ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ເພີ້ມຄວາມເຂັ້ມງວດ ໃນການສະກັດກັ້ນ ເພື່ອບໍ່ໃຫ້ແຮງງານຈາກລາວ ກຳປູເຈຍ ຫວຽດນາມ ລັກລອບເດີນທາງເຂົ້າ ໄທ


ທ່ານປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ.
ທ່ານປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ.

ນາຍົກລັດຖະມົນຕີໄທ ສັ່ງການໃຫ້ເພີ້ມຄວາມເຂັ້ມງວດ ເຂົ້າໃນການສະກັດກັ້ນ ເພື່ອບໍ່
ໃຫ້ແຮງງານຈາກລາວ ກຳປູເຈຍ ຫວຽດນາມ ພາກັນລັກລອບເດີນທາງເຂົ້າ ໄທ ແລະ
ໃຫ້ລົງໂທດຜູ້ກະທຳຜິດຢ່າງເດັດຂາດ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫຼງວ່າ ດ້ວຍສະພາບການແຜ່
ລະບາດຂອງເຊື້ອໄວຣັສ COVID-19 ຢ່າງກວ້າງຂວາງໃນປະເທດໄທ ໃນປັດຈຸບັນນີ້
ຊຶ່ງມີຕົ້ນຕໍສຳຄັນມາຈາກການລັກລອບເດີນທາງເຂົ້າມາໃນໄທຢ່າງ ຜິດກົດໝາຍ ໂດຍ
ບັນດາແຮງງານຈາກປະເທດເພື່ອນບ້ານທີ່ບໍ່ໄດ້ຜ່ານການກວດ ຫາໄວຣັສ COVID-19
ເລີຍນັ້ນ ເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງ ທີ່ພາກສ່ວນ ທີ່ຮັບຜິດຊອບ ໂດຍສະເພາະ
ແມ່ນເຈົ້າໜ້າທີ່ກະຊວງແຮງງານຕຳຫຼວດ ທະຫານ ນັ້ນ ຕ້ອງເພີ້ມຄວາມເຂັ້ນງວດເຂົ້າໃນ
ການສະກັດກັ້ນເພື່ອບໍ່ໃຫ້ແຮງງານດັ່ງກ່າວ ພາກັນລັກລອບເດີນທາງເຂົ້າໄທອີກ ທັງນີ້
ດ້ວຍການໃຫ້ລົງໂທດຜູ້່ກະທຳຄວາມຜິດ ຢ່າງເດັດຂາດ ໂດຍບໍ່ມີການຍົກເວັ້ນ ດັ່ງທີ່ພົນ
ເອກປຣະຍຸດໄດ້ໃຫ້ການຢືນຢັນວ່າ:

“ໃນສ່ວນຂອງຂະບວນການ ນຳແຮງງານເຖື່ອນເຂົ້າປະເທດນັ້ນ ຈະຕ້ອງຖືກດຳ ເນີນຄະ
ດີ ຖືກທຳລາຍໃຫ້ສິ້ນຊາກ ບໍ່ວ່າຈະເປັນເຈົ້າໜ້າທີ່ລັດ ຫຼືປະຊາຊົນທີ່ກ່ຽວ
ຂ້ອງ ເພາະການ
ແຜ່ລະບາດຄັ້ງນີ້ກວດພົບຜູ້ຕິດເຊື້ອຈາກແຮງງານຕ່າງດ້າວຫຼາຍ ທີ່ສຸດ ແມ່ນວ່າເສັ້ນທາງ
ຈະຍັງອີກຍາວໄກກວ່າສະຖານະການຈະກັບຄືນເປັນປົກ ກະຕິ ແຕ່ຂ້າພະເຈົ້າໝັ້ນໃຈວ່າ
ຖ້າເຮົາທຸກຄົນຍັງຮ່ວມມືກັນແບບນີ້ໄດ້ ເຮົາຈະຍັງ ເປັນນຶ່ງໃນປະເທດທີ່ໄດ້ຮັບຜົນກະທົບ
ໜ້ອຍທີ່ສຸດ
ໃນໂລກ.”

ສ່ວນທ່ານສຸຊາດ ຊົມກລິ່ນ ລັດຖະມົນຕີວ່າການກະຊວງແຮງງານ ຖະແຫຼງວ່າ ລັດຖະບານ
ໄທມີມະຕິຕົກລົງ ອະນຸຍາດໃຫ້ແຮງງານລາວ ກຳປູເຈຍ ມຽນມາ ແລະຫວຽດນາມ ສາມາດ
ເຮັດວຽກໃນປະເທດໄທໄດ້ເຖິງສິ້ນເດືອນມີນາປີ 2022 ໂດຍໃນປັດຈຸບັນມີແຮງງານຈາກ
ທັງ 4 ປະເທດ ດັ່ງກ່າວເຮັດວຽກຢ່າມງຖືກຕ້ອງ ຕາມກົດໝາຍໃນໄທຈຳນວນທັງໝົດ
2,114,609 ຄົນ ຊຶ່ງຈະຕ້ອງເດີນທາງກັບ ຄືນໄປປະເທດ ເມື່ອເຖິງກຳນົດດັ່ງກ່າວ ແລະ
ຈະສາມາດກັບຄືນມາເຮັດວຽກໃນ ໄທອີກເທື່ອໃໝ່ໄດ້ດ້ວຍສັນຍາຈ້າງ ທີ່ເຮັດກັບບໍລິສັດ
ຈັດຫາງານ ທີ່ໄດ້ຮັບອະນຸ ຍາດຈາກລັດຖະຍານລາວ ກຳປູເຈຍ ມຽນມາ ແລະຫວຽດນາມ
ຊຶ່ງໄດ້ລົງນາມບັນທຶກຄວາມເຂົ້າໃຈຮ່ວມ (MOU) ວ່າດ້ວຍການຈ້າງງານຮ່ວມກັບທາງ
ການ ລັດຖະບານໄທໄວ້ແລ້ວນັ້ນ.

ທັງນີ້ໂດຍການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ ທາງການໄທມີເປົ້າໝາຍເພື່ອ ຢຸດບັນ
ຫາການຈ້າງແຮງງານຜິດກົດໝາຍ ຊຶ່ງເຮັດໃຫ້ແຮງງານຈຳນວນຫຼາຍຕົກ ເປັນເຫຍື່ອຂອງ
ຂະບວນການຄ້າມະນຸດຂ້າມຊາດໃນໄທ ໂດຍກະຊວງແຮງງານ ໄທ ໄດ້ກຳນົດທັງໂທດຂັງ
ຄຸກ ແລະປັບໄໝບັນດານາຍຈ້າງ ແລະແຮງງານທີ່ລັກ ລອບເຮັດວຽກໃນໄທ ໂດບຜິດກົດ
ໝາຍດ້ວຍ ກໍຄືການລົງໂທດຂັງຄຸກ 1 ປີ ແລະ ປັບໄໝ 10,000 ຫາ 100,000 ບາດ ສຳ
ລັບນາຍຈ້າງທີ່ຈ້າງແຮງງານຜິດກົດ ໝາຍ ທັງກໍຍັງຈະຖືກລົງໂທດຂັງຄຸກ ແລະປັບໄໝ
ເພີ້ມຂຶ້ນອີກ ຖ້າຫາກວ່າໄດ້ ກະທໍາຄວາມຜິດຊໍ້າ ສ່ວນແຮງງານທີ່ລັກລອບເຮັດວຽກໃນ
ໄທກໍຈະຖືກປັບໄໝ 5000 ຫາ 100,000 ບາດ ແລະຈະຖືກສົ່ງໂຕກັບຄືນໄປປະເທດໃນ
ທັນທີອີກດ້ວຍ ດັ່ງທີ່ທ່ານນາງກັນຈະນາ ຫັນໄຊສຣີ ຜູ້ກວດລາດຊະການປະຈຳກະຊວງ
ແຮງງານໄທໃຫ້ການຢືນຢັນວ່າ:

"ທ່ານລັດຖະມົນຕີ ມີນະໂຍບາຍຕ້ອງມີການກວດສອບຢ່າງແທ້ຈິງ ມີການບັງຄັບໃຊ້ກົດ
ໝາຍຢ່າງແທ້ຈິງກໍຄື ຖ້າກວດພົບວ່າບໍ່ມີໃບອະນຸຍາດເຮັດວຽກ ນາຍຈ້າງມີ ຄວາມຜິດ
ຕ້ອງປັບນຶ່ງໝື່ນ ຫານຶ່ງແສນບາດ ແລ້ວກໍຖ້າເຮັດຜິດຊໍ້າ ກໍຕ້ອງປັບອີກ ແລ້ວກໍຕິດຄຸກນຳ
ດ້ວຍ ແຕ່ແຮງງານຕ່າງດ້າວກໍນີ້ຈະຖຶກປັບຫ້າພັນ ເຖິງນຶ່ງແສນບາດ ແລ້ວກໍສົ່ງໂຕກັບຄືນ
ປະເທດ ແຕ່ມີທາງເລືອກທ່ານດຳເນີນການບໍ່ທັນແທ້ໆທ່ານສາມາດທີ່ຈະໃຫ້ແຮງງານຕ່າງ
ດ້າວອອກປກ່ອນແລ້ວເຮັດ MOU ເຂົ້າມາ”

ທາງດ້ານເຄື່ອຂ່າຍອົງການດ້ານປະຊາກອນຂ້າມຊາດ (Migrants Working Group)
ໄດ້ລາຍງານວ່າ ການລະບາດຂອງໂຄວິດ-19 ເຮັດໃຫ້ບັນດານາຍຈ້າງ ຢູ່ໃນໄທໄດ້ພາ
ກັນເລີກຈ້າງແຮງງານລາວ ມຽນມາ ກຳປູເຈບ ແລະຫວຽດນາມ ໄປແລ້ວຫຼາຍກວ່າ 1
ລ້ານຄົນ ນັບແຕ່ເດືອນມີນາ ປີ 2020 ເປັນຕົ້ນມາ ໃນນີ້ ເກີນກວ່າ 75 ເປີເຊັນ ເປັນການ
ເລີກຈ້າງແຮງງານມຽນມາ ກໍາປູເຈຍ ແລະ ຫວຽດນາມ ສ່ວນອີກ 250,000 ກວ່າຄົນນັ້ນ
ກໍຄືແຮງງານລາວທີ່ໄດ້ເດີນທາງ ກັບຄືນມາລາວແລ້ວ ແລະກຳລັງຈະລັກລອບກັບໄປໄທ
ອີກເທື່ອໃໝ່.ທັງນີ້ນັບແຕ່ເດືອນມີນາ 2020 ເປັນຕົ້ນມາກໍປາກົດວ່າມີແຮງງານລາວທີ່ໄດ້
ເດີນ ທາງກັບຈາກໄທຫຼາຍກວ່າ 3 ແສນຄົນ ສ່ວນກະຊວງແຮງງານໄທລາຍງານວ່າມີ
ແຮງງານລາວ277,845 ຄົນເຮັດວຽກໃນໄທຢ່າງຖືກຕ້ອງຕາມກົດໝາຍ ແຕ່ວ່າເຄື່ອ
ຄ່າຍເພື່ອໃຫ້ການຊ່ວຍເຫຼືອແຮງງານຕ່່າງຊາດໃນໄທ ປະເມີນວ່າມີແຮງງານ ລາວຢູ່ໃນ
ໄທຫຼາຍກວ່າ 6 ແສນຄົນ ໃນນີ້ແບ່ງເປັນແຮງງານລາວທີ່ຜິດກົດໝາຍ 330,000 ກວ່າ
ຄົນ ຊຶ່ງກໍຄືແຮງງານທີ່ເດີນທາງກັບມາລາວໃນຊ່ວງການລະບາດ ຂອງໄວຣັສໂຄວິດ-19
ໃນໄທ ແລະໄດ້ກາຍເປັນກຸ່ມແຮງງານທີ່ຫວ່າງງານຢູ່ໃນ ລາວ ໃນປັດຈຸບັນນີ້.

XS
SM
MD
LG