ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກລັດຖະມົນຕີ ສປປ ລາວ ສັ່ງປິດຊາຍແດນ ແລະນະຄອນຫຼວງວຽງຈັນ 14 ມື້ ເພື່ອປ້ອງກັນການແຜ່ລະບາດໂຄວິດ-19


ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ.
ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ.

ນາຍົກລັດຖະມົນຕີ ສັ່ງປິດນະຄອນວຽງຈັນ 14 ມື້ ແລະໃຫ້ເຂັ້ມງວດກວດກາ ຊາຍແດນເພື່ອສະກັດກັ້ນການລັກລອບເດີນທາງເຂົ້າມາລາວໂດຍຜິດກົດໝາຍ ແລະປ້ອງກັນການລະບາດໄວຣັສ COVID-19 ຊື່ງຊົງລິດ ໂພນເງິນ ມີລາຍ ງານຈາກບາງກອກ.

ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫຼງການຢືນຢັນວ່າ ສະພາບການລະບາດຂອງເຊື້ອໄວຣັສ COVID-19 ໃນປະເທດເພື່ອນບ້ານ ໂດຍສະເພາະ ແມ່ນໃນປະເທດໄທນັ້ນ ນັບເປັນສະພາບການທີ່ສາມາດຈະແຜ່ລະບາດ ເຂົ້າມາໃນລາວໄດ້ຕະຫຼອດເວລາ ດັ່ງນັ້ນຈຶ່ງຕ້ອງເພີ້ມມາດຕະການເຂັ້ມງວດ ຫຼາຍຂຶ້ນ ເຂົ້າໃນການກວດກາການເດີນທາງເຂົ້າມາລາວທັງຄົນລາວ ແລະຊາວ ຕ່າງຊາດ ເພື່ອຮັບປະກັນໃຫ້ໄດ້ຢ່າງຄັກແນ່ວ່າ ຈະບໍ່ມີການລັກລອບເດີນທາງ ເຂົ້າມາໃນລາວ ຊຶ່ງຈະຕ້ອງໄດ້ຮັບການຮ່ວມມື ຈາກທຸກພາກສ່ວນຢ່າງຈິງຈັງ ດັ່ງທີີ່ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ:

ໃຫ້ເພີ້ມທະວີການ ຕິດຕາມກວດກາລາດຕະເວນລຽບຕາມຊາຍແດນ ຢ່າງເຄັ່ງ ຄັດ ເພື່ອສະກັດກັ້ນການເຂົ້າເມືອງຜິດກົດໝາຍ ໂດຍສະເພາະເຂດຊາຍແດນ ກັບປະເທດທີ່ໃກ້ຄຽງ ທີີ່ມີການລະບາດຢູ່ໃນຊຸມຊົນ ຖ້າພົບເຫັນຕ້ອງນໍາມາກວດ ວິເຄາະວິໄຈຊອກຫາເຊື້ອ COVID-19 ແລ້ວນຳສົ່ງໄປຈຳກັດບໍລິເວນ ໃຫ້ຄົບ 14 ວັນ ໃຫ້ອຳນາດການປົກຄອງທ້ອງຖິ່ນມີມາດຕະການເຂັ້ມງວດ ແລະເປັນ ເຈົ້າການຕິດຕາມກວດກາການເຂົ້າມາຂອງບຸກຄົນທີ່ກັບມາຈາກຕ່າງປະເທດທີ່ ມີການລະບາດພະຍາດ COVID-19.”

ສ່ວນທ່ານພູທອນ ເມືອງປາກຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງວ່າ ການລະບາດຂອງໄວຣັສ COVID-19 ໃນປະເທດເພື່ອນບ້ານໂດຍ ສະເພາະແມ່ນໃນໄທ ແລະມຽນມານັ້ນໄດ້ເປັນຜົນເຮັດໃຫ້ມີການລັກລອບເດີນ ທາງເຂົ້າມາໃນລາວໂດຍຜິດກົດໝາຍເພີ້ມຂື້ນນັບມື້ ທັງແຮງງານລາວໃນໄທ ແລະຊາວຕ່າງຊາດ ທີ່ລັກລອບເຂົ້າມາທ່ຽວໃນລາວຊຶ່ງເຮັດໃຫ້ປະຊາຊົນລາວ ມີຄວາມສ່ຽງ ທີ່ຈະຕິດເຊື້ອໄວຣັສ COVID-19 ຈາກແຮງງານລາວ ແລະ ຊາວຕ່າງຊາດ ທີ່ລັກລອບເດີນທາງເຂົ້າມາໃນລາວໂດຍຜິດກົດໝາຍດັ່ງກ່າວ ສະນັ້ນເພື່ອເປັນການສະກັດກັ້ນບັນຫາດັ່ງກ່າວ ຈຶ່ງຈະຕ້ອງດຳເນີນຄະດີ ແລະ ລົງໂທດທຸກຄົນ ທີ່ໄດ້ລັກລອບເດີນທາງເຂົ້າມາໃນລາວ ໂດຍຜິດກົດໝາຍນັ້ນ ດັ່ງທີ່ທ່ານພູທອນ ໄດ້ໃຫ້ການຢືນຢັັນວ່າ.

“ຕ້ອງໃຫ້ກວດກາຢ່າງເຄັ່ງຄັດຕໍ່ພາກສ່ວນກ່ຽວຂ້ອງເປັນຕົ້ນ ແມ່ນຜູ້ນຳພາທາງ ລັກລອບເຂົ້າເມືອງຜິດກົດໝາຍ ບັນດາໂຮງແຮມ ເຮືອນພັກ ຜູ້ຂົນສົ່ງ ຫຼືຜູ້ອຳ ນວຍຄວາມສະດວກທີ່ເຂົ້າເຄືອຂ່າຍໃນການກະທຳຜິດຕໍ່ກົດໝາຍ ຜິດຕໍ່ລະບຽບ ວິໄນ ແລະມາດຕະການທີ່ຄະນະສະເພາະກິດວາງອອກແລ້ວກໍຕ້ອງສືບຕໍ່ຈຳກັດ ບໍລິເວນຜູ້ສໍາຜັດໃກ້ຊິດຈົນຄົບ 14 ວັນ ສະນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງ ໃຫ້ການຮ່ວມມືເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ເພື່ອຕິດຕາມເອົາຜູ້ລັກລອບ ເຂົ້າເມືອງມາກວດຫາພະຍາດ COVID-19 ກ່ອນຈະພິຈາລະນາດຳເນີນການ ຕາມກົດໝາຍ."

ຄະນະສະເພາະກິດເພື່ອການປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງ ເຊື້ອໄວຣັສ COVID-19 ໄດ້ເພີ້ມຄວາມເຂັ້ມງວດເຂົ້າໃນການກວດສຸຂະພາບ ຄົນລາວ ແລະຊາວຕ່າງຊາດທຸກຄົນທີ່ເດີນທາງເຂົ້າມາລາວໃນໄລຍະນີ້ ໂດຍ

ສະເພາະແມ່ນຢູ່ທີ່ຢູ່ດ່ານຊາຍແດນ ທີ່ຕິດຕໍ່ກັບປະເທດເພື່ອນບ້ານນັ້ນ ຖືເປັນ ເຂດທີ່ຈະຕ້ອງເຂັ້ມງວດເປັນພິເສດເພາະວ່າໄດ້ມີການກວດພົບຜູ້ຕິດເຊື້ອໄວຣັສ COVID-19 ລາຍໃໝ່ເຖິງ 45 ຄົນໃນຊ່ວງວັັນທີ 11 ຫາ 22 ເມສາ 2021 ໃນນີ້ 28 ຄົນ ຕິດໄວຣັສ COVID-19 ໃນວັນທີ 21 ເມສາໂດຍໄດ້ຮັບເຊື້ອ ຈາກແຮງງານລາວ ແລະຄົນໄທ ທີ່ລັກລອບເດີນທາງເຂົ້າມາທ່ຽວສະຖານບັນ ເທີງຫຼາຍແຫ່ງ ຢູ່ໃນລາວຈຶ່ງເຮັດໃຫ້ຈະຕ້ອງຕິດຕາມກວດກາການກຸ່ມສ່ຽງທີ່ ອາດຈະຕິດເຊື້ອໄວຣັສອີກຫຼາຮ້ອຍຄົນອີກດ້ວຍ.

ພາຍໃຕ້ສະພາບການດັ່ງກ່າວ ທັງເພື່ອເປັນການສະກັດກັ້ນໄວຣັສ COVID-19 ບໍ່ໃຫ້ເກີດການລະບາດ ໃນວົງກວ້າງ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຈຶ່ງໄດ້ມີຄຳສັ່ງປິດນະຄອນຫຼວງວຽງຈັນ ເປັນການຊົ່ວຄາວ ນັບຈາກວັນທີ 22 ເມສາເຖິງ ເຖິງວັນທີ 5 ພຶດສະພາ ປີ 2021 ໂດຍຫ້າມການເດີນທາງເຂົ້າ ອອກເຂດນະຄອນວຽງຈັນ ໃຫ້ຢຸດການເດີນລົດໂດຍສານ ແລະຂົນສົ່ງລະ ຫວ່າງນະຄອນຫຼວງວຽງຈັນ ກັບຕ່າງແຂວງໃນທົ່ວປະເທດຫ້າມການເຜີຍແຜ່ ຂໍ້ມູນທີ່ບໍ່ເປັນຄວາມຈິງ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ຫ້າມຈັດງານປະ ຊຸມໂຮມຊຸມນຸມ ຊຸມແຊວ ກິດຈະກໍາທາງສາດສະໜາ ປະເພນີງານລ້ຽງສັງສັນ ທີ່ີມີຜູ້ເຂົ້າຮ່ວມເກີນກວ່າ 20 ຄົນ ໃຫ້ສືບຕໍ່ປິດສະຖານບັນເທີງ ກາຣາໂອເກະ ຮ້ານກິນດື່ມ ຮ້ານນວດສະປາ ຮ້ານອິນເຕີແນັດ ສະໜຸກເກີ ສູນອອກກຳລັງ ກາຍ ແລະກິລາໃນຮົ່ມ ສ່ວນກິດຈະການໃນດ້ານຂົນສົ່ງສິນຄ້າ ສາທາລະນຸ ປະໂພກ ໂຮງແຮມ ການຄ້າ ແລະບໍລິການທີ່ຈຳເປັນນັ້ນໃຫ້ເປິດກິດຈະການ ໄດ້ຕາມປົກກະຕິ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG