ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 50 ຄົນ ເສຍຊີວິດ ຍ້ອນ ອຸບປະຕິເຫດ ເຮືອບິນຕົກ ທີ່ເນປານ


ພວກກູ້ໄພຊາວເນປານ ເຝົ້າຍາມສົບຂອງພວກເຄາະຮ້າຍ ຫຼັງຈາກ
ເຮືອບິນໂດຍສານ ຈາກບັງກລາແດັສ ຕົກ ຢູ່ນະຄອນກັດ​ມັນ​ດູ (Kathmandu), ເນປານ, 12 ມີນາ 2018.
ພວກກູ້ໄພຊາວເນປານ ເຝົ້າຍາມສົບຂອງພວກເຄາະຮ້າຍ ຫຼັງຈາກ ເຮືອບິນໂດຍສານ ຈາກບັງກລາແດັສ ຕົກ ຢູ່ນະຄອນກັດ​ມັນ​ດູ (Kathmandu), ເນປານ, 12 ມີນາ 2018.

ເຈົ້າ​ໜ້າ​ທີ່​ເນ​ປານ ກ່າວ​ວ່າ ​ເຮືອບິນ​ໂດຍສານ ຈາກ​ບັງ​ກລາ​ແດັສ ​ໄດ້ປະສົບອຸບປະຕິ
ເຫດ​ຕົກແລະ​ລຸກໄໝ້​ເປັນ​ໄຟ ​ໃນ​ຂະນະ​ທີ່​ພະຍາຍາມ ​ຈະ​ລົງ​ຈອດ ​ຢູ່​ສະນາມ​ບິນ ​ກັດ​
ມັນ​ດູ (Kathmandu) ເຮັດໃຫ້​ຢ່າງ​ນ້ອຍ 50 ຄົນ ເສຍຊີວິດ.

​ໂຄສົກ ຂອງ​ສາຍ​ການບິນ​ ສະ​ຫະລັດ-ບັງ​ກລາ​ ທີ່​ມີສຳນັກ​ງານ​ ຕັ້ງຢູ່​ ນະຄອນດາກາ
(Dhaka) ໄດ້​ກ່າວວ່າ ມີ 71 ຄົນ ທີ່​ຮວມທັງ​ຈຸ​ບິນ 4 ຄົນ ຢູ່​ໃນ​ເຮືອບິນລຳ​ນັ້ນ. ຈາກ​ຜູ້
​ໂດຍສານ 67 ຄົນ, 32 ຄົນ ​ແມ່ນ​ມາ​ຈາກບັງ​ກລາ​ແດັສ, 33 ຄົນ ຈາກ​ເນປານ ​ແລະ​ນຶ່ງ
​ຄົນ​ຈາກ​ຈີນ ​ແລະມາລດິຟ (Maldives). ພວກ​ທີ່​ເຫັນ​ເຫດການ ກ່າວວ່າ ​ເຮືອບິນ​ແມ່ນ​ໄດ້ເຈີດໄປ​ມາ ​ແລະ​ກໍ​ບິນ​ຕ່ຳ ກ່ອນທີ່ເກີດອຸບປະຕິ​ເຫດ​.

ເຈົ້າ​ໜ້າ​ທີ່​ເນ​ປານ ກ່າວ​ວ່າ ມີ​ຫຼາຍ​ຄົນ ​ໄດ້​ຖືກ​ຊ່ອຍ​ອອກມາ ຈາກ​ເຮືອບິນ​ທີ່ກຳລັງລຸກ​ໄໝ້
ຢູ່ນັ້ນເຮືອບິນ​ດັ່ງກ່າວ​ແມ່ນເຮືອ​ບິນ​ສອງ​ໝາກ​ປິ່ນ ທີ່ເຮັດ​ໂດຍກາ​ນາ​ດາ ທີ່​ເອີ້ນ​ວ່າ ບອມ
ບາຣ​ດີ​ເອ ​ແດັຊ (Bombardier Dash) 8.

ຫົວໜ້າ​ເຈົ້າ​ໜ້າ​ທີ່ສາຍ​ການບິນ​ສະ​ຫະລັດ-ບັງ​ກລາ​ ທ່ານ ອິມຣ່ານ ອາ​ຊິ​ຟ (Imran Asif) ​
ໄດ້​ກ່າວ​ຫາ​ໜ່ວຍ​ຄວມຄຸມການ​ຈາລະ​ຈອນ​ອາກາດ ​ຂອງ​ສະໜາມ​ບິນ​ກັດ​ມັນ​ດູ (Kathmandu) ທີ່ໃຫ້​ສັນຍານ​ທີ່​ບໍ່ຖືກຕ້ອງ ​ໃນ​ການ​ທີ່​ຈະ​ລົງ​ຈອດ.

ເຈົ້າ​ໜ້າ​ທີ່​ສະໜາມ​ບິນ ​ໄດ້​ກ່າວ​ວ່າ ມີການບອກໃຫ້​ນັກ​ບິນລົງ​ຈອດ ​ທາງໃຕ້ຂອງ​ສະໜາມ
​ບິນ ​ແຕ່​ວ່າ ລາວ​ກັບ​ພາ​ເຮືອບິນ​ລົງ​ຈອດ​ຈາກ​ທາງເໜືອ. ພວກ​ເຂົາ​ເຈົ້າ​ຍັງ​ກ່າວ​ອີກ​ວ່າ
​ເຈົ້າ​ໜ້າ​ທີ່​ຄວມຄຸມ​ການບິນ ​ໄດ້​ບອກ​ກັບ​ນັກ​ບິນ​ວ່າ ລາວ​ບໍ່​ໄດ້ແນເຮືອບິນ ໃຫ້ຖືກກັບ
ທາງແລ່ນ ​ແລະ​ຖາມວ່າ ​ທຸກ​ຢ່າງ​ຮຽບຮ້ອຍບໍ ຊຶ່ງລາວ​ໄດ້​ຕອບ​ໄປ​ວ່າ “​ຮຽບຮ້ອຍດີ.”

ພວກ​ນັກ​ຂ່າວ​ທີ່​ໄປ​ຮອດ​ບ່ອນເກີດ​ເຫດ ຫຼັງຈາກເຮືອບິນ​ຕົກ​ແລ້ວ​ນັ້ນ ກ່າວ​ວ່າ ​ເຮືອ​ບິນ​ໄດ້​ຖືກ​ຫັກ​ອອກ​ເປັນ​ຫຼາຍສ່ວນ​ໃຫຍ່ໆ ​ແລະ​ຕົກ​ອອກໄປ​ຢູ່​ສະໜາມ​ຫຍ້າ​ໃກ້ໆ​ກັບ​ທາງ​ແລ່ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຊ່ອຍກູ້ໄພຊາວເນປານ ເຮັດວຽກທ່າມກາງ ສາກຫັກພັງ ຫຼັງຈາກ ເຮືອບິນໂດຍສານ ຈາກບັງກາແດັສ ຕົກທີ່ສະໜາມບິນ ໃນກັດ​ມັນ​ດູ (Kathmandu), ເນປານ, 12 ມີນາ 2018., ເນປານ, 12 ມີນາ 2018.
ພວກຊ່ອຍກູ້ໄພຊາວເນປານ ເຮັດວຽກທ່າມກາງ ສາກຫັກພັງ ຫຼັງຈາກ ເຮືອບິນໂດຍສານ ຈາກບັງກາແດັສ ຕົກທີ່ສະໜາມບິນ ໃນກັດ​ມັນ​ດູ (Kathmandu), ເນປານ, 12 ມີນາ 2018., ເນປານ, 12 ມີນາ 2018.

XS
SM
MD
LG