ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ໃຫ້​ບໍ​ລິ​ການ​ ເພື່ອຄຸມ​ກຳ​ເນີດ Planned Parenthood ຖອນ​ຕົວ​ອອກ​ຈາກ​ໂຄງ​ການ​ ​ຂອງ​ລັດ​ຖະ​ບານ​ກາງ


ຫ້ອງ​ການ​ສຸກ​ສາ​ລາ​ Planned Parenthood ແຫ່ງ​ນຶ່ງ​ໃນນະ​ຄອນ St. Louis, 4 ມິ​ຖຸ​ນາ 2019.
ຫ້ອງ​ການ​ສຸກ​ສາ​ລາ​ Planned Parenthood ແຫ່ງ​ນຶ່ງ​ໃນນະ​ຄອນ St. Louis, 4 ມິ​ຖຸ​ນາ 2019.

ກຸ່ມ​ໃຫ້​ບໍ​ລິ​ການ​ເພື່ອ​ຄຸມ​ກຳ​ເນີດທີ່​ສຳ​ຄັນສຸດ​ຂອງ​ປະ​ເທດ ທີ່​ເອີ້ນ​ວ່າ Planned
Parenthood ໄດ້ຖອນ​ຕົວ​ ​ອອກ​ຈາກ​ໂຄງ​ການ​ວາງ​ແຜນ​ຄອບ​ຄົວ​ຂອງ​ລັດ​ຖະ​ບານ
​ກາງ ເພື່ອຫຼີກ​ລ້ຽງ ບໍ່​ຢາກ​ປະ​ຕິ​ບັດ​ຕາມ​ລະ​ບຽບກົດ​ໝາຍ​ໃໝ່ ທີ່​ມີ​ຕໍ່​ການ​ເຮັດ​ແທ້​ງ ​
ຂອງ​ລັດ​ຖະບານ​ທ່ານ​ທ​ຣຳ.

ກົດລະ​ບຽບໃໝ່ ພາຍ​ໃຕ້​ອັນ​ທີ່​ເອີ້ນ​ວ່າ Title X ນີ້ ແມ່ນ​ໄດ້ຫ້າມ​ບໍ່​ໃຫ້​ພວກ​ທີ່​ໄດ້​ຮັບ​ທຶນ
ຈາກ​ການ​ແນະ​ນຳ​ການ​ຜູ້​ຄົນ​ໃຫ້ໄປເຮັດ​ແທ້ງ​ລູກ.

“ພວກ​ເຮົາ​ຈະ​ບໍ່​ຖືກ​ຂົ່ມ​ຂູ່ ໃຫ້ກັກ​ຂໍ້​ມູນ​ກ່ຽວ​ກັບ​ການເຮັດ​ແທ້ງ ຈາກ​ພວກ​ຜູ້​ປ່ວຍ ຂອງ​ພວກ​ເຮົາ,” ນັ້ນ​ຄື​ຄຳ​ເວົ້າ ຜູ້​ບໍ​ລິ​ຫານອົງການ​ Planned Parenthood ທ່ານນາງອາ​ເລັກ​ຊິ​ສ ແມັກ​ກຽ​ລ ຈອນ​ສັນ ​ທີ່ໄດ້​ກ່າວ​ໄວ້ ແລະ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ “ພວກ​ຄົນ​ໄຂ້ຂອງ​ພວກ​ເຮົາ​ແມ່ນ​ສົມ​ຄວນ​ທີ່​ຈະ​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ເອງກ່ຽວ​ກັບ​ບັນ​ຫາ​ສຸ​ຂະ​ພາບ​ຂອງພວກ​ເຂົາ​ເຈົ້າ, ບໍ່​ແມ່ນ​ຖືກ​ບັງ​ຄັບໂດຍທ່ານ​ດໍ​ໂນລ ທ​ຣຳ ແລະ​ທ່ານ​ໄມ​ຄ໌ ເພັນ​ສ໌ ເຮັດ​ການ​ຕັດ​ສິນ​ໃຈ​ເຫຼົ່າ​ນັ້ນ​ໃຫ້​ເຂົາ​ເຈົ້າ”

​ອົງ​ການ​ Planned Parenthood ​ກ່າວວ່າ ຫ້ອງ​ການ​ສຸກ​ສາ​ລາ​ຂອງ​ຕົນ​ ຈະ​ເປີດໃຫ້​ບໍ​ລິ​ການ​ຕໍ່​ໄປ, ແຕ່​ວ່າ ພວກ​ເຂົາ​ເຈົ້າ ຕ້ອງ​ໄດ້ດີ້ນ​ຮົນຊ​ອກ​ຫາ​ເງິນທີ່ຈະ​ ສູນ​ເສຍໄປຈາກ​ລັດ​ຖະ​ບານ​ກາງນັ້ນ ມາ​ຕື່ມ.

ນອກ​ຈາກໃ​ຫ້​ບໍ​ລິ​ການ​ໃນ​ການເຮັດ​ແທ້ງ​ແລ້ວອົງ​ການ​ Planned Parenthood ​ຍັງ​ໄດ້​ໃຫ້​ບໍ​ລິ​ການ​ພວກ​ຄົນ​ໄຂ້ ເຂົ້າ​ເຖິງ​ຢາ​ຄຸມ​ກຳ​ເນີດ, ການກວດ​ເບິ່ງ​ໂຣກ​ຕິດ​ແປດທາງ​ເພດສຳ​ພັນ, ການກວດ​ໂຣກມະ​ເຮັງ, ການ​ຮັກ​ສາ ​ເລື້ອງ​ການ​ຕັ້ງ​ຄັນ ແລະ​ການ​ບໍ​ລິ​ການ​ດ້ານ​ອື່ນ​ໆນຳ​ດ້ວຍ. ມີ​ຜູ້​ປ່ວຍ​ຫຼາຍໆ​ຄົນ ​ແມ່ນ​ພວກທີ່​ມີ​ລາຍ​ໄດ້​ຕ່ຳ ແລະ​ເປັນ​ຊົນ​ກຸ່ມ​ນ້ອຍ. ທ່ານນາງແມັກ​ກຽ​ລ ຈອນສັນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ເປັນ​ພວກ​ທີ່ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ​ສຸດ.

ແຕ່​ວ່າ ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ບໍ​ລິ​ການ​ສັງ​ຄົມ ກ່າວ​ວ່າ
ອົງການ​ Planned Parenthood ແມ່ນ “ປ່ອຍ​ປະ​ພາ​ລະ​ໜ້າ​ທີ່​ຂອງ​ພວກ​ເຂົາ​ເຈົ້າ”
ຕໍ່​ພວກ​ຜູ້​ປ່ວຍໂດຍ​ການ​ເລືອກ​ທີ່​ຈະ​ປະ​ຕິ​ເສດຕໍ່​ກົດ​ລະ​ບຽບ​ການ​ໃໝ່ ​ສຳ​ລັບ​ການ​ຮັບ​ເງິນ
​ທຶນ​ນີ້.

ສານ​ອຸ​ທອນ​ລັດ​ຖະ​ບານ​ກາງ ກຳ​ລັງ​ພິ​ຈາ​ລະ​ນາວ່າ ຈະ​ຕ່າວ​ປີ້ນ​ຫຼື​ບໍ່​ການ​ຈຳ​ກັດ​ຮັດ​ແຄບ
​ກ່ຽວ​ກັບ​ການສະ​ເໜີ​ເພື່ອ​ໄປ​ເຮັດ​ແທ້ງ.

ອ່ານຂ່າວ​ນີ້​ເພີ້ມ​ຕື່ມ ໃນ​ພາ​ສາ​ອັງ​ກິດ.

XS
SM
MD
LG