ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ໂດຍສານ ຫຼາຍຮ້ອຍຄົນ ຖືກຊ່ວຍຊີວິດໄວ້ໄດ້ ໃນເຫດເຮືອຂ້າມຟາກຫຼົ້ມ ທີ່ປາປົວນີວກີເນຍ


ເຮືອຊູຊີບສອງລໍາ ທີ່ລອຍລໍາຢູ່ບໍລິເວນເຮືອຂ້າມຟາກຫຼົ້ມ ທີ່ປະເທດປາປົວ ນີວກີເນຍ ເມືອວັນທີ່ 2 ກຸມພານີ້
ເຮືອຊູຊີບສອງລໍາ ທີ່ລອຍລໍາຢູ່ບໍລິເວນເຮືອຂ້າມຟາກຫຼົ້ມ ທີ່ປະເທດປາປົວ ນີວກີເນຍ ເມືອວັນທີ່ 2 ກຸມພານີ້

ພວກ​ຄົນ​ໂດຍສານ​ຫລາຍ​ກວ່າ 200 ຄົນ​ຖືກ​ຊ່ອຍ​ຊີວິດ​ຈາກ​ເຮືອໂດຍສານ​ຂ້າມ​ຟາກ​ລໍາ​
ນຶ່ງ​ ທີ່​ຫລົ້ມ​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ມື້ນີ້ຢູ່​ນອກ​ຝັ່ງທະ​ເລ​ໃນ​ພາກ​ເໜືອ​ຂອງ​ປາ​ປົວ​ນີວ ກີ​
ເນຍ.

ທ່ານ​ນາງ Nerae Marimahu ໂຄສົກ​ປະ​ຈໍາອົງການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ທະ​ເລ
ແຫ່ງ​ຊາດ​ຂອງ​ປະ​ເທດ​ໃນ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກທີ່​ເມືອງ Port Moresby ກ່າວຕໍ່​ວີ​
ໂອ​ເອວ່າ ​ເຮືອ MV Rabaul Queen ​ໄດ້​ຫລົ້ມ​ຢູ່​ນອກ​ຝັ່ງ​ທະ​ເລ​ອອກ​ໄປ​ປະມານ 16
ຫລັກ​ຈາກແຫລມ Fortification ​ແລະ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ບໍ່​ເປັນ​ທີ່​ຈະ​ແຈ້ງໃນ​ທັນທີ
ວ່າ ​ເປັນ​ຫຍັງ​ເຮືອ​ລໍາ​ນີ້​ຈຶ່ງ​ຫລົ້ມ​.

ອົງການ​ກໍາກັບ​ການ​ເດີນ​ເຮືອ​ທາງ​ທະ​ເລ ກ່າວ​ວ່າ ​ເຊື່ອ​ກັນ​ວ່າ ຢ່າງ​ໜ້ອຍມີ​ພວກ​ຄົນ
ໂດຍສານ 300 ຄົນ​ຢູ່​ໃນ​ເຮືອ​ເວລາ​ເຮືອ​ຈົມ​ລົງ​ນໍ້າ​ນັ້ນ.

ອອສ​ເຕຣ​ເລຍ ຊຶ່ງ​ໃຫ້ການ​ຊ່ອຍ​ເຫລືອ​ ໃນ​ການ​ກູ້​ເອົາຊີວິດຄົນ​ໂດຍ ສານນັ້ນ ກ່າວ​ວ່າ
ຢ່າງ​ໜ້ອຍ​ມີ​ຜູ້​ໂດຍສານ 219 ຄົນ​ໄດ້​ຖືກ​ຊ່ອຍ​ຊີວິດ​ໄວ້​ໄດ້​ ຈາກ​ນໍ້າ​ທະ​ເລ​ນັ້ນ.

ຜູ້​ກໍາກັບ​ການ​ເດີນ​ເຮືອ​ໂດຍສານ​ຂ້າມ​ຟາກ​ລໍາ​ນີ້ ກ່າວ​ວ່າ ​ຕົນ​ໄດ້​ຂາດ ການ​ຕິດ​ຕໍ່​ກັບ
ເຮືອ​ລໍາ​ນີ້​ ໃນ​ຂະນະ​ທີ່​ເຮືອພວມແລ່ນແຕ່​ເກາະ New Britain ໄປ​ຫາ​ເມືອງ Lae ນັ້ນ.

ພວກ​ເຮືອ​ທີ່​ເຂົ້າຮ່ວມ​ໃນ​ການຊອກ​ຫາ​ແລະ​ຊ່ອຍ​ກູ້​ໄພ​ພ້ອມ​ດ້ວຍລູກ​ເຮືອ​ ກໍາລັງ​ພາກັນ
ຊອກຫາ​ພວກ​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້​ຢູ່​ໃນ​ເວລາ​ນີ້.

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ​ນາງ Julia Gillard ​ເອີ້ນໄພ ພິບັດ​ດັ່ງກ່າວ​ວ່າ
ເປັນ​ໂສກ​ນາຕະ​ກໍາ​ທີ່​ຍິ່ງ​ໃຫຍ່ ​ແລະ​ກ່າວ​ຕື່ມ​ວ່າ ປະ​ເທດ​ຂອງ​ທ່ານ​ນາງ​ໄດ້​ຊ່ອຍ​ເຫລືອ
ປາ​ປົວ​ນີວກີ​ເນຍ​ໃນ​ການ​ຮັບມື​ກັບ​ອຸບັດ​ເຫດ​ຄັ້ງ​ນີ້.

XS
SM
MD
LG