ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ຕຸລາ ໒໐໒໔

ນາຍົກຫວຽດນາມ ກ່າວວ່າ ຫວຽດນາມ ຈະເຮັດວຽກກັບ BRICS ຂະນະທີ່ທ່ານພົບປະກັບບັນດາຜູ້ນຳຂອງຈີນ ແລະ ຣັດເຊຍ


ນາຍຍົກລັດຖະມົນຕີຫວຽດນາມ ທ່ານ ຟາມ ມິນ ຈິນ ກ່າວຖະແຫລງຜ່ານທາງໄກ ຢູ່ທີ່ກອງປະຊຸມສຸດຍອດເອເຊຍຕາເວັນອອກ ເມື່ອວັນທີ 27 ຕຸລາ 2021. Photo VTV.
ນາຍຍົກລັດຖະມົນຕີຫວຽດນາມ ທ່ານ ຟາມ ມິນ ຈິນ ກ່າວຖະແຫລງຜ່ານທາງໄກ ຢູ່ທີ່ກອງປະຊຸມສຸດຍອດເອເຊຍຕາເວັນອອກ ເມື່ອວັນທີ 27 ຕຸລາ 2021. Photo VTV.

ຫວຽດນາມ ພ້ອມທີ່ຈະເຮັດວຽກກັບ ກຸ່ມ BRICS, ນາຍົກລັດຖະມົນຕີ ຟາມ ມິນ ຈິນ ໄດ້ກ່າວ ໃນຂະນະທີ່ທ່ານເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມດັ່ງ ກ່າວເປັນຄັ້ງທຳອິດໃນອາທິດນີ້ ແລະໄດ້ຈັດການປະຊຸມຮ່ວມກັບ ຜູ້ນຳຂອງຈີນ ແລະຣັດເຊຍ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ທ່ານ ຈິນ ບໍ່ໄດ້ລະບຸຢ່າງຊັດເຈນເຖິງຄວາມສົນໃຈທີ່ ຫວຽດນາມ ຈະເຂົ້າຮ່ວມ ໃນກຸ່ມ BRICS ອັນເປັນການເຄື່ອນໄຫວທີ່ສາມາດນຳເອົາປະເທດຄອມມິວນິສ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ນີ້ ເຂົ້າໃກ້ຊິດຈິນ ແລະຣັດເຊຍ ຫຼາຍຂຶ້ນ ກວ່າເກົ່າ ແຕ່ອາດມີຜົນກະທົບດ້ານສາຍສຳພັນກັບສະຫະລັດ.

“ທ່ານຈິນ ໄດ້ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ໃນກຸ່ມ BRICS ແລະ ປະຊາຄົມນານາຊາດ ເພື່ອ​ບັນ​ລຸແນວຄວາມຄິດໃນການ ເຮັດວຽກຮ່ວມກັນເພື່ອສ້າງໂລກໃຫ້ດີຂຶ້ນກວ່າເກົ່າສຳລັບໝົດທຸກຄົນ,” ລັດຖະບານ ຫວຽດນາມ ໄດ້ກ່າວຢູ່ໃນທາງອອນໄລນ໌ຂອງຕົນໃນວັນສຸກມື້ນີ້.

ເຈົ້າໜ້າທີ່ລັດຂອງຫວຽດນາມ ໄດ້ກ່າວຕໍ່ອົງ​ການ​ຂ່າວ ຣອຍເຕີສ ກ່ອນໜ້າ ກອງປະຊຸມສຸດຍອດກຸ່ມ BRICS ໄລຍະສາມວັນ ໃນເມືອງ ຄາຊານ ຂອງ ຣັດເຊຍ ເຊິ່ງໄດ້ສິ້ນສຸດລົງມື້ວານນີ້ວ່າ ຫວຽດນາມ ມີຄວາມສົນໃຈເຂົ້າຮ່ວມ ໃນກຸ່ມດັ່ງກ່າວ ແຕ່ຊ່ວງເວລາ ແລະຂອບເຂດຂອງການຍື່ນເອກະສານນັ້ນ ແມ່ນຍັງບໍ່ຈະແຈ້ງເທື່ອ.

ເຈົ້າໜ້າທີ່ທ່ານນຶ່ງຈາກປະເທດໃນກຸ່ມ BRICS ໄດ້ກ່າວວ່າ ຫວຽດນາມ ໄດ້ສະແດງຄວາມສົນໃຈໃນການເຂົ້າມາເປັນຄູ່ຮ່ວມງານ ເຊິ່ງເປັນບາດກ້າວ ນຳໄປສູ່ການເປັນສະມາຊິກ ກໍອາດເປັນໄປໄດ້.

ຖະແຫລງການສຸດທ້າຍຂອງກອງປະຊຸມສຸດຍອດ ໄດ້ກ່າວວ່າ ຢູ່ທີ່ກອງປະຊຸມ ສຸດຍອດມີຫຼາຍກວ່າ 30 ປະເທດໄດ້ສະແດງຄວາມສົນໃຈເຂົ້າຮ່ວມ ແຕ່ບໍ່ເປັນ ທີ່ຈະແຈ້ງວ່າພາຍໃຕ້ເງື່ອນໄຂອັນໃດ.

ບໍ່ວ່າຈະເປັນການຍື່ນເອກະສານຂໍສະໝັກຢ່າງເປັນທາງການໃດໆ, ສາຍສຳພັນ ຂອງ ຫວຽດນາມ ກັບບັນດາປະເທດຂອງກຸ່ມ BRICS ແມ່ນເຂັ້ມແຂງຢູ່ແລ້ວ ເຊັ່ນ: ຣັດເຊຍ ເປັນຜູ້ສະໜອງອາວຸດລາຍໃຫຍ່ທີ່ສຸດໃນປະຫວັດສາດ ແລະຈີນ ເປັນຄູ່ພາຄີດ້ານເສດຖະກິດລາຍໃຫຍ່ທີ່ສຸດນຳດ້ວຍ.

Vietnam is ready to work with BRICS, Prime Minister Pham Minh Chinh said as he attended the group's summit for the first time this week and held meetings with Chinese and Russian leaders.

Chinh fell short of stating Vietnam's explicit interest in joining the club, a move that could bring the Communist-run southeast Asian nation closer to China and Russia but might impact relations with the United States.

"Chinh affirms Viet Nam stands ready to work with BRICS countries and the international community to realise the idea of working together to build a better world for all," the government said on its online portal on Friday.

A Vietnamese official told Reuters before the three-day BRICS summit in the Russian city of Kazan which ended yesterday, that Vietnam was interested in joining the bloc, but the timing and scope of application was not clear.

One official from a BRICS country said Vietnam had expressed interest in becoming a partner, which is a step toward possible membership.

The summit's final declaration said members endorsed "the modalities of BRICS Partner Country Category," without elaborating.

Russia's President Vladimir Putin said at the summit that more than 30 countries had expressed interest to join but it was not clear under which conditions.

Regardless of any formal application, Vietnam's ties with BRICS countries are already strong: Russia is its historical top supplier of weapons and China is a top economic partner.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG