ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

40 ຄົນເສຍຊີວິດ​ ຍ້ອນດິນເຈື່ອນ ທີ່ປາປົວ ນີວກີເນຍ


ດີນເຈື່ອນ ທີ່ ປາປົວ ນີວກີເນຍ 25 ມັງກອນ 2012
ດີນເຈື່ອນ ທີ່ ປາປົວ ນີວກີເນຍ 25 ມັງກອນ 2012

ໄດ້​ເກີດເຫດ​ດີ​ນ​ເຈື່ອນ​ຢູ່​ເຂດ​ຊົນນະບົດ ທາງ​ພາກ​ກາງຂອງ Papua New Guinea ເຮັດ​ໃຫ້ມີຄົນ​ເສຍ​ຊີວິດ ຢ່າງນ້ອຍ 40 ຄົນ​.

ຂ່າວ​ທ້ອງ​ຖີ່​ນລາຍ​ງານ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້ນີ້​ວ່າ ມີ​ການ​ກູ້ຊາກ​ສົບ​ມາ​ໄດ້ 40 ສົບ ​ແລະ​ຢ່າງ​ນ້ອຍ 20 ຄົນ ​ຍັງ​ຫາຍ​ສາບ​ສູນຢູ່.

ເຫດ​ດີ​ນ​ເຈື່ອນ​ໄດ້​ເກີດ​ຂື້ນ ໃນ​ຕອນ​ເຊົ້າ​ຂອງ​ວັນ​ອັງຄານວານ​ນີ້ ​ໃນ​ເຂດທີ່​ຮາບສູງທາງພາກໃຕ້​ຂອງ Papua New Guinea ທີ່​ມີໝູ່​ບ້ານ​ນ້ອຍໆຈໍານວນ​ນຶ່ງ ຊຶ່ງລາຍ​ງານເວົ້າ​ວ່າ ໝູ່​ບ້ານ ສອງແຫ່ງ​ໄດ້​ຖືກ​ທໍາລາຍໝົດ.

ຂົງ​ເຂດ​ດັ່ງ​ກ່າວນີ້​ຢູ່​ໃກ້ກັບ​ບ່ອນທີ່ກໍາ​ລັງ​ມີ​ການກໍ່ສ້າງ​ໂຄງການ​ຜະລິດ ແກ້ສທໍາ​ມະ​ຊາດ​ແຫລວ ຂອງບໍລິສັດ​ນໍ້າ​ມັນ ExxonMobil ທີ່​ມີ​ກໍ​ນົດ​ຈະເລີ້ມ​ນໍາໃຊ້​ໃນ​ປີ 2014. ​ໂຄສົກ​ຂອງ​ບໍລິສັດ​ກ່າວ​ວ່າ ວຽກ​ງານກໍ່ສ້າງຢູ່​ໂຄງ​ງານ ທີ່​ຈະໃຊ້​ເງິນ​ເຖິງ 16 ພັນ​ລ້ານ​ໂດ​ລານັ້ນ ໄດ້​ຢຸດໄວ້​ຊົ່ວຄາວ ​ ຈົນ​ກວ່າ​ວ່າ​ສະຖານະ​ການ​ຈະ​ເປັນ​ປົກກະ​ຕິ.

ເຈົ້າ​ໜ້າ​ທີ​ກູ້​ໄພ​ທ້ອງ​ຖີ່​ນກ່າວ​ວ່າ ສະຖານະ​ການ​ຍັງ​ບໍ່​ແຈ້ງ​ຂາວແລະ​ປ່ຽນ​ແປງ​ໄດ້​ງ່າຍ ຈົນ​ບໍ່​ສາມາດ​ຢືນຢັນຈໍານວນ​ຄົນ​ຕາຍທີ່​ແນ່ນອນ​ໄດ້. ບັນດາເຈົ້າ​ໜ້າ​ທີ່​ລັດຖະບານ ກໍາລັງ​ບິນ​ໄປ ​ຍັງ​ບ່ອນ​ເກີດ​ເຫດທີ່​ຫ່າງໄກ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ປະສານ​ງານໃນການ​ຊ່ວຍ​ເຫ​ລື​ອ.

ນາຍ​ຍົກ​ລັດຖະມົນຕີ Peter O’Neill ມີ​ແຜນ​ທີ​ຈະ​ໄປ​ຢ້ຽມຢາມ​ຂົງ​ເຂດ​ດັ່ງ​ກ່າວເຊັ່ນ​ກັນ ໃນ​ມື້​ນີ້.

XS
SM
MD
LG