ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຍ້າຍຜູ້ຄົນ ອອກຈາກເຮືອບິນ ຫຼັງຈາກ ໂທລະສັບ Samsung ເກີດໄຟໄໝ້


ລູກຄ້າຄົນນຶ່ງ ກຳລັງຈັບໂທລະສັບ Samsung Galaxy Note 7 ທີ່ສຳນັກງານໃຫຍ່ຂອງບໍລິສັດໂທລະສັບມືຖື KT ຢູ່ນະຄອນຫຼວງ ໂຊລ ປະເທດເກົາຫຼີໃຕ້.
ລູກຄ້າຄົນນຶ່ງ ກຳລັງຈັບໂທລະສັບ Samsung Galaxy Note 7 ທີ່ສຳນັກງານໃຫຍ່ຂອງບໍລິສັດໂທລະສັບມືຖື KT ຢູ່ນະຄອນຫຼວງ ໂຊລ ປະເທດເກົາຫຼີໃຕ້.

ມີ​ການ​ຍົກຍ້າຍ​ຜູ້​ຄົນ​ອອກ​ຈາກເຮືອບິນ​ລຳ​ນຶ່ງ ທີ່​ລັດ Kentucky ​ໃນ​ພາກ​ກາງ​ຂ້ອນ​ໄປ​ທາງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ຫລັງ​ຈາກ​ມີ​ລາຍ​ງານ​ວ່າ​ໂທລະສັບ​ຮຸ້ນໃໝ່ຂອງ​ບໍລິສັດ Samsung ​ໄດ້​ເກີດ​ໄຟ​ໄໝ້ ກ່ອນເຮືອບິນ​ລຳ​ນັ້ນຈະ​ບິນ​ຂຶ້ນ.

​ໂທລະສັບ Samsung Galaxy Note 7 ​ໄດ້​ຜະລິດອອກ​ມາ ຫລັງ​ຈາກ​ໄດ້​ມີ​ການ​ຮຽກ​ຄືນເມື່ອ​ໄວໆ​ມານີ້ ​ແລະ​ທາງ​ບໍລິສັດ​ເຫັນ​ວ່າ​ມີ​ຄວາມ​ປອດ​ໄພ.

​ໃນ​ຖະ​ແຫລງການ ​ທີ່​ນຳ​ອອກ​ເຜີຍ​ແຜ່​ສະບັບ​ນຶ່ງ ບໍລິສັດ Samsung ກ່າວ​ວ່າ ຕົນພວມ​ເຮັດ​ວຽກ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່ແລະ​ຜູ້​ບໍລິຫານ​ງານ​ຖ້ຽວ​ບິນ​ຂອງ​ບໍລິສັດ Southwest ​ເພື່ອ​ຈະ​ໄດ້​ຮັບ​ໂທລະສັບ​ທີ່​ມີ​ບັນຫາ​ແລະ​ພິຈາລະນາ​ວ່າ​ແມ່ນ​ຫຍັງຄື​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້.

ຖະ​ແຫຼງການ​ຂອງ​ບໍລິສັດ​ກ່າວ​ວ່າ “​ເວລາ​ໃດ​ທີ່​ພວກ​ເຮົາ​ໄດ້​ກວດ​ສອບ​ເບິ່ງ​ໂທລະ​ສັບ​ນັ້ນ ​ແລ້ວ ພວກ​ເຮົາ​ຈະ​ໄດ້​ຮັບ​ຂໍ້​ມູນ​ເພື່ອ​ແບ່ງປັນ​ໃຫ້ຮູ້​ເພີ້ມຕື່ມ.”

​ນາງ Sarah Green ກ່າວ​ຕໍ່​ວາລະສານ Courier-Journal ​ແຫ່ງ​ເມືອງ Louisville ວ່າ ​ໂທລະສັບ​ເປັນ​ຂອງ​ສາມີນາງ ທ້າວ Brian. ນາງ Green​ເວົ້າວ່າ ​ໂທລະສັບ​ແມ່ນມອດ​ຢູ່​ເວລາ​ມັນ​ເລີ້ມມີ​ຄວັນ​ແລະ​ສົ່ງ​ສຽງ​ດັງອອກ​ມາ ​ໃນ​ຂະນະ​ທີ່​ເຮືອບິນ​ກຳລັງ​ລໍຖ້າ​ທີ່​ຈະ​ແລ່ນ​ອອກ​ຈາກ​ບໍລິ​ເວນ​ປະຕູ​ຈອດ.

​ໃນ​ເດືອນ​ກັນຍາ​ຜ່ານ​ມາບໍລິສັດ Samsung ​ໄດ້​ຕົກລົງ​ທີ່​ຈະ​ເອີ້ນຄືນ​ໂທລະສັບ Galaxy Note 7 ຫຼັງ​ຈາກຫຼາຍສິບ​ຄົນ​ລາຍ​ງານ​ວ່າ ​ໝໍ້​ໄຟຫຼືແບັດແຕຣີ​ຂອງໂທລະສັບ​ດັ່ງກ່າວໄດ້​ເກີດ​ຄວາມ​ຮ້ອນ​ເກີນຂອບເຂດ​. ນາງ Green ກ່າວ​ວ່າ ໂທລະສັບ​ສາມີ​ນາງກໍ​ໄດ້​ຖືກ​ເອີ້ນ ຄືນ ​ແລະ​ລາວ​ຫາ​ກໍ​ໄດ້​ຮັບ​ໂທລະສັບ​ໃໝ່​ ເມື່ອ​ສອງ​ອາທິດ​ກ່ອນ ​ແຕ່​ບໍລິສັດ Samsung ກ່າວ​ຢູ່​ໃນ​ຖະ​ແຫລງການ​ຂອງ​ຕົນ​ວ່າ ຕົນ​ຍັງບໍ່​ສາມາດ​ ໃຫ້ການ​ຢືນຢັນ​ ກ່ຽວ​ກັບປະ​ເພດ​ຂອງ​ໂທລະສັບ​ໄດ້​ເທື່ອ.

ສາຍ​ການບິນ​ຫລາຍ​ສາຍ​ເລີ້ມ​ເຕືອນ​ຜູ້​ໂດຍສານບໍ່​ໃຫ້​ໃຊ້​ໂທລະສັບ Samsung ​ໃນ​ລະ ຫວ່າງ​ທີ່​ກຳລັງ​ບິນ​ຢູ່ ​ຫລື​ໃຫ້​ເກັບ​ມ້ຽນ​ໂທລະສັບ​ເຫລົ່ານີ້ ຢູ່​ໃນ​ຫີບ​ເຄື່ອງ​ທີ່ກວດກາ​ແລ້ວ​ຍ້ອນ​ບັນຫາ​ເລື້ອງຄວັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG