ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດແຜ່ນດິນໄຫວ ນ້ອຍຕື່ມອີກ ນຶ່ງມື້ ຫຼັງຈາກໄດ້ເກີດ ແຜ່ນດິນໄຫວ ຮ້າຍແຮງ ທີ່ຊີເລ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ ຊ່ວຍຍົກຍ້າຍຄົນອອກຈາກ ທີ່ພັກເຊົາສຸກເສີນ ຫລັງຈາກມີ ຄວາມສັ່ນສະເທືອນເກີດຂື້ນອີກ ເທຶ່ອທີ່ສອງ
ເຈົ້າໜ້າທີ່ ຊ່ວຍຍົກຍ້າຍຄົນອອກຈາກ ທີ່ພັກເຊົາສຸກເສີນ ຫລັງຈາກມີ ຄວາມສັ່ນສະເທືອນເກີດຂື້ນອີກ ເທຶ່ອທີ່ສອງ
ໄດ້ເກີດແຜ່ນດິນໄຫວຂະໜາດນ້ອຍທີ່ຕິດຕາມມາຢ່າງ
ແຮງ ຢູ່ນອກແຄມ​ຝັ່ງ​ທະ​ເລ​ໃນພາກ​ເໜືອ ຂອງຊີ​ເລ ນຶ່ງ​
ມື້ຫລັງ​ຈາກ​ທີ່ໄດ້ເກີດແຜ່ນດິນ​ໄຫວ​ ທີ່​ມີ​ຄວາມ​ແຮງ 8.2
ຣິກ​ເຕີີ້ ຢູ່ໃນຂົງເຂດດັ່ງກ່ວາ ທີ່​ເຮັດໃຫ້ມີ​ຜູ້​ເສຍ​ຊີວິດ
ຫົກ​ຄົນ.

ອົງການສຳຫຼວດ​ທໍລະນີວິທະຍາຂອງສະຫະລັດກ່າວ​ວ່າ
ມີການພົບເຫັນວ່າແຜ່ນ ດິນໄຫວ ທີ່ມີຄວາມແຮງ 7.8 ຣິກ
​ເຕີ້ ໄດ້ເກີດຂຶ້ນ ໃນຕອນແລງວັນ​ພຸດວານນີ້​ ປະມານ 23
ກິ​ໂລ​ແມັດ​ ທາງ​ພາກ​ໃຕ້ຂອງເມືອງ Iquique ​ໃນ​ຄວາມ
​ເລິກປະ ມານ 20 ກິ​ໂລ​ແມັດ​ຕ່ຳກວ່າລະດັບນຳ້ທະ​ເລ​.

ຫລັງຈາກໄດ້ເກີດແຜ່ນດິນໄຫວ ຂະໜາດນ້ອຍ ທີ່ຕິດຕາມມາດັ່ງກ່າວນີ້ແລ້ວ ​ເຮັດ​ໃຫ້​
ບັນດາ​ເຈົ້າ​ໜ້າ​ທີ່ກໍອອກ​ປະກາດ​ເຕືອນ ກ່ຽວກັບຄື້ນຟອງ tsunami ຢູ່ຕາມ​ເຂດແຄມ
ຝັ່ງທະ​ເລ ຂອງຊີ​ເລ ​ແລະ​ສັ່ງ​ໃຫ້​ຊາວບ້ານ​ຫລາຍ​ພັນ​ຄົນ ພາກັນ​ຍົກຍ້າຍອອກໜີຈາກ
ບໍລິເວນແຄມ​ຝັ່ງ.

ເຫດແຜ່ນດິນໄຫວ ໃນວັນ​ອັງຄານ​ຜ່ານມານີ້ ໄດ້​ເກີດຂຶ້ນ​ປະມານ 100 ກິ​ໂລ​ແມັດຫ່າງ
ອອກໄປຈາກແຄມຝັ່ງທະເລ ​ບ່ອນທີ່​ມີປະຊາຊົນອາໄສຢູ່ບໍ່ຄ່່ອຍໜາ ແໜ້ນປານໃດ
ທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືອຂອງ​ປະເທດ ​ທີ່ໄດ້ພາໃຫ້ມີ​ການ​ເຕືອນກ່ຽວກັບຄື້ນຟອງ
ຍັກ tsunami ​ໄກ​ອອກໄປ​ເຖິງຍີ່​ປຸ່ນ. ການ​ເຕືອນ​ໄດ້​ຖືກ​ຍົກເລີກ ​ຫລາຍໆ​ຊົ່ວ​ໂມງ​ຕໍ່​ມາ.

ຕຳຫລວດ ​ແລະ​ທະຫານ ພາກັນ​ລາ​ດຕະ​ເວນ ໃນ​ເຂດ​ແຕມຝັ່ງທະເລທາງພາກເໜືອ
ຂອງ ຊີ​ເລ​ ເພື່ອ​ປ້ອງ​ກັນ​ການ​ລັກ​ເອົາເຄື່ອງຂອງ ​ໃນ​ຂະນະ​ທີ່ລາຍງານຂ່າວໂທລະ
ພາບສ​ະ​ແດງ​ໃຫ້​ເຮືອນ​ຊານບ້ານຊ່ອງ ​ແລະ​ສູນ​ກາງ​ການ​ຄ້າ​ຕ່ງໆທີ່ໄດ້ ຮັບຄວາມເສຍ
ຫາຍ ຢູ່ໃນເມືອງ​ທ່າ​ເຮືອ​ Iquique ຊຶ່ງຕັ້ງ​ຢູ່ 1,800 ກິ​ໂລແມັດ ​ທາງ​ພາກເໜືອ​ຂອງນະ
ຄອນຫຼວງ Santiago.

ປະທາ​ນາ​ທິບໍດີຊີ​ເລ ທ່ານ​ນາງ Michelle Bachelet ​ໄດ້​ຢ້ຽມຢາມ​ຂົງ​ເຂດດັ່ງ ກ່າວ ​ໃນ​ວັນ​ພຸດ​ວານ​ນີ້ ​ແລະ​ປະກາດ​ໃຫ້ເປັນເຂດປະສົບໄພພິບັດ. ​ໃນເຂດທີ່ຢູ່ ​ເໜືອຂຶ້ນໄປນັ້ນ
​ແຜ່ນດິນ​ໄຫວໄດ້ເຮັດ​ໃຫ້​ໄຟຟ້າ​ມອດ​ ໃນເປຣູ ແລະ​ມີ​ການ​ຍົກ​ຍ້າຍ​ຜູ້ຄົນ ​ຢູ່​ໃນເມືອງ​ຕ່າງໆ ທາງພາກ​ໃຕ້​ຈຳນວນ​ນຶ່ງ. ແຕ່​ບໍ່​ມີ​ລາຍ​ງານ​ເຖິງ ຄວາມເສຍ​ຫາຍ​ທີ່​ຮ້າຍ​ແຮງ ຫລື​ການໄດ້​ຮັບ​ບາດ​ເຈັບ.

ລັດຖະມົນຕີກະຊວງພາຍ​ໃນຊີ​ເລ ທ່ານ Rodrigo Penailillo ກ່າວ​ວ່າ ນັກ​ໂທດປະ
ມານ 300 ​ໄດ້​ພາກັນ​ຫລົບໜີຈາ​ກຄຸກ​ຜູ້ຍິງ ​ໃນ​ເມືອງ Iquique​. ແຕ່​ຫລາຍ​ຊົ່ວໂມງ​ຕໍ່​ມາ ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນັກ​ໂທດ​ 100 ກວ່າ​ຄົນທີ່​ພາກັນ ລັກ​ໜີນັ້ນ ​ໄດ້ສະມັກ​ໃຈກັບ​ຄືນ ຫລື​ບໍ່ກໍ​ຖືກ​ຈັບຄືນມາໄດ້.

​ໃນ​ປີ 2010 ​ແຜ່ນດິນ​ໄຫວທີ່ມີຄວາມແຮງ ແທກໄດ້ 8.8 ຣິ​ກ​ເຕີ້​ ໄດ້ສັ່ນ​ສະ ເທືອນພາກ​ກາງ ຊີ​ເລ ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດຫຼາຍ​ກວ່າ 500 ຄົນ ​ແລະ​ທຳລາຍ ​ເຮືອນ​ຊານ 220,000 ຫລັງ.
CHILE EARTHQUAKE CNPK
please wait
Embed

No media source currently available

0:00 0:01:08 0:00
XS
SM
MD
LG