ຫຼາຍກວ່າ 10 ໜ່ວຍງານ ຂອງອົງການສະຫະປະຊາຊາດ ກໍາລັງວາງແຜນແມ່ບົດ ເພື່ອສ້າງເມືອງຄາກີບຂອງປະເທດຢູເຄຣນຄືນໃໝ່, ເຊິ່ງໄດ້ຖືກ ທໍາລາຍຈາກການຮຸກຮານ ໂດຍກອງກໍາລັງທະຫານຂອງ ຣັດເຊຍ ເປັນເວລາຫຼາຍກວ່າ 2 ເດືອນ, ໂດຍສົມມຸດວ່າ ຣັດເຊຍ ເປັນຜູ້ຜ່າຍແພ້ສົງຄາມ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໜ່ວຍງານຂອງອົງການສະຫະປະຊາຊາດ ເຊິ່ງປະສານງານກັບ ຄະນະກໍາມາທິການດ້ານເສດຖະກິດເພື່ອຢູໂຣບແຫ່ງອົງການສະຫະປະຊາຊາດ ຈະເປັນຜູ້ເບິ່ງ ແຍງໃນການບູລະນະສ້າງສາ ເມືອງດັ່ງກ່າວຄືນໃໝ່. ບໍ່ມີຜູ້ໃດຢູ່ພາຍໃຕ້ພາບລວງຕາກ່ຽວກັບຄວາມຫຍຸ້ງຍາກທີ່ຈະກ່ຽວຂ້ອງຢູ່ໃນວຽກນີ້, ຢ່າງໜ້ອຍທີ່ສຸດກໍແມ່ນທ່ານອີຮໍ ເຕເຣໂຄບ (Ihor Terekhov) ເຊິ່ງເປັນເຈົ້າເມືອງເມືອງຄາກີບ.
ໃນການຖະແຫຼງຈາກເມືອງຄາກີບ, ທ່ານກ່າວວ່າ ການດໍາເນີນງານກ່ຽວກັບແຜນແມ່ບົດນີ້ ຈະດໍາເນີນການໃຫ້ແລ້ວສົມບູນພາຍໃຕ້ການຍິງຖະຫຼົ່ມຢ່າງຕໍ່ເນື່ອງຂອງ ຣັດເຊຍ. ທ່ານກ່າວວ່າ ມັນມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງດໍາເນີນແຜນບູລະນະສ້າງສາໃນທັນທີ ລຸນຫຼັງທີ່ຢູເຄຣນ ໄດ້ຮັບໄຊຊະນະ, ເຊິ່ງທ່ານໄດ້ກ່າວຜ່ານນາຍພາສາຂອງທ່ານວ່າ:
“ຫຼັງຈາກການເປັນປໍລະປັກສິ້ ນສຸດລົງແລ້ວ, ຂ້າພະເຈົ້າເຊື່ອວ່າ ພວກເຮົາຈະສາມາດບູລະນະສ້າງສາເມືອງນີ້ໃນໄລຍະເວລາສອງຫາສາມປີ, ດັ່ງນັ້ນ ເມືອງຄາກີບຈຶ່ງກາຍມາເປັນເມືອງທີ່ດີກວ່າເຄີຍເປັນ. ພວກເຮົາຈະເລີ້ມຕົ້ນສ້າງເມືອງນີ້ຄືນໃໝ່ ແລະກໍສ້ອມແປງເມືອງນີ້ຄືນ ໃຫ້ເປັນເມືອງຕົວແບບໃນອະນາຄົດຂ້າງໜ້າ.”
ຄາກີບ, ເປັນເມືອງໃຫຍ່ອັນດັບສອງຂອງປະເທດຢູເຄຣນ ແລະເປັນນະຄອນ ຫຼວງທາງທິດຕາເວັນອອກຂອງປະເທດຢູເຄຣນ, ເຊິ່ງເປັນສູນກາງຂອງການຕໍ່ສູ້. ທ່ານເຕເຣໂຄບກ່າວວ່າ 25 ເປີເຊັນຂອງອາຄານທີ່ພັກອາໄສຢູ່ໃນເມືອງດັ່ງກ່າວແມ່ນໄດ້ຖືກທໍາລາຍ. ທ່ານຍັງໄດ້ກ່າວອີກວ່າ ຣັດເຊຍ ໄດ້ຖິ້ມລະເບີດໃສ່ອາຄານຫ້ອງການຂອງລັດຖະບານ, ໂຮງຮຽນ, ໂຮງໝໍ ແລະໂຮງຮຽນອະ ນຸບານຕ່າງໆ ອັນໄດ້ປ່ຽນພື້ນຖານໂຄງລ່າງ ຂອງເມືອງແຫ່ງນີ້ ກາຍເປັນຊາກຫັກພັງ.
ນັກສະຖາປະນິກຊາວອັງກິດ ທ່ານລອດ ເນລຊັນ ຟອສເຕີ (Lord Nelson Foster) ເຊິ່ງເປັນຫົວໜ້າຂອງແຜນແມ່ບົດດ້ານການພັດທະນາ, ເພິ່ນຮ້ອງໂອກາດນີ້ວ່າ ເປັນການປະສົມປະສານກັນລະຫວ່າງມໍລະດົກ ທີ່ໜ້ານັບຖືໃນອະດີດ ກັບຄວາມຕ້ອງການທາງດ້ານເທັກໂນໂລຈີແບບໃໝ່ ເພື່ອສ້າງເມືອງແຫ່ງອະນາຄົດ.
ເຊິ່ງທ່ານໄດ້ກ່າວວ່າ:
“ນີ້ແມ່ນໂອກາດທີ່ດີໃນການສ້າງເມືອງແຫ່ງອະນາຄົດໃຫ້ຍິ່ງໃຫຍ່ກວ່າເກົ່າ ເທົ່າທີ່ເມືອງແຫ່ງນີ້ເຄີຍເປັນມາໃນອະດີດ. ມັນເປັນໂອກາດທີ່ດີ ໃນການສ້າງເມືອງນີ້ໃຫ້ມີຊີວິດຊີວາຫຼາຍກວ່າ ແລະມີການບຸກເບີກຫຼາຍກວ່າໃນທ່າອ່ຽງຂອງໄລຍະຍາວເຊັ່ນ ດ້ານເທັກໂນໂລຈີ, ດ້ານອຸດສາຫະກໍາແລະດ້ານອື່ນໆທີ່ເຮັດໃຫ້ເມືອງນີ້ຍິ່ງໃຫຍ່ຂຶ້ນກວ່າເກົ່າ.”
ບໍ່ສາມາດກໍານົດໄດ້ວ່າ ຈະໃຊ້ເວລາດົນປານໃດ ໃນການສ້າງເມືອງຄາກິບຄືນ ໃໝ່ ຫຼື ມັນຈະຕ້ອງໃຊ້ທຶນເທົ່າໃດໃນຂະນະທີ່ສົງຄາມດັ່ງກ່າວນີ້ຍັງຄົງດໍາເນີນຢ່າງຮຸນແຮງຢູ່. ຢ່າງໃດກໍຕາມ, ໜ່ວຍງານດັ່ງກ່າວມອງເຫັນວ່າ ການພັດທະ ນາຂອງແຜນການນີ້ ເປັນການປະຕິບັດງານທີ່ໝັ້ນໃຈ ໃນປະສິດທິພາບ ແລະອະນາຄົດຂອງເມືອງແຫ່ງນີ້.