ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່າ​ນ​ນາງ​ທ​ຣັ​ສ ໄດ້​ກາຍ​ມາ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ຄົນ​ໃໝ່ຂອງ​ອັງ​ກິດ  


ບ້ານ​ເລກ​ທີ 10 ຢ​ູ່ Downing ຊຶ່ງ​ເປັນບ້ານ​ພັກ​ຢ່າງ​ເປັນ​ທາງ​ການ ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ຢູ່​ກາງ​ນະ​ຄອນ​ຫລວງ​ລອນດອນ ວັນ​ທີ 6 ກັນ​ຍາ 2022 -
ບ້ານ​ເລກ​ທີ 10 ຢ​ູ່ Downing ຊຶ່ງ​ເປັນບ້ານ​ພັກ​ຢ່າງ​ເປັນ​ທາງ​ການ ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ຢູ່​ກາງ​ນະ​ຄອນ​ຫລວງ​ລອນດອນ ວັນ​ທີ 6 ກັນ​ຍາ 2022 -

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອັງ​ກິດ ທ່ານ​ນາງ​ລິ​ສ ທ​ຣັ​ສ ຕຽມ​ພ້ອ​ມ​ທີ່​ຈະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ອັງ​ກິດ ໃນ​ວັນ​ອັງ​ຄາ​ນ​ມື້​ນີ້ ​ແທນ​ທ່ານ​ບໍ​ຣິ​ສ ຈອນ​ສັນ ໃນຂະ​ນະ​ທີ່​ເສດ​ຖະ​ກິດ​ພວມ​ເກີດ​ຄວາມ​ວຸ້ນ​ວາຍ ແລະຄ່າ​ພະ​ລັງ​ງານ ​ທີ່​ສູງ​ຂຶ້ນ.

ທ່ານ​ຈອນ​ສັນ ມີ​ກຳ​ນົດຈະ​ຍື່ນ​ໃບລາ​ອອກ​ຈາກ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ ​ຕໍ່​ພະ​ຣາ​ຊີ​ນີ ​ເອ​ລິ​ຊາ​ເບັດ ທີສອງ ຢູ່​ ທີ່ປາ​ສາດ​ແບ​ລ​ມໍ​ຣາ​ລ (Balmoral estate) ໃນ​ສະ​ກັອດ​ແລນ ຫລັງ​ຈ​າກມີ​ການຄາດ​ການ​ວ່າ ພະຣາ​ຊີ​ນີ ຈະຊົງ​ແຕ່ງ​ຕັ້ງ​ໃຫ້ ທ່າ​ນ​ນາງ​ທ​ຣັ​ສ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

​ທ່ານ​ນາງ​ທ​ຣັ​ສ ອາ​ຍຸ 47 ປີ ຈະ​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແມ່​ຍິງຄົນ​ທີ​ສາມ ທີ່​ຈະ​ນຳ​ພາ​ປະ​ເທດ ແລະ​ເປັ​ນນາ​ຍົກ​ລັດ​ຖະ​ມົນ​ຕິີຄົນ​ທີ​ສີ່ຂອງ​ອັງ​ກິດໃນຮອບ​ຫົກ​ປີ.

​ໃນ​ການຖະ​ແຫຼງ​ຢູ່ນອກ​ຫ້ອງ​ການ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ນ​ະ​ຄອນ​ຫລ​ວງ​ລອນດອນ ​ທ່ານ​ຈອນ​ສັນກ່າວ​ໃນ​ວັນ​ອັງ​ຄານ​ມື້​ນີ້ວ່າ “ພູມ​ໃຈ​ທີ່​ໄດ້ເຮັດ​ຫລ້ອນ ​ຄຳ​ໝັ້ນ​ສັນ​ຍາ​ຕ່າງໆ​ ທີ່​ຂ້າ​ພະ​ເຈົ້າໄດ້ໃຫ້​ໄວ້​ກັບພັກ ເວ​ລາ​ພວກ​ທ່ານ​ໄດ້​ເຫັນ​ດີ​ໃຫ້ເລືອກ​ເອົາ​ຂ້າ​ພະ​ເຈົ້າ” ແລະ​ທ່ານ​ຈະ​ສະ​ເໜີລັດ​ຖະ​ບານ​ໃໝ່ ‘ບໍ່​ມີ​ຫ​ຍັງ​ໝົດ ແຕ່ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ທີ່.”

​ທ່າ​ນ​ນາງ​ທ​ຣັ​ສ ໄດ້​ສະ​ແດງ​ໃຫ້​ເຫັນເຖິງຄວາ​ມ​ສາ​ມາດ ​ໃນ​ການ​ລົງ​ຄະ​ແນ​ນ​ສຽງຂອງ​ສອງ​ພັກ ເອົາ​ຊະ​ນະ​ອະ​ດີດ​ຫົວ​ໜ້າຊ່ຽວ​ຊານດ້ານເສດ​ຖະ​ກິດ ທ່ານ​ຣີ​ຊີ ຊູນາກ.

ຫລັງ​ຈາກ​ໄດ້​ຮັບ​ໄຊ​ຊະ​ນະ​ແລ້ວ ​ ດ ທ່າ​ນ​ນາງ​ທ​ຣັ​ສ ໄດ້​ກ່າວ​ຕໍ່ການ​ເຕົ້າ​ໂຮມ​ພັກ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ໂຄ​ສະ​ນາ​ຫາ​ສຽງໃນ​ຖາ​ນະຜູ້​ນິ​ຍົມ​ແນວ​ທາງ​ເດີມ​ ແລະ​ກໍ​ຈະ​ປົກ​ຄອງ​ໃນ​ຖາ​ນະ ຜູ້​ນິ​ຍົມ​ແນວ​ທາງ​ເດີມ.

​ທ່ານ​ນາງ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ໂດຍ​ຕົງ​ເຖິງ​ແຜນ​ຕັດ​ພາ​ສີ ແລະ​ການ​ເຕີບ​ໂຕຂອງເສດ​ຖະ​ກິດພວກ​ເຮົາ. ກ່ຽວ​ກັບ​ການ​ຮັບ​ມື​ກັບບັນ​ຫາ​ລາ​ຄາ​ພະ​ລັງ​ງ​ານ​ຂອງຜູ້ຄົນ ແຕ່​ຍັງ​ຈະ​ແກ້​ໄຂ​ບັນ​ຫາ​ໄລ​ຍະ​ຍາວ ​ທີ່​ພວກ​ເຮົາ​ມີ​ ກັ​ບ​ການ​ສະ​ໜອງ​ພະ​ລັງ​ງານ.”

​ທ່ານ​ນາງ​ທ​ຣັ​ສ ຄັ້ງ​ນຶ່ງ​ເປັນ​ຝ່າຍ​ຕໍ່​ສູ້​ເພື່ອ​ດຶງ​ເອົາ​ອັງ​ກິດ​ອອກ​ຈາກສະ​ຫະ​ພາບ​ຢູ​ໂຣບ ​ແຕ່ບັດ​ນີ້​ ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ຂັນຂອງ Brexit ​ເຫັນ​ແນວ​ທາງນຳ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ​ແລະ​ຄ​າດໝາຍ​ ຄື​ດັ່ງ​ທານ​ຈອນ​ສັນ ທີ່​ຮັກ​ສາ​ໜ້າ​ທີ່​ໃນ​ການ​ເຊື່ອມ​ໂຍງ​ ຢູ່​ໃນ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ ສົ່ງ​ການ​ຊ່ວ​ຍ​ເຫລືອ​ໄປ​ໃຫ້​ຢູ​ເຄ​ຣນ ໃນ​ການ​ສູ້​ລົບ​ກັບ​ການ​ບຸກ​ລຸກຂອງ​ຣັດ​ເຊ​ຍ​ ມາ​ເປັນ​ເວ​ລາ​ຫົກ​ເດືອນ.

​ທ່ານ​ນາງ​ທ​ຣັ​ສ ຈະ​ປະ​ສົບ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ທີ່​ຮ້າຍ​ແຮງ ຮວມ​ທັງ​ເສດ​ຖະ​ກິດ​ຕົກ​ຕ່ຳ ບັນ​ຫາ​ແຮງງ​ານ ຊອກ​ຫາ​ການ​ຊ່ວຍ​ເຫລືອ​ຄ່າ​ພະ​ລັງງານ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ອັງ​ກິດ ແລະ​ອ​າດ​ເປັນ​ໄປ​ໄດ້ ​ຂອງ​ການ​ຂາດ​ແຄນ​ເຊື້ອໄຟ​ໃນລະ​ດູ​ໜາວ​ຈະ​ມາ​ເຖິງ​ນີ້.

Liz Truss is set to become Britain’s new prime minister Tuesday, replacing Boris Johnson at a time of economic upheaval and escalating energy bills.

Johnson is expected to formally tender his resignation to Queen Elizabeth II at her Balmoral estate in Scotland, after which the queen is expected to appoint Truss as prime minister.

Liz Truss gestures outside the Conservative Party headquarters, after being announced as Britain's next prime minister, in London, Sept. 5, 2022.
Liz Truss gestures outside the Conservative Party headquarters, after being announced as Britain's next prime minister, in London, Sept. 5, 2022.

The 47-year-old Truss will become the third woman to lead the country and Britain’s fourth prime minister in six years.

She prevailed in an intraparty vote, defeating former Chancellor of the Exchequer Rishi Sunak.

After her victory was announced, Truss told a party gathering, “I campaigned as a Conservative, and I will govern as a Conservative.”

“I will deliver a bold plan to cut taxes and grow our economy,” she said. “Dealing with people’s energy bills but also dealing with the long-term issues we have on energy supply.”

Truss, once an opponent of pulling Britain from the European Union but now a staunch supporter of Brexit, holds hawkish foreign policy views and is expected, like Johnson, to remain a steadfast link in the Western alliance sending aid to Ukraine in its fight against Russia’s six-month-old invasion.

Truss will immediately face severe economic problems, including a recession, labor turmoil, surging energy bills for British households and possible fuel shortages this coming winter.

XS
SM
MD
LG