ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດການຍິງນາຍົກ ກະທົບຕໍ່ສື່ມວນຊົນທີ່ເປັນ 'ສັດຕູ' ຂອງສະໂລວາເກຍ ຢ່າງໜັກ


ທ່ານ ມາຕຸສ ຄອສໂຕລນີ ຫົວຫນ້າບັນນາທິການຂອງໜັງສືພິມອິດສະຫຼະ Dennik N, ຕັ້ງທ່າໃນລະຫວ່າງການຖ່າຍຮູບ ໃນ ນະຄອນຫຼວງ ບຣາຕິສລາວາ ຂອງສະໂລວາເກຍ ໃນວັນທີ 18 ພຶດສະພາ 2024.
ທ່ານ ມາຕຸສ ຄອສໂຕລນີ ຫົວຫນ້າບັນນາທິການຂອງໜັງສືພິມອິດສະຫຼະ Dennik N, ຕັ້ງທ່າໃນລະຫວ່າງການຖ່າຍຮູບ ໃນ ນະຄອນຫຼວງ ບຣາຕິສລາວາ ຂອງສະໂລວາເກຍ ໃນວັນທີ 18 ພຶດສະພາ 2024.

ເມື່ອລູກປືນ 4 ລູກທີ່ຍິງໂດຍມືປືນຄົນດຽວ ຖືກນາຍົກລັດຖະມົນຕີສະໂລວາເກຍ ທ່ານ ໂຣເບີທ ຟີໂກ (Robert Fico), ຊີວິດຂອງ ທ່ານ ມາຕຸສ ຄອສໂຕລນີ (Matus Kostolny) ໃນຖານະນັກຂ່າວ ກໍໄດ້ປ່ຽນຈາກຍາກ ໄປສູ່ສິ່ງທີ່ຍາກກວ່າເກົ່າ.

ຫົວຫນ້າບັນນາທິການອາຍຸ 49 ປີ ຂອງໜັງສືພິມອິດສະຫຼະ Dennik N daily, ທີ່ຖືກລັດຖະບານເອີ້ນວ່າເປັນ "ສັດຕູ", ກໍໄດ້ຮັບການຂົ່ມຂູ່ຈາກຜູ້ອ່ານ ແລະການກ່າວຫາຈາກພັນທະມິດທາງດ້ານການເມືອງຂອງທ່ານ ຟີໂກ ໃນທັນທີ.

ທ່ານ ຄອສໂຕລນີ (Kostolny) ກ່າວຕໍ່ອົງການຂ່າວ AFP ວ່າ “ສິບນາທີຫຼັງຈາກທີ່ພວກເຮົາໄດ້ເລົ່າເລື່ອງກ່ຽວກັບນາຍົກລັດຖະມົນຕີຖືກຍິງ, ຂ້າພະເຈົ້າ ເລີ້ມໄດ້ຮັບຂໍ້ຄວາມທີ່ຂ້າພະເຈົ້າຕ້ອງຖືກຕໍານິ ວ່າຂ້າພະເຈົ້າມີເລືອດຢູ່ໃນມືຂອງຂ້າພະເຈົ້າ ແລະຈະຕ້ອງຊົດໃຊ້.”

ທ່ານ​ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ວ່າ “ນັບຕັ້ງ​ແຕ່​ມື້ທຳອິດ ມີ​ນັກ​ການ​ເມືອງ​ບາງ​ຄົນ​ຈາກ​ກຸ່ມ​ລັດ​ຖະ​ບານ​ປະສົມ ກ່າວ​ວ່າ ...ມີ​ສື່​ມວນ​ຊົນ​ບາງປະເພດ ລວມ​ທັງ Dennik N ທີ່​ຕ້ອງຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີດັ່ງກ່າວ.”

​ໃນ​ປີ 2018 ສື່​ມວນ​ຊົນ​ພາຍ​ໃນ​ປະ​ເທດ​ໄດ້​ເປີດ​ເຜີຍ​ການ​ພົວພັນ​ລະຫວ່າງ​ກຸ່ມ​ມາ​ເຟຍ​ອີ​ຕາ​ລີ ​ແລະ ລັດຖະບານ​ຂອງທ່ານ ຟີໂກ, ​ເຮັດ​ໃຫ້​ເກີດ​ການ​ປະ​ທ້ວງ​ທີ່ນຳໄປສູ່ການລາ​ອອກ​ຈາກ​ຕຳ​ແໜ່​ງຂອງທ່ານ.

ທ່ານ ຟີໂກ ຢູ່ໃນຫ້ອງມໍລະສຸມ ຫຼັງຈາກການພາຕັດສອງຄັ້ງ, ແຕ່ຊີວິດຂອງທ່ານບໍ່ໄດ້ຮັບອັນຕະລາຍໃດໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG