ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມັງກອນ ໒໐໒໕

ເຮືອບິນຕົກໃນປະເທດ Kyrgyzstan ມີຜູ້ເສຍຊີວິດ 37 ຄົນ


ຕຳຫຼວດຄົນໜຶ່ງຢືນຍາມບໍລິເວນ ອຸບັດຕິເຫດເຮືອບິນ
ຂົນເຄື່ອງຂອງ ເທີກີ ຕົກ ໃກ້ໆກັບສະໜາມບິນ Manas ນອກນະຄອນຫຼວງ Bishkek, ປະເທດ Kyrgyzstan. 16 ມັງກອນ, 2017.
ຕຳຫຼວດຄົນໜຶ່ງຢືນຍາມບໍລິເວນ ອຸບັດຕິເຫດເຮືອບິນ ຂົນເຄື່ອງຂອງ ເທີກີ ຕົກ ໃກ້ໆກັບສະໜາມບິນ Manas ນອກນະຄອນຫຼວງ Bishkek, ປະເທດ Kyrgyzstan. 16 ມັງກອນ, 2017.

ເຮືອບິນຂົນສົ່ງສິນຄ້າຂອງ ເທີກີ ລຳໜຶ່ງໄດ້ຕົກຢູ່ໃກ້ໆກັບສະໜາມບິນຂອງປະເທດ Kyrgyzstan ໃນຕອນເຊົ້າຂອງວັນຈັນມື້ນີ້, ເຮັດໃຫ້ປະຊາຊົນເສຍຊີວິດ 32 ຄົນ, ລວມທັງເດັກນ້ອຍນຳ.

ຮອງນາຍົກລັດຖະມົນຕີຂອງ Kyrgyzstan ທ່ານ Muhammetkaly Abulgaziyev ໄດ້ກ່າວໃນຖະແຫຼງການສັ້ນທີ່ອອກອາກາດທາງໂທລະພາບວ່າ ເຮືອບິນໄດ້ຕົກຍ້ອນ “ຄວາມຜິດພາດຂອງຄົນຂັບເຮືອບິນ.”

ບັນດາເຈົ້າໜ້າທີ່ Kyrgyzstan ກ່າວວ່າ ຜູ້ທີ່ເສຍຊີວິດຢ່າງໜ້ອຍ 15 ຄົນແມ່ນຢູ່ພື້ນດິນ, ໃນຂະນະທີ່ເຮືອບິນລຳດັ່ງກ່າວໄດ້ຕົກໃສ່ເຂດທີ່ມີປະຊາກອນອາໄສຢູ່ຢ່າງຫຼວງຫຼາຍ ໃນ ເວລາທີ່ມັນພະຍາຍາມແລ່ນລົງສະໜາມບິນໃນສະພາບອາກາດໝອກໜາ. ໃນຈຳນວນ ຜູ້ເສຍຊີິວິດນັ້ນແມ່ນຄົນຂັບເຮືອບິນ 4 ຄົນ.

ເຮືອບິນ ໂບອິງ 747 ລຳດັ່ງກ່າວໄດ້ຕົກໃສ່ບ້ານເຮືອນຫຼາຍຫຼັງໃນບ້ານ Dacha-Suu ໃກ້ໆກັບສະໜາມບິນ Manas, ປະມານ 25 ກິໂລແມັດຫ່າງຈາກນະຄອນຫຼວງ Bishkek ໃນເວລາປະມານ 7:30 ຕອນເຊົ້າຕາມເວລາໃນທ້ອງຖິ່ນ.

ຊາກເຮືອບິນ ຫຼັງຈາກອຸບັດຕິເຫດ ໃນປະເທດ Kyrgyzstan. 16 ມັງກອນ 2017.
ຊາກເຮືອບິນ ຫຼັງຈາກອຸບັດຕິເຫດ ໃນປະເທດ Kyrgyzstan. 16 ມັງກອນ 2017.

ຮູບພາບຈາກຈຸດເກີດເຫດໄດ້ສະແດງໃຫ້ເຫັນຫົວຂອງເຮືອບິນ ໄດ້ຄາຢູ່ໃນເຮືອນທີ່ຖືກ ກໍ່ດ້ວຍດິນຈີ່ ແລະ ຊາກຫັກພັງຈຳນວນຫຼາຍກະຈາຍໄປທົ່ວທຸກບ່ອນ.

ອີງຕາມການກ່າວຂອງຄະນະບໍລິຫານສະໜາມບິນນັ້ນ, ເຮືອບິນລຳດັ່ງກ່າວຈະມາຢຸດແວ່ ທີ່ສະໜາມບິນ Manas ໃນການເດີນທາງຈາກ ຮົງກົງ ຫານະຄອນ ອິສຕັນບູລ ຂອງ ເທີກີ.

ກະຊວງບໍລິການພາວະສຸກເສີນຂອງ Kyrgyzstan ກ່າວວ່າ ອຸບັດຕິເຫດດັ່ງກ່າວໄດ້ສ້າງ ຄວາມເສຍຫາຍໃຫ້ບ້ານເຮືອນຢ່າງໜ້ອຍ 15 ຫຼັງໃນໝູ່ບ້ານນັ້ນ, ເຮັດໃຫ້ເກີດໄຟໃໝ້ ເຊິ່ງຕອນນີ້ຖືກຄວບຄຸມໄດ້ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Turkey Kyrgyzstan Plane
please wait

No media source currently available

0:00 0:00:58 0:00

On the Scene: Kyrgyzstan Plane Crash
please wait

No media source currently available

0:00 0:01:32 0:00

XS
SM
MD
LG