃຫ້ປະຊາຊົນຊື້ປາຕາຍທີ່ເອົາມາຈາກນ້ຳງາວຫັ້ນ ໄປບໍລິໂພກ.”

ກ່ອນໜ້ານີ້ ທ່ານຄຳພັນ ເຜີຍຍະວົງ ເຈົ້າແຂວງແລະເລຄາພັກແຂວງບໍ່ແກ້ວ ໄດ້ອອກ
ຄຳສັ່ງໄປເຖິງໜ່ວຍງານທີ່ກ່ຽວຂ້ອງ ໃນທົ່ວແຂວງບໍ່ແກ້ວ ເພື່ອໃຫ້ຢຸດເຊົາການອະນຸ
ຍາດສຳປະທານທີ່ດິນ ໃຫ້ກັບບັນດານັກທຸລະກິດຈີນ ທີ່ມາລົງທຶນປູກກ້ວຍໃນແຂວງ
ບໍ່ແກ້ວ ຢ່າງສິ້ນເຊີງ ທັງກໍຍັງໄດ້ມີຄຳສັ່ງໃຫ້ຍົກເລີກສຳປະທານທີ່ດິນ 18 ແຫ່ງ ທີ່ໄດ້
ປູກກ້ວຍໄປແລ້ວອີກດ້ວຍ ເພາະກວດພົບວ່າ ພື້ນທີ່ປູກກ້ວຍຂອງບັນດານັກທຸລະກິດ
ຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະປະຊາຊົນລາວ ໃນແຂວງບໍ່ແກ້ວ
ຢ່າງກວ້າງຂວາງ.

ນັກທຸລະກິດຈີນ ໄດ້ນຳໃຊ້ ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດ ແລະຢາຂ້າສັດຕູພືດອີກ 19 ຊະນິດ ລວມ ເຖິງການໃຊ້ສານເຄມີເພື່ອເລັ່ງຜົນຜະລິດດ້ວຍນັ້ນ
ນັກທຸລະກິດຈີນ ໄດ້ນຳໃຊ້ ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດ ແລະຢາຂ້າສັດຕູພືດອີກ 19 ຊະນິດ ລວມ ເຖິງການໃຊ້ສານເຄມີເພື່ອເລັ່ງຜົນຜະລິດດ້ວຍນັ້ນ

ທັງຍັງຝ່າຝືນກົດໝາຍວ່າດ້ວຍ ສິ່ງແວດລ້ອມທຳມະຊາດຂອງລາວ ດ້ວຍການນຳໃຊ້
ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດ ແລະຢາຂ້າສັດຕູພືດອີກ 19 ຊະນິດ ລວມ
ເຖິງການໃຊ້ສານເຄມີເພື່ອເລັ່ງຜົນຜະລິດດ້ວຍນັ້ນ ໄດ້ເປັນສິ່ງທີ່ຄຸກຄາມ ຕໍ່ສຸຂະພາບ
ອະນາໄມຂອງປະຊາຊົນ ທັງຍັງໄດ້ສົ່ງຜົນກະທົບຕໍ່ແຫລ່ງນ້ຳທຳມະຊາດ ສັດນ້ຳ ທີ່ນາ
ແລະພືດຜົນຕ່າງໆ ຂອງປະຊາຊົນຢ່າງໜັກໜ່ວງອີກດ້ວຍ.

ໂດຍທີ່ຜ່ານມາ ທ່າງການແຂວງບໍ່ແກ້ວ ໄດ້ອະນຸມັດສຳປະທານທີ່ດິນ ເພື່ອປູກກ້ວຍ
ໃຫ້ແກ່ບັນດານັກທຸລະກິດຈີນ ໃນພື້ນທີ່ 15,000 ເຮັກຕາ ສ່ວນໃຫຍ່ເປັນທີ່ດິນ ທີ່ຢູ່
ສູງກວ່າທີ່ທຳກິນຂອງປະຊາຊົນ ນ້ຳຝົນຈຶ່ງຊັດເອົາສານເຄມີລົງມາ ໃນເຂດທີ່ດິນ
ທຳກິນຂອງປະຊາຊົນ ແລະແຫລ່ງນ້ຳທຳມະຊາດດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງການເງິນ ເປີດເຜີຍວ່າ ໃນແຜນການປະຈຳປີ
2015-2016 ລັດຖະບານລາວມີລາຍຮັບ ຈາກການອະນຸຍາດສຳປະທານທີ່ດິນ ເພື່ອ
ການປູກພືດອຸດສາຫະກຳຕ່າງໆ ເຊັ່ນ ຢາງພາລາ ໄມ້ວິກ ແລະກ້ວຍ ໃນມູນຄ່າລວມ
ບໍ່ເຖິງ 20 ລ້ານໂດລາ ຊຶ່ງຖືເປັນລາຍຮັບທີ່ຕ່ຳຫຼາຍ ເມື່ອທຽບກັບພື້ນທີ່ສຳປະທານ
ລວມກວ້າງກວ່າ 570,000 ເຮັກຕາ ໃນທົ່ວປະເທດ ເພາະໄດ້ມີການປະເມີນຄ່າ
ສຳປະທານທີ່ດິນ ໃນອັດຕາທີ່ຕ່ຳກວ່າຄວາມເປັນຈິງ ໂດຍການກວດກາກໍພົບວ່າ ມີພື້ນທີ່ສຳປະທານພຽງ 44,500 ເຮັກຕາ ທີ່ໄດ້ປະເມີນຄ່າສຳປະທານ ຢ່າງຖືກຕ້ອງ
ໝາຍຄວາມວ່າ ມີການທຸຈະລິດເກີດຂຶ້ນ ໃນການປະເມີນຄ່າສຳປະທານທີ່ດິນ ສ່ວນ
ໃຫຍ່ທີ່ກວ້າງກວ່າ 525,500 ເຮັກຕານັ້ນເອງ.

XS
SM
MD
LG